ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພາຍຸ ໄຊໂຄລນ ທີ່ຮຸນແຮງ ພັດຖະລົ່ມເຂົ້າ ປະເທດເກາະ ຟີຈີ ສ້າງຄວາມເສຍຫາຍ ຢ່າງໃຫຽ່


ຕົ້ນໄມ້ລົ້ມຫັກຕັນຫົນທາງ ຫຼັງຈາກໄດ້ຖືກພະຍຸໄຊໂຄລນ Winston ພັດ ຢູ່ໃນເມືອງ Nakasi, ເກາະ ຟີຈີ. 20 ກຸມພາ, 2016.
ຕົ້ນໄມ້ລົ້ມຫັກຕັນຫົນທາງ ຫຼັງຈາກໄດ້ຖືກພະຍຸໄຊໂຄລນ Winston ພັດ ຢູ່ໃນເມືອງ Nakasi, ເກາະ ຟີຈີ. 20 ກຸມພາ, 2016.

ຢ່າງໜ້ອຍ 5 ຄົນ ໄດ້ເສຍຊີວິດ ຈາກລົມພາຍຸໄຊໂຄລນຂະໜາດ ແຮງ ທີ່ພັດຖະຫລົ່ມ ປະເທດເກາະ ຟີຈີ ໃນມະຫາສະມຸດ ປາຊີຟິກ ຕອນໃຕ້ ເມື່ອວັນເສົາວານນີ້.

ຮູບພາບຖ່າຍຈາກດາວທຽມ ເປີດເຜີຍໂດຍອົງການ NASA ສະແດງໃຫ້ ເຫັນ ພາຍຸໄຊໂຄລນ Winston ໃນຕອນໃຕ້ຂອງມະຫາສະໝຸດ ປາຊີຟິກ. 19 ກຸມພາ 2016.
ຮູບພາບຖ່າຍຈາກດາວທຽມ ເປີດເຜີຍໂດຍອົງການ NASA ສະແດງໃຫ້ ເຫັນ ພາຍຸໄຊໂຄລນ Winston ໃນຕອນໃຕ້ຂອງມະຫາສະໝຸດ ປາຊີຟິກ. 19 ກຸມພາ 2016.

ທາງການຟີຈີ ໄດ້ເລີ້ມສົ່ງທີມງານຮັບມືກັບພາຍຸ ແລະ ໜ່ວຍມ້ຽນ ມັດ ອອກໄປທົ່ວເກາະທີ່ຕິດຕໍ່ກັນ ເພື່ອສັ່ງຊາເບິ່ງຄວາມເສຍຫາຍ ຈາກລົມພາຍຸໄຊໂຄລນ Winston ທີ່ມີຄວາມແຮງ ລະດັບ 5 ໂດຍ ມີລົມພັດແຮງເຖິງ 300 ກິໂລແມັດຕໍ່ຊົ່ວໂມງ ແລະ ມີລົມແຮງເປັນ ບາດໆ ຊຶ່ງເຮັດໃຫ້ມັນເປັນ ລົມພາຍຸເຂດຮ້ອນທີ່ແຮງທີ່ສຸດ ທີ່ໄດ້ ພັດຂຶ້ນຝັ່ງເຂົ້າໄປໃນເກາະຟີຈີ. ລາຍງານໃນເບື້ອງຕົ້ນ ກ່າວວ່າ ເຮືອນຫຼາຍຮ້ອຍຫຼັງ ໄດ້ຖືກທຳລາຍ ພວກຫຼັກເສົາສາຍສົ່ງກະແສ ໄຟຟ້າລົ້ມລົງ ແລະ ຖະໜົນຫຼາຍສາຍຖືກນ້ຳຖ້ວມທົ່ວໝູ່ເກາະແຫ່ງ ນັ້ນ.

ລັດຖະບານຟີຈີ ໄດ້ວາງມາດຕະການຫ້າມອອກນອກເຮືອນ ແລະ ໄດ້ປະກາດພາວະໄພພິບັດທຳມະຊາດ ເປັນເວລາຍາວນຶ່ງເດືອນ. ພົນລະເມືອງຫຼາຍຄົນ ໄດ້ໄປຫລົບລີ້ຢູ່ສະຖານທີ່ລີ້ໄພ ຢູ່ທີ່ສູນຍົກ ຍ້າຍທີ່ທາງການ ໄດ້ຈັດຕັ້ງຂຶ້ນມາ ໃນທົ່ວ ຟີຈີ ນັ້ນ.

ອີງຕາມ ສູນເຕືອນໄພລົມພາຍຸໄຊໂຄລນຮ່ວມ ສະຫະລັດ ລົມພາ ຍຸໄຊໂຄລນ ວິນສຕັ້ນ ພັດຖະຫລົ່ມແຄມຝັ່ງທາງພາກເໜືອຂອງ ເກາະ Viti Levu ຊຶ່ງເປັນເກາະສຳຄັນ ແລະ ໃຫຍ່ສຸດຂອງໝູ່ເກາະ ຈຳນວນຫຼາຍກວ່າ 330 ເກາະດ້ວຍກັນ.

Fiji Cyclone
please wait
Embed

No media source currently available

0:00 0:00:21 0:00

Powerful Cyclone Makes Landfall in Fiji
please wait

No media source currently available

0:00 0:00:39 0:00

XS
SM
MD
LG