ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ຮຽນຄໍາສັບພາສາອັງກິດ Photobomb ແປວ່າ ຮູບຖ່າຍທີ່ໄດ້ມາແບບບໍ່ຕັ້ງໃຈ


ໃນຕົວຢ່າງນີ້: ເມື່ອໃຜຜູ້ນຶ່ງ photobomb, ພວກເຂົາເຈົ້າຈອບໆເຂົ້າມາ ຫຼື ກະໂດດເຂົ້າມາຕອນຖ່າຍຮູບ, ເຊິ່ງປົກກະຕິແລ້ວ ແມ່ນເວລາທີ່ເຮັດຫຼິ້ນ ເຮັດມ່ວນ

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

Some Americans got to see a full solar eclipse last summer.

ຊາວອາເມຣິກັນຈໍານວນນຶ່ງ ໄດ້ພາ​ກັນເບິ່ງ​ສຸລິຍະຄາດເຕັມດວງ ໃນຊ່ວງລະດູຮ້ອນຂອງປີແລ້ວນີ້.

That is when the moon crosses in front of the sun.

ນັ້ນ ໝາຍເຖິງເວລາທີ່ດວງເດືອນ ຕັດຜ່ານໜ້າຂອງດວງຕາເວັນພໍດີ.

PHOTOBOMB: PHOTOBOMB

One photograph from the solar eclipse stood out, the headline on Cnet’s website reads “International Space Station photobomb 2017 solar eclipse.”

ຮູບພາບອັນນຶ່ງຈາກປາກົດການສຸລິຍະຄາດ ເປັນທີ່ໂດ່ງດັງທີ່ສຸດ, ຫົວຂໍ້ຂ່າວຂອງເວັບໄຊທ໌ ຊີເນັດທ໌ (Cnet) ອ່ານວ່າ “ສະຖານີອະວະກາດສາກົນ ປາກົດຢູ່ໃນຮູບຖ່າຍ ສຸລິຍະຄາດປີ 2017.”

A photobomb is when someone or something unexpectedly enters a photograph as it is being taken.

ຮູບຖ່າຍ photobomb ແມ່ນເວລາທີ່ໃຜຜູ້ນຶ່ງ ຫຼືບາງສິ່ງບາງຢ່າງ ຕິດເຂົ້າມາໃນຮູບ ໃນຂະນະທີ່ຮູບນັ້ນຖືກຖ່າຍ.

When people photobomb, they sneak or jump into a camera shot, usually as a joke.

ເມື່ອໃຜຜູ້ນຶ່ງ photobomb, ພວກເຂົາເຈົ້າຈອບໆເຂົ້າມາ ຫຼື ກະໂດດເຂົ້າມາຕອນຖ່າຍຮູບ, ເຊິ່ງປົກກະຕິແລ້ວ ແມ່ນເວລາທີ່ເຮັດຫຼິ້ນ ເຮັດມ່ວນ.

Now you know what photobomb means.

ບັດນີ້ ທ່ານກໍຮູ້ແລ້ວວ່າ ຄໍາສັບ photobomb ນີ້ ໝາຍຄວາມວ່າຫຍັງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG