ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສູນກາງ ໄຮເປີລຸປ ແນໃສ່ເພື່ອສ້າງຄວາມກ້າວໜ້າທີ່ທັນສະໄໝ ດ້ານເທັກໂນໂລຈີ ໃນການຂົນສົ່ງ


ຜູ້ອຳນວຍການ ສູນກາງໄຮເປີລຸປ ຫຼື EHC ທ່ານ ຊາຈາ ລາມມີ ຍ່າງຢູ່ພາຍໃນອຸໂມງຄວາມຍາວ 420 ແມັດ ທີ່ຈະຖືກນຳໃຊ້ເປັນສະຖານທີ່ທົດລອງ, ໄດ້ຖືກກໍ່ສ້າງຂຶ້ນເພື່ອພັດທະນາ ເທັກໂນໂລຈີດ້ານໄຮເປີລຸປ ອັນເປັນທ່າແຮງໃນລະບົບການຂົນສົ່ງທີ່ຍືນຍົງໃນອະນາຄົດ, ຢູ່ສູນກາງໄຮເປີລຸປຂອງຢູໂຣບ, ເມືອງວີນດຳ, ວັນທີ 26 ມີນາ 2024.
ຜູ້ອຳນວຍການ ສູນກາງໄຮເປີລຸປ ຫຼື EHC ທ່ານ ຊາຈາ ລາມມີ ຍ່າງຢູ່ພາຍໃນອຸໂມງຄວາມຍາວ 420 ແມັດ ທີ່ຈະຖືກນຳໃຊ້ເປັນສະຖານທີ່ທົດລອງ, ໄດ້ຖືກກໍ່ສ້າງຂຶ້ນເພື່ອພັດທະນາ ເທັກໂນໂລຈີດ້ານໄຮເປີລຸປ ອັນເປັນທ່າແຮງໃນລະບົບການຂົນສົ່ງທີ່ຍືນຍົງໃນອະນາຄົດ, ຢູ່ສູນກາງໄຮເປີລຸປຂອງຢູໂຣບ, ເມືອງວີນດຳ, ວັນທີ 26 ມີນາ 2024.

ທໍ່ເຫຼັກຂະໜາດໃຫຍ່ມີຄວາມຍາວ 420 ແມັດ ແລ່ນຄູ່ຂະໜານໄປຕາມເສັ້ນ ທາງລົດໄຟ ໃນເຂດພາກເໜືອທີ່ມີລົມພັດແຮງຂອງ ເນເທີແລນ ອາດນຳມາ ຍຸກສະ​ໄໝໃໝ່ຂອງການຂົນສົ່ງມວນຊົນ ແລະເຄື່ອງຂອງສິນ​ຄ້າ, ອີງ​ຕາມ​ລາຍ​ງານ​ຂ​ອງ​ອົງ​ການ​ຂ່າວ AP.

ທໍ່ດັ່ງກ່າວນັ້ນເປັນໝາກຫົວໃຈຂອງສູນກາງໄຮເປີລູປຂອງຢູໂຣບ ທີ່ໄດ້ເປີດຂຶ້ນ ໃນວັນອັງຄານວານນີ້ ແລະຈະເປັນພື້ນຖານທີ່ພິສູດໃຫ້ເຫັນວິວັດທະນາການ ດ້ານເທັກໂນໂລຈີຂອງບັນດານັກພັດທະນາ ໃນຫຼາຍປີຂ້າງໜ້າຈະມາເຖິງນີ້.

