ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ພວກອົບພະຍົບ ຖືກເນລະເທດ ຈາກກຣິສ ໄປ ເທີກີ


ເຮືອໂດຍສານລຳນຶ່ງກຳລັງນຳເອົາພວກອົບພະຍົບກັບຄືນໄປເທິກີ.
ເຮືອໂດຍສານລຳນຶ່ງກຳລັງນຳເອົາພວກອົບພະຍົບກັບຄືນໄປເທິກີ.

ອົບ​ພະຍົບ​ກຸ່ມ​ນຶ່ງຈາກ​ປາ​ກິ​ສຖານ ຈຳນວນ 45 ຄົນ ​ໄດ້ໄປເຖິງ​ເມືອງ Dikiliປ​ະ​ເທດເທິ​ກີ ​ໃນ​ການ​ເດີນທາງ​ລະຍະ​ສັ້ນ ຈາກສູນ​ອົບ​ພະຍົບ ​ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ພັກພາ​ອາ​ໄສ​ຢູ່​ທີ່ ເກາະ Lesbos ຂອງ​ກຣີສ ຊຶ່ງ​ເປັນອົບ​ພະຍົບ​ກຸ່ມ​ທີ​ສອງທີ່ຈະຖືກ​ສົ່ງກັບ​ຄືນ ພາຍໃຕ້​ຂໍ້​ ຕົກລົງ​ໃໝ່ ​ທີ່​ມີ​ການ​ຂັດ​ແຍ້​ງຂອງ​ສະຫະພາບຢູ ໂຣບກັບ​ເທີ​ກີ.

​ເຮືອຂ້າມ​ຟາກ​ເທີ​ກີ​ລຳ​ນຶ່ງ​ ໄດ້ຂົນ​ເອົາ​ພວກ​ອົບ​ພະຍົບ ໄປ​ຫາ​ທ່າ​ເຮືອຂອງ​ເມືອງດັ່ງກ່າວ ໃນ​ວັນ​ສຸກ​ມື້​ນີ້​ແລະ​ຈະ​ມີ​ພວກອົບ​ພະຍົບ​ປະມານ 80 ຄົນຕິດຕາມ​ມາ​ຕື່ມ​ອີກ. ບັນດາ​ເຈົ້າ​ ໜ້າ​ທີ່​ກຣິສ ກ່າວ​ວ່າ ພວກ​ອົບ​ພະຍົບທີ່​ຖືກ​ສົ່ງ​ໄປ​ເທິ​ກີ​ນັ້ນ ບໍ່​ມີ​ໃຜ​ຍື່ນຄຳ​ຮ້ອງ ​ຂໍ​ລີ້​ໄພ​ໃນ ສະຫະພາບ​ຢູ​ໂຣບ. ບັນດາ​ເຈົ້າ​ໜ້າ​ທີ່ສະຫະພາບຢູ​ໂຣບກ່າວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້​ວ່າ ອົບ​ພະຍົບທັງ​ໝົດທີ່​ປະ​ເຊີນ​ໜ້າ​ກັບ​ການ​ຖືກເນ​ລະ​ເທດ ​ຈະໄດ້​ຮັບໂອກາດຍື່ນ​ຄຳ​ຮ້ອງ​ຂໍ ​ລີ້​ໄພ​ແລະ​ພວກ​ທີ່​ຖືກ​ປະ​ຕິ​ເສດ​ນັ້ນ ​ມີ​ການ​ໃຫ້​ສັນຍາວ່າຈະ​ມີ​ເວລາ​ຫ້າ​ມື້ໃນ​ການ​ອຸ​ທອນ.

ພວກອົບພະຍົບ ຢູ່ໃນເຮືອຍາມຝັ່ງເທິກີ ຫລັງຈາກຄວາມພະຍາຍາມໄດ້ຫລົ້ມແຫລວ ທີ່ຈະຂ້າມໄປາກກຣິສ.
ພວກອົບພະຍົບ ຢູ່ໃນເຮືອຍາມຝັ່ງເທິກີ ຫລັງຈາກຄວາມພະຍາຍາມໄດ້ຫລົ້ມແຫລວ ທີ່ຈະຂ້າມໄປາກກຣິສ.

