ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອະດີດ ນາຍົກ Burkina Faso ຊະນະ ການເລືອກຕັ້ງ ເປັນປະທານາທິບໍດີ ຂອງປະເທດ


ທ່ານ Roch Marc Christian Kabore ຈາກພັກ MPP ໄດ້ໂບກມື ໃນການຫາສຽງເລືອກຕັ້ງ ທີ່ນະຄອນ Ouagadougou, Burkina Faso, 27 ພະຈິກ, 2015.
ທ່ານ Roch Marc Christian Kabore ຈາກພັກ MPP ໄດ້ໂບກມື ໃນການຫາສຽງເລືອກຕັ້ງ ທີ່ນະຄອນ Ouagadougou, Burkina Faso, 27 ພະຈິກ, 2015.

ອະດີດນາຍົກລັດຖະມົນຕີ Burkina Faso ທ່ານ Roch Marc Christian Kabore ​ໄດ້​ຊະນະການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ປະ​ເທດ ດ້ວຍ​ຄະ​ແນນ​ສຽງ​ຫຼາຍ​ກ່ວາ​ເຄິ່ງ ຊຶ່ງ​ໄດ້​ເປັນ​ປະທາ​ນາ​ທິບໍດີຄົນ​ທຳ​ອິດ​ຂອງ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໃນ​ຮອບ​ຫຼາຍ​ທົດ​ສະ​ວັດ.

​ເຈົ້າ​ໜ້າທີ່​ເລືອກ​ຕັ້ງ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ທ່ານ Kabore
ແມ່ນ​ນາຍົກລັດຖະມົນຕີພາຍໃຕ້ການ​ອຳນາດ​ການ​ປົກຄອງທີ່​ມີ​
ອິດ​ທິພົນ ຂອງທ່ານ Blaise Compaore ກ່ອນ​ທີ່​ ແຍກ​ຈະ​ແຍກ​
ໂຕ​ອອກ​ຈາກການ​ປົກຄອງ​ດັ່ງກ່າວ ​ໂດຍ​ໄດ້ຊະນະ​ການ​ເລືອກຕັ້ງ
​ປະທານາທິ ບໍດີ​ໃນ​ຮອບ​ທຳ​ອິດ ດ້ວຍ​ຄະ​ແນນ​ສຽງ 53 ເປີ​ເຊັນ.

​ໃນຄຳ​ປາ​ໄສ​ ຫຼັງ​ຈາກ​ໄດ້​ມີ​ການ​ປະກາດ​ຜົນການ​ເລືອກ​ຕັ້ງ​ແລ້ວ​ນັ້ນ ທ່ານ Kabore ​ໄດ້​ປະ ຕິຍານ​ຕົນ​ວ່າ ຈະ​ເລີ້ມ​ເຮັດ​ວຽກ​ໃນ​ທັນ​ທີ​ທັນໄດ. ຂ່າວ​ໂທລະພາບ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ທີ່​ສະໜັບສະໜຸນທ່ານ Kabore ​ໄດ້​ໂຮມ​ຊຸມນຸມ​ກັນ​ຢູ່ຕາມຖະໜົນຫົນທາງ ​ໂບກ​ທຸງ ຊາດໄປມາ ​ແລະບີ​ບ​ແກ​ລົດ ​ເພື່ອ​ສະ​ແດງ​ອອກ​ເຖິງ​ຄວາມ​ປຶ້ມປິ​ຕິ​ຍິນ​ດີ ​ໃນ​ການ​ສະຫຼອງ​ໄຊຊະນະ​ຄັ້ງ​ນີ້.

ຜົນ​ການ​ນັບ​ຄະ​ແນນ​ສຽງໃນ​ຂັ້ນຕົ້ນສະ​ແດງ​ໃຫ້​ເຫັນ​ວ່າ ຄູ່​ແຂ່ງ​ທີ່​ມີ​ຄະ​ແນນ​ສຽງ​ໃກ້​ຄຽງ​
ທ່ານ ທີ່​ສຸດ ຄືທ່ານ Zephirin Diabre ​ໄດ້​ຄະ​ແນນ​ສຽງບໍ່​ຮອດ 30 ​ເປີ​ເຊັນ ອົງການ​ຂ່າວ​ຂອງຝຣັ່ງ ລາຍ​ງານ​ມາ​ຈາກນະຄອນ ​Ouagadougou ເມືອງ​ຫຼວງ​ຂອງ​ປະ​ເທດວ່າ ທ່ານ​ Diabre ​ໄດ້​ກ່າວ​ທີ່​ສຳນັກງານພັກຂອງ​ທ່ານວ່າ​ ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ຜູ້​ທີ່​ໄດ້​ຮັບໄຊຊະນະ ບໍ່ດົນກ່ອນ​ການ​ເຜີຍ​ຜົນ​ຂອງການ​ລົງ​ຄະ​ແນນ​ສຽງ.

ຜູ້ມີ​ສິດ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ທີ່​ຈົດ​ທະບຽນຈຳນວນ 5 ລ້ານ​ຄົນ​ແມ່ນ​ມີ​ສິດ​ໃນ​ການ​ເລືອກ ​ເອົາ​ຜູ້​ສະມັກ​ 14 ຄົນ​ທີ່​ລົງ​ແຂ່ງຂັນເປັນ​ປະທານາທິບໍດີ. ການ​ລົງ​ຄະ​ແນນ​ສຽງ ຕົ້ນຕໍ​ແມ່ນ​ໄດ້​ຈັດຕຽມ​ໄວ້​ສຳ​ຫຼັບ​ເດືອນ​ຕຸລາ​ຜ່ານ​ມາ​ນີ້ ​ແຕ່​ກໍ​ໄດ້​ຊັກ​ຊ້າ ຍ້ອນມີ​ການ​ກໍ່​ລັດຖະປະຫານ.

ທ່ານ Compaore ​ໄດ້​ຖືກ​ໂຄ່ນ​ລົ້ມ​ໃນ​ການ​ກໍ່​ລັດຖະປະຫານ​ປີ 2014. ທ່ານ​ໄດ້​ໃຊ້​ກຳລັງ​ຍຶດອຳນາດ ​ໃນ​ປີ 1987​ ​ແລະ​ໄດ້​ຮັບໄຊຊະນະ​ການ​ເລືອກ​ຕັ້ງອີກ 4 ຄັ້ງ ຊຶ່ງ​ທັງ 4 ຄັ້ງ ຕ່າງ​ກໍ​ໄດ້​ມີ​ການ​ຖົກ​ຖຽງ​ໂຕ້​ແຍ້​ງກັນ.

Burkina Faso ຊຶ່ງ​ສ່ວນ​ໃຫຍ່​ໄດ້​ຖືກນຳພາ​ໂດຍພວກ​ຜະ​ເດັດ​ການ ​ຊຶ່ງ​ເຂົ້າ​ຍຶດ​ເອົາ​ອຳນາດ​ດ້ວຍ​ກຳລັງ ນັບ​ຕັ້ງ​ແຕ່​ໄດ້​ຮັບເອກ​ກະລາດ​ ໃນຊຸມ​ປີ 1960 ເປັນ​ຕົ້ນ​ມາ.

XS
SM
MD
LG