ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເສຍຊີວິດ ຢ່າງໜ້ອຍ 14 ຄົນ ໃນເຫດວາງລະເບີດ ສະຫຼະຊີບ ຢູ່ຣັດເຊຍ (ວີດີໂອ/ສະໄລດ໌)


ເຈົ້າໜ້າ​ທີ່​ ໃນ​ພາກ​ໃຕ້ຂອງຣັດ​ເຊຍ​ເວົ້າ​ວ່າ ມືລະ​ເບີດ​ສະລະຊີ​ບ ຍິງ​ຄົນ​ນຶ່ງ ​ໄດ້ບີບ​ຂະ​ນວນ​ລະ​ເບີດ​ຢູ່ສະຖານີ​ລົດ​ໄຟ​ແຫ່ງ​ນຶ່ງ ທີ່​ເມືອງ Volgograd ທາງ​ພາກ​ໃຕ້​ຂອງ​ຣັດ​ເຊຍ ຢູ່​ໃກ້​ເຂດ Caucasus ​ເໜືອ ທີ່ວຸ້ນວາຍ​ນັ້ນ ເຮັດ​ໃຫ້​ເສຍ​ຊີວິດຢ່າງໜ້ອຍ 14 ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍສິບ​ຄົນ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ຈໍານວນ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ ​ອາດ​ປ່ຽນ​ແປງ​ໄປ​ໄດ້ ​ຕາມ​ເຫດການທີ່​ຜັນ​ຂະຫຍາຍ​ອອກ.

ລາຍ​ງານຂ່າວ​ເວົ້າ​ວ່າ ​ລະ​ເບີດ​ໄດ້​ແຕກ​ຂຶ້ນ ຢູ່​ທາງ​ໃນ​ສະຖານີລົດ​ໄຟ ​ໃນຕອນ​ເຊົ້າໆ​ຂອງ​ວັນ​ອາທິດ​ມື້​ນີ້.

ການ​ໂຈມ​ຕີ​ຮ້າຍ​ແຮງ​ເຖິງ​ຕາຍ​ຄັ້ງ​ນີ້ ມີ​ຂື້ນ​ໃນ​ຊ່ວງ​ເວລາ​ບໍ່​ເທົ່າ​ໃດ​ອາທິດ​ລ່ວງ​ໜ້າງານ​ແຂ່ງ​ຂັນກິລາ​ໂອ​ລິ​ມປິກ​ລະດູ​ໜາວ ທີ່​ເມືອງ Sochi ໃນເຂດ ທະ​ເລ​ດໍາ ຫຼື Black Sea ນັ້ນ.


ເຫ​ດການ​ໂຈມ​ຕີ​ບັ້ນ​ນຶ່ງ​ທີ່​ເມື​ອງ Volgograd ​ໂດຍ​ມື​ລະ​ເບີດ​ສະລະຊີ​ບຍິງຄົນ​ນຶ່ງ ​ເມື່ອ​ວັນ​ທີ 21 ຕຸລາ​ຜ່ານ​ມາ ​ໄດ້​ສັງຫານ​ຜູ້​ຄົນ​ 21 ຄົນ ​ແລະ​ເຮັດ​ໃຫ້ບາດ​ເຈັບ​ອີກ ປະມານ 30 ຄົນ.

​ໃນ​ຕົ້ນ​ເດືອນ​ກໍລະກົດຜ່ານ​ມາ ຜູ້ນໍາຂອງ​ກຸ່ມ​ກະບົດ​ອີສລາມ ຢູ່ເມືອງ Doko Umarov ​ໃນ​ເຂດ Caucasus ​ເໜືອ ​ໄດ້​ປະກາດ​ຢຸດ​ເຊົາ​ການໂຈະ​ການໂຈມ​ຕີ​ຕໍ່​ເປົ້າໝາ​ຍ ຊາວ ຣັດ​ເຊຍ ໄວ້​ຊົ່ວຄາວ ທີ່​ທ່ານ​ໄດ້​ປະກາດ​ໄປ​ເມື່ອ​ປີຜ່ານມານັ້ນ​.

ນອກ​ນີ້ ທ່ານ​ຍັງ​ໄດ້​ຮຽກຮ້ອງໃຫ້ກຸ່ມ​ກະບົດ ​ໃຫ້ແນ​ເປົ້າໝາຍ​ການ​ໂຈມ​ຕີ ໃສ່​ງານ​ແຂ່ງ ຂັນ​ກິລາ​ໂອລິ​ມປິກ​ລະດູ​ໜາວ ທີ່​ມີ​ກໍາໜົດ​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ກຸມພາ​ປີໜ້າ​ນີ້ ຊຶ່ງ​ບໍ່​ຢູ່​ຫ່າງ​ຈາກ​ເຂດ Caucasus ​ເໜືອ ປານ​ໃດ​.

Russia Blast
please wait
Embed

No media source currently available

0:00 0:00:21 0:00



.
XS
SM
MD
LG