ໄຮເປີລູປ (hyperloop), ຊຶ່ງໃນຄັ້ງນຶ່ງໄດ້ຖືກໂຄສະນາໂດຍ ທ່ານອີລອນ ມັສຄ໌ ນັ້ນ, ປະ​ກອບ​ມີຍານທີ່ມີຮູບຮ່າງແບບຫຼອດທີ່ໄຫລໄປຕາມສະໜາມເຫຼັກ ກ້າດ້ວຍຄວາມໄວສູງປະມານ 700 ກິໂລແມັດຕໍ່ຊົ່ວໂມງ ໂດຍຜ່ານທໍ່ເຫຼັກທີ່ມີ ຄວາມດັນຕ່ຳ. ຜູ້ສະໜັບສະໜຸນກ່າວອ້າງວ່າ ມັນມີປະສິດທິພາບສູງກວ່າການ ບິນໄລຍະໃກ້, ລາງລົດໄຟຄວາມໄວສູງ ແລະ ລົດບັນທຸກສິນຄ້າທັງຫຼາຍ.

ນັບ​ຕັ້ງ​ແຕ່​ທ່ານ ມັສຄ໌ ໄດ້ເປີດຕົວແນວຄິດທີ່ວ່າ ທ່ານສາມາດຂົນສົ່ງຜູ້ໂດຍ ສານລະຫວ່າງນະຄອນລອສ ແອນເຈີເລສ ຫາ ແຊນແຟຣນຊິສໂກ ທີ່ມີໄລ ຍະເກືອບ 645 ກິໂລແມັດ ໄດ້ພາຍໃນ 30 ນາທີນັ້ນ ຈຶ່ງມີຄວາມກ້າວໜ້າທີ່ ຊ້າກວ່າຫຼາຍ ຈາກການແຕ້ມແບບແຜນໄປສູ່ໂລກແຫ່ງຄວາມເປັນຈິງ.

“ຂ້າພະເຈົ້າຄາດໝາຍວ່າ ພາຍໃນປີ 2030 ເຈົ້າຈະມີເສັ້ນທາງຂອງໄຮເປີລຸປ ແຫ່ງທຳອິດບາງທີ 5 ກິໂລແມັດ ຊຶ່ງພວກຄົນຈະເປັນຜູ້ໂດຍສານທີ່ຖືກຂົນສົ່ງ ຢ່າງແທ້ຈິງ” ທ່ານ ຊາຈາ ລາມມີ ຜູ້ອຳນວຍການຂອງສູນກາງນັ້ນ ໄດ້ກ່າວ. ທ່ານກ່າວຕໍ່ໄປວ່າ “ແທ້ຈິງແລ້ວ ໄດ້ມີການກຽມພ້ອມໄວ້ແລ້ວສຳລັບເສັ້ນ ທາງຕ່າງໆເຊັ່ນນັ້ນຍົກຕົວຢ່າງ ໃນ ອີຕາລີ ຫຼື ອິນເດຍ.”

A 420-meter, or quarter-mile, white steel tube running alongside a railway line in the windswept northern Netherlands could usher in a new era for the transportation of people and freight.

The tube is the heart of the new European Hyperloop Center that opens Tuesday and will be a proving ground in coming years for developers of the evolving technology.

Hyperloop, once trumpeted by Elon Musk, involves capsules floating on magnetic fields zipping at speeds of around 700 kph (435 mph) through low-pressure tubes. Its advocates tout it as far more efficient than short-haul flights, high-speed rail and freight trucks.

But since Musk unveiled the concept that he said could shuttle passengers the nearly 645 kilometers (400 miles) between Los Angeles and San Francisco in 30 minutes, it has progressed at a much slower pace from the drawing board toward the real world.

"I expect by 2030, you will have the first hyperloop route, maybe 5 kilometers (3 miles) in which people will actually be transporting passengers," said the center's director, Sascha Lamme. "Actually, there's already preparations being done for such routes in, for example, Italy or India."

Sascha Lamme, left, and Marinus Van Der Meis walk at the European Hyperloop Center, with a 420m long tunnel serving as a testing facility, on March 26, 2024.
Sascha Lamme, left, and Marinus Van Der Meis walk at the European Hyperloop Center, with a 420m long tunnel serving as a testing facility, on March 26, 2024.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG