ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປ. ຝຣັ່ງ ກ່າວວ່າ ປະເທດອີຣິຕເທຣຍພວມ "ກາຍເປັນປະເທດ ທີ່ເປົ່າແປນ"


ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande (ຂວາ) ໂອ້ລົມກັບ ປະທານສະພາຢູໂຣບ ທ່ານ Donald Tusk ຢູ່ທີ່ກອງປະຊຸມສຸດຍອດ ກ່ຽວກັບອົບພະຍົບ ຢ່າງບໍ່ເປັນທາງການ ຢູ່ນະຄອນຫຼວງ Valletta ປະເທດ Malta, ວັນທີ 11 ພະຈິກ 2015.
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande (ຂວາ) ໂອ້ລົມກັບ ປະທານສະພາຢູໂຣບ ທ່ານ Donald Tusk ຢູ່ທີ່ກອງປະຊຸມສຸດຍອດ ກ່ຽວກັບອົບພະຍົບ ຢ່າງບໍ່ເປັນທາງການ ຢູ່ນະຄອນຫຼວງ Valletta ປະເທດ Malta, ວັນທີ 11 ພະຈິກ 2015.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ກ່າວວ່າ
ອາຟຣິກາ ຕ້ອງການການຊ່ວຍເຫຼືອດ້ານການພັດທະນາຂອງ
ສາກົນເພື່ອຈະຫລຸດຜ່ອນ ການຫລັ່ງໄຫລຂອງຊາວອົບພະຍົບ
ອອກຈາກບັນດາປະເທດ ໃນອາຟຣິກາ.

ໃນການກ່າວຖະແຫລງຢູ່ທີ່ກອງປະຊຸມ ບັນດາຜູ້ນຳ ຫຼາຍກວ່າ
60 ທ່ານ ຈາກທັງ ອາຟຣິກາ ແລະ ສະຫະພາບຢູໂຣບ ເຊິ່ງທ່ານ
Hollande ກ່າວວ່າ ເວັ້ນເສຍແຕ່ວ່າ ອີຢູ ຈະນຳສົ່ງຂໍ້ກຳນົດຂອງ
ການຊ່ວຍເຫຼືອແລ້ວ ວິກິດການຊາວອົບພະຍົບ ທີ່ໄດ້ສົ່ງຜົນໃຫ້
ຫຼາຍແສນຄົນ ຫລົບໜີອອກຈາກປະເທດ ໄປຍັງຢູໂຣບ ຈະມີຢູ່
ຕໍ່ໄປ ໃນປີນີ້.

ທ່ານ Hollande ໄດ້ເນັ້ນໃຫ້ເຫັນ ວ່າ ພວກອົບພະຍົບສ່ວນຫຼາຍ ແມ່ນມາຈາກປະເທດ Eritrea ແລະ Sudan. ທ່ານ ກ່າວວ່າ ໃນກໍລະນີຂອງປະເທດ Eritrea “ຄວາມກົດດັນ
ທີ່ສູງສຸດ” ຕ້ອງວາງໃສ່ບັນດາຜູ້ນຳຂອງປະເທດນັ້ນ ເພື່ອປົວແປງສະຖານະການທີ່
ຮ້າຍແຮງນັ້ນ. ບໍ່ມີຜູ້ໃດເລີຍ ເວົ້າເຖິງເລື້ອງນີ້. ມັນແມ່ນປະເທດນຶ່ງ ທີ່ກາຍເປັນປະ
ເທດ ທີ່ເປົ່າແປນປາດສະຈາກພົນລະເມືອງຂອງຕົນ ທີ່ມີແຕ່ພວກຜູ້ນຳທີ່ໄຮ້ສິນທຳ
ຜູ້ທີ່ປ່ອຍປະ ໃຫ້ປະຊາຊົນຂອງພວກຕົນໄປ.”