​ໃນ​ຂະນະ​ທີ່​ໄດ້​ມີ​ການ​ກະກຽມ ໃຫ້​ພວກ​ອົບ​ພະຍົບ​ເດີນທາງອອກຈາກເກາະ Lesbos ​ໃນ​ ວັນ ​ສຸກ​ມື້​ນີ້ ນັກ​ເຄື່ອນ​ໄຫວຢ່າງໜ້ອຍສອງ​ຄົນ​ໄດ້​ຖືກ​ຈັບ ຫລັງ​ຈາກ​ໄດ້​ໂດດ​ລົງ​ນໍ້າ ແລ້ວ ຈ່ອງ​ ສາຍ​ໂສ້​ໃຫຍ່ທີ່​ຕິດ​ກັບສະໝໍ​ເຮືອ​ຂ້າມ​ຟາກ. ບັນດາ​ນັກ​ເຄື່ອນ​ໄຫວ​ພາ​ກັນ​ເຮັດ​ວຽກ​ເພື່ອ​ໃຫ້​ຢຸດ​ເຊົາການ​ເນລະ​ເທດ ​ໂດຍ​ກ່າວ​ວ່າ ພວກ​ອົບ​ພະ ຍົບບໍ່​ສາມາດ​ໃຫ້ການ​ຄໍ້າປະ ກັນວ່າ ຈະ​ໄດ້​ຮັບ​ການດູ​ແລ​ທີ່​ດີ​ຢູ່​ໃນ​ເທິ​ກີ​ ຊຶ່ງ​ມີ​ປະ ຫວັດການ​ເຄົາລົບ​ນັບຖືສິດທິ​ມະນຸດ​ ບໍ່ຄ່ອຍ​ດີປານ​ໃດ​ນັ້ນ.

ນັກເຄື່ອນໄຫວຜູ້ຍິງຄົນນຶ່ງຖືປ້າຍປະທ້ວງ ການສົ່ງອົບພະຍົບກັບຄືນໄປເທິກີ.
ນັກເຄື່ອນໄຫວຜູ້ຍິງຄົນນຶ່ງຖືປ້າຍປະທ້ວງ ການສົ່ງອົບພະຍົບກັບຄືນໄປເທິກີ.

ໃນ​ຂະນະ​ດຽວ​ກັນ ​ເຢຍຣະມັນ​ໄດ້​ປະກາດ​ວ່າ ຈຳນວນ​ຄຳ​ຮ້ອງ​ຂໍ​ລີ້​ໄພໃໝ່ ທີ່ຕົນ​ໄດ້​ຮັບ ໄດ້​ຫລຸດ​ລົງ​ຢ່າງ​ຫລວງຫລາຍ​ຈາກ​ເດືອນ​ກຸ​ມພາຫາເດືອນ​ມີນາ ຮວມທັງ​ໝົດ​ມີ​ພຽງ​ແຕ່ 20,000 ສະບັບປຽບທຽບໃ​ສ່ 60,000 ສະບັບຕໍ່​ເດືອນ​ກ່ອນ​ໜ້າ ນີ້. ​ເຢຍຣະມັນ​ໄດ້​ນຳ ພາ​ການ​ເຄື່ອນ​ໄຫວ​ ເພື່ອ​ຮັບເອົາ​ພວກອົບ​ພະຍົບທີ່​ຫຼັ່ງ​ໄຫຼ​ເຂົ້າ​ມາ ​ແບບທີ່ບໍ່​ເຄີຍ​ມີ​ມາ​ ກ່ອນຈາກ​ຕາ​ເວັນ​ອອກ​ໃນ​ຂະນະ​ທີ່ຜູ້​ຄົນ​ພາກັນ​ຫຼົບໜີ​ຈາກ​ຄວາ​ມຮຸນ​ແຮງ​ແລະ​ບໍ່​ໝັ້ນ ຄົງ​ທາງເສດຖະກິດໃນ​ອາ​ຟຣິກາ ​ເອ​ເຊຍ​ໃຕ້ແລະ ​ພາກຕາ​ເ​ວັນ​ອອກ​ກາງ.

EU Migrants
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG