ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທະຫານຝຮັ່ງ ໄດ້ຮັບ ການຕ້ອນຮັບ ຢ່າງອົບອຸ່ນ ທີ່ ສ. ອາຟຣິກາກາງ


ທະຫານຝຣັ່ງ ຂະນະປະຕິບັດການ ຄຸ້ມຄອງຊາວເມືອງ ໆ
Bangui ປະເທດສາທາລະນະ ອາຟຣິກາກາງ ຈາກພວກປະ ກອບອາວຸດ
ທະຫານຝຣັ່ງ ຂະນະປະຕິບັດການ ຄຸ້ມຄອງຊາວເມືອງ ໆ Bangui ປະເທດສາທາລະນະ ອາຟຣິກາກາງ ຈາກພວກປະ ກອບອາວຸດ
ທະຫານ​ຝຣັ່ງ ​ໄດ້ຮັບ​ການຕ້ອນຮັບຢ່າງ​ມີໄຊ​ຊະນະ ​ເມື່ອ​ວັນ​ເສົາ​ວາ​ນນີ້ ຢູ່​ຕາມ​ຖະໜົນ ຫົນທາງ​ຂອງ​ເມືອງຫຼວງ Bangui ຂອງ​ສາທາລະນະ​ລັດ​ອາ​ຟຣິກາກາງ ຫຼື Central African Republic ຂະນະ​ທີ່​ເຮືອບິນ​ລົບ ​ແລະ​ເຮ​ລິຄອບ​ເຕີ້ ​ບິນ​ເວີ່ນ​ຢູ່​ໃນ​ລະດັບ​ຕໍ່າ ຢູ່​ເໜືອ​ຕົວ​ເມືອງ​ ແລະ​ຊາວ​ເມືອງ ພາກັນ​ຮ້ອງ​ໂຮ​ຕ້ອນຮັບ.

ການ​ສົ່ງ​ທະຫານ​ໄປ​ປະຕິ​ບັດ​ການ ມີ​ຂື້ນ​ໃນ​ເວລາດຽວ​ກັນ​ກັບ​ທີ່ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງ​ເວົ້າ​ວ່າ ການ​ເສີມ​ກໍາລັງ​ຂອງ​ຝຣັ່ງ ​ເຂົ້າ​ໃນກໍາລັງ​ທະຫານ​ທີ່​ສະຫະ​ປະຊາ​ຊາດ​ອະນຸມັດ​ໃຫ້​ເຂົ້າ​ໄປ​ຊ່ວຍ ​ເຫລືອ​ປະ​ເທດ​ອາ​ຟຣິກາ​ກາງ ທີ່​ປະສົບ​ກັບ​ສົງຄາມ​ກາງ​ເມືອງ​ຢູ່​ນັ້ນ ຈະ​ມີ​ຈໍານວນ​ເຖິງ 1,600 ຄົນ ພາຍ​ໃນ​ທ່ຽງ​ຄືນ​ວານ​ນີ້​ ຄືເພີ່ມ​ຂຶ້ນ 400 ຄົນ ຫຼາຍກວ່າ​ແຜນ​ເດີມ.

ທ່ານ Hollande ​ເວົ້າ​ຢູ່​ກຸງ​ປາຣີ ວ່າກໍາລັງ​ທະຫານ​ຝຣັ່ງ ​ໄດ້​ຖືກ​ສັ່ງ​ໃຫ້ ປົດ​ອາວຸດ​ພວກ​ທະຫານ​ບ້ານ​ທຸກ​ຄົນ ​ແລະ​ກຸ່ມ​ປະກອບ​ອາວຸດ ທີ່​ໂຈມ​ຕີ ປະຊາຊົນ ຢູ່​ໃນ​ເມືອງ​ດັ່ງກ່າວ​ ບ່ອນ​ທີ່​ພະນັກງານບັນເທົາທຸກ ​ໄດ້​ກູ້​ເອົາ ຫຼາຍຮ້ອຍ​ສົບ ນັບ​ຕັ້ງ​ແຕ່​ວັນ​ຫະຫັດ​ຜ່ານ​ມາ​.

French Troops Cheered on Arrival in CAR Capital

French troops received a triumphant welcome Saturday on the streets of Bangui, capital of the Central African Republic, as warplanes and helicopters swooped low over the embattled city and residents cheered.

The deployment came as French President Francois Hollande said French reinforcements to a United Nations-mandated force would reach 1,600 by the end of the day — 400 more than originally planned.

Hollande, speaking in Paris, said the French force had been ordered to disarm "all militias and armed groups terrorizing the population" in the city, where relief workers have collected hundreds of corpses since Thursday.
XS
SM
MD
LG