ປະທານສະພາ ຢູໂຣບ ທ່ານ Martin Schultz (ຄົນທີສອງຈາກຂວາ) ໄປເຖິງລັດຖະສະພາ ປະເທດມາລຕາ ເພື່ອກ່າວຄຳປາໄສ ໃນໂອກາດ ກອງປະຊຸມສຸດຍອດ ເລື້ອງອົບພະຍົບ ໃນນະຄອນຫຼວງ Valletta, ປະເທດ Malta, ວັນອັງຄານທີ 10 ພະຈິກ 2015.
ປະທານສະພາ ຢູໂຣບ ທ່ານ Martin Schultz (ຄົນທີສອງຈາກຂວາ) ໄປເຖິງລັດຖະສະພາ ປະເທດມາລຕາ ເພື່ອກ່າວຄຳປາໄສ ໃນໂອກາດ ກອງປະຊຸມສຸດຍອດ ເລື້ອງອົບພະຍົບ ໃນນະຄອນຫຼວງ Valletta, ປະເທດ Malta, ວັນອັງຄານທີ 10 ພະຈິກ 2015.

ກອງປະຊຸມສຸດຍອດອີຢູ ໃນວັນພຸດວານນີ້ ແລະ ວັນພະຫັດມື້ນີ້ ທີ່ນະຄອນຫຼວງ Valleta
ຂອງປະເທດ Malta ແມ່ນເພັ່ງເລັງໃສ່ ເຫດຜົນຕ່າງໆ ທີ່ວ່າແມ່ນຫຽັງເຮັດໃຫ້ ພວກອົບ
ພະຍົບ ໜີອອກຈາກປະເທດຂອງຕົນ, ການຈັດແຈງຫາຊ່ອງທາງ ການອົບພະຍົບ ທີ່ຖືກ
ກົດໝາຍ ໃຫ້ດີຂຶ້ນ, ສົ່ງເສີມການປົກປ້ອງໃຫ້ແກ່ຊາວອົບພະຍົບ, ຕໍ່ສູ້ຕ້ານພວກລັກລອບ
ຄ້າມະນຸດ ແລະ ເສີມຂະຫຍາຍການຮ່ວມມື ກັບບັນດາປະເທດໃນອາຟຣິກາ ກ່ຽວກັບ
ການສົ່ງຄືນ ພວກຄົນທີ່ບໍ່ມີເງື່ອນໄຂຂໍລີ້ໄພ.

ນາຍົກລັດຖະມົນຕີ Belgium ທ່ານ Charles Michel ໄດ້ຮຽກຮ້ອງໃຫ້ ມີຄວາມໝັ້ນໝາຍ
ຢ່າງໜັກແໜ້ນ ທີ່ເໜືອກວ່າ ຄຳປະຕິຍານທາງດ້ານການເມືອງ.

ທ່ານ Michel ເວົ້າວ່າ “ພວກເຮົາເຊື່ອວ່າ ພວກເຮົາຕ້ອງຕໍ່ສູ້ຕ້ານທັງ ການເຂົ້າເມືອງ
ຜິດກົດໝາຍ ແລະ ການລັກລອບຄ້າມະນຸດ ພວກເຮົາເຊື່ອວ່າ ພວກເຮົາຍັງຕ້ອງ ໄດ້
ເຮັດໃຫ້ນະໂຍບາຍ ການສົ່ງກັບຄືນ ແລະ ການໃຫ້ກັບຄືນເຂົ້າມາໃນປະເທດ ຄືບໜ້າ
ຂຶ້ນອີກ. ເພື່ອເປັນການຕອຍສະໜອງ ບັນດາປະເທດໃນຢູໂຣບ ຕ້ອງໄດ້ປຸກລະດົມ
ການສະໜັບສະໜູນ ດ້ານການພັດທະນາເສດຖະກິດ ໃຫ້ຫຼາຍຂຶ້ນ, ການສະໜັບສະ
ໜູນ ດ້ານມະນຸດສະທຳ ແລະ ຍັງຕ້ອງສະໜັບສະໜູນໃຫ້ຫຼາຍຂຶ້ນ ເພື່ອອະນຸຍາດໃຫ້
ມີການແລກປ່ຽນເອົາພວກນັກສຶກສາ ເພື່ອໃຫ້ສາມາດມີການແລກປ່ຽນພວກນັກຄົ້ນ
ຄວ້າ ເຊິ່ງກໍຈະມີຄວາມສຳຄັນ ສຳລັບອະນາຄົດ ນຳດ້ວຍ.”

EU Migrants
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG