ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການປະທ້ວງ ຕໍ່ຕ້ານ ພວກທະຫານບ້ານ ໃນລີເບຍ (ວີດີໂອ)


ຮ້ານຄ້າຕ່າງ ທີ່ຖືກປິດລົງ ໃນເມືອງຫຼວງ Tripoli ປະເທດລີເບຍ
ຮ້ານຄ້າຕ່າງ ທີ່ຖືກປິດລົງ ໃນເມືອງຫຼວງ Tripoli ປະເທດລີເບຍ
ມີ​ຜູ້​ເສຍຊີວິດ​ໄປ​ຄົນ​ນຶ່ງ ​ແລະ​ບາດ​ເຈັບ​ອີກຫຼາຍຄົນ ໃນການ​ປະ​ທະ​ກັນຄັ້ງ ​ໃໝ່ ທີ່​ນະ ຄອນຫຼວງຂອງ​ປະ​ເທດ​ລີ​ເບຍ ​ເມື່ອວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ພວກ​ທະຫານ​ແລະ​ທະ ຫານ​ບ້ານທີ່​ສະ​ໜັບສະ​ໜຸນ​ລັດຖະບານ ພະຍາຍາມ ​ຈະ​ຟື້ນ​ຟູ​ຄວາມ​ສະຫງົບ​ ລຸນຫຼັງທີ່​ໄດ້​ມີການ​ປະ​ທ້ວງ​ຕໍ່ຕ້ານ​ພວກ​ທະຫານ​ບ້ານ ທີ່​ເຮັດ​ໃຫ້​ມີ​ຜູ້ບາດ​ເຈັບ​ລົ້ມ​ຕາຍໄປ​ຈຳນວນ​ນຶ່ງນັ້ນ.

ທ່ານ Ali Zidan ນາຍົກລັດຖະມົນຕີລີ​ເບຍ ​ໄດ້​ອອກ​ຄໍາ​ເຕືອນ ແກ່​ກຸ່ມ ທະຫານ​ບ້ານ​ບໍ່​ໃຫ້​ເຂົ້າ​ໄປໃນນະຄອນຫຼວງ Tripoli ແລະ​ຮ້ອງ​ຂໍໃຫ້​ຢູ່​ໃນ​ຄວາມ​ສະຫງົບ​. ຕໍາຫຼວດ​ໄດ້​ວາງ​ຂໍ້​ຈໍາກັດ ​ໃນການ​ເດີນທາງ​ໄປ​ຍັງ​ຄຸ້ມ Gharghour ຂອງ​ນະຄອນ Tripoli ຊຶ່ງ​ເປັນ​ທີ່​ໝັ້ນ​ ຂອງ​ພວກ​ທະຫານ​ບ້ານຊຶ່ງ​ມາ​ຈາກ​ເຂດ​ອື່ນຕັ້ງຄ້າຍ​ຢູ່​ນັ້ນ​. ຮ້ານ​ຄ້າຫຼາຍ​ແຫ່ງ​ໃນ​ນະຄອນຫຼວງ Tripoli ​ໄດ້​ປິດ​ກິດຈະການ.

​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີວິດ 43 ຄົນ ​ແລະ​ອີກຫຼາຍ ກວ່າ 450 ບາດ​ເຈັບ ​ເວລາ ພວກ​ທະຫານ​ບ້ານ​ຈາກ​ເມືອງ Misrata ລະດົມ​ຍິງ​ໃສ່​ພວກ​ປະ​ທ້ວງ ທີ່​ເດີນ​ຂະ​ບວນ ​ທວງ​ໃຫ້​ກຸ່ມທະຫານ​ບ້ານ​ຖອນອອກ​ໄປ​ຈາກ​ນະຄອນຫຼວງ. ​ເຈົ້າໜ້າ​ທີ່​ເວົ້າວ່າ ຈໍານວນ​ຜູ້​ເສຍຊີ
ວິດ​ອາດຈະ​ເພີ້ມຂຶ້ນຕື່ມ.

ພວກ​ທະຫານ​ບ້ານ​ດັ່ງກ່າວ ​ເປັນ​ພວກທີ່​ຍັງ​ຫຼົງ​ເຫຼືອຈາກ​ການ​ລຸກ​ຮື​ຂຶ້ນ​ໃນ​ປີ 2011 ​ທີ່​ໄດ້​ໂຄ່ນລົ້ມ​ຈອມ​ຜະ​ເດັດ​ການ Moammar Gadhafi ​ແລະ​ເປັນ​ກອງກຳລັງທີ່​ແຂງ​ແຮງທີ່​ສຸດ ​ໃນ​ລີ​ເບຍ​ເວລາ​ນີ້.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ປະນາມ​ເຫດການ​ຮຸນ​ແຮງ​ນີ້ ​ແລະຮຽກ ຮ້ອງ​ໃຫ້​ມີ​ສະຕິ​ຢັ້ງ​ຄິດ ​ໂດຍ​ກ່າວ​ວ່າ ບໍ່​ມີ​ແຫ່ງ​ຫົນ​ໃດ ​ສໍາລັບ​ການ​ກໍ່​ຄວາມ ຮຸນ​ແຮງ​ແບບ​ນີ້ ​ຈະ​ເກີດ​ຂຶ້ນ​ ໃນ​ລີ​ເບຍ​ຍຸກ​ໃໝ່.

Libya
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG