ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ອາ​ຊະ​ຍາ​ກຳ​ເປັນ​ບັນ​ຫາ​ທີ່​ນຳ​ໜ້າ ​ສຳ​ລັບ​ຜູ້​ລົງ​ຄະ​ແນນ​ສຽງ​ ໃນ​ການ​ເລືອກ​ຕັ້ງ 2024


Crime among leading voter concerns in 2024 election
please wait

No media source currently available

0:00 0:02:54 0:00

ຊົມ​ວິ​ດີ​ໂອ ກ່ຽວກ​ັບ ລາຍ​ງານນີ້.

ອາຊະ​ຍາ​ກຳໃນ ສະ​ຫະ​ລັດ ແມ່ນ​ນຶ່ງ​ໃນ​ບັນ​ຫາ​ທີ່​ນຳ​ໜ້າ​ໝູ່​ໃນ​ຄວາມ​ຄິດ​ຂອງ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປີນີ້. ນັກ​ຂ່າວ​ວີ​ໂອ​ເອ ສ​ກັອດ ສ​ເຕີນ ຈະ​ພາ​ເຮົາ​ໄປ​ເບິ່ງວິ​ທີ​ທີ່​ທ່ານ ໂຈ ໄບ​ເດັນ ແລະ ທ່ານ ດໍ​ໂນ​ລ ທ​ຣຳ ແກ້​ໄຂ​ບັນ​ຫາ​ທີ່​ວ່າ​ນັ້ນ.

ອາ​ຊະ​ຍາ​ກຳ​ແມ່ນ​ນຶ່ງ​ໃນຫຼາຍ​ບັນ​ຫາ​ທີ່​ກະ​ຕຸ້ນ​ໃຫ້​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ເລືອກ​ຂັ້ນ​ຕົ້ນ​ອອກ​ໄປ​ໃຊ້​ສິດ​ໃນ​ລັດ ນິວຢອກ, ບ່ອນ​ທີ່​ທ່ານ ໂຈ ໄບ​ເດັນ ແລະ ດໍ​ໂນ​ລ ທ​ຣຳ ມີ​ຊື່​ໃນ​ບັດ​ຄະ​ແນນ​ສຽງ​ຂອງ​ພັກ​ພວກ​ເພິ່ນ ເຖິງ​ແມ່ນ​ຈະ​ໄດ້​ຮັບ​ການ​ສະ​ເໜີ​ຊື່​ທີ່​ອາດ​ເປັນ​ໄປ​ໄດ້​ສຳ​ລັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ແລ້ວ​ກໍ​ຕາມ.

ຜູ້​ອາ​ໄສ​ຢູ່​ລັດ ນິວຢອກ, ນາງ ໂກ​ລ​ດາ​ລີ, ຜູ້​ທີ່​ໄດ້​ຂໍ​ບໍ່​ໃຫ້​ເຜີຍ​ໜ້າ​ຂອງ​ລາວ​ໃນ​ກ້ອງ, ກ່າວ​ວ່າ​ລາວ​ຮູ້​ສຶກ​ປອດ​ໄພ​ໜ້ອຍ​ລົງ.

ນາງ ໂກ​ລ​ດາ​ລີ ກ່າວ​ວ່າ “ຂ້ອຍ​ມີ​ແຕ່​ຮູ້​ສຶກວ່າ​ມັນ​ມີ​ແຕ່​ກຳ​ລັງ ແລະ ກິດ​ຈະ​ກຳ​ທີ່ບໍ່​ໄດ້​ຢູ່​ຫັ້ນ​ມາ​ກ່ອນ, ທັງ​ຄົນ​ຜູ້​ທີ່​ອາດ​ກໍ່​ອາ​ຊະ​ຍາ​ກຳ ແລະ ຜູ້​ທີ່​ອາດ​ຢ້ານ​ຜູ້​ທີ່​ເຮັດ.”

ຜູ້​ລົງ​ຄະ​ແນນ​ສຽງ ນາງ ເອ​ມີ ແພ​ລ​ເລັດ​ເທຍ​ຣີ ເວົ້າ​ວ່າ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ເຮັດ​ໃຫ້​ລາວ​ລະ​ມັດ​ລະ​ວັງ​ຫຼາຍກວ່າ​ເກົ່າ ກ່ຽວ​ກັບ ບ່ອນ​ທີ່​ລາວ​ໄປ.

ນາງ ເອ​ມີ ແພ​ລ​ເລັດ​ເທຍ​ຣີ ກ່າວ​ວ່າ “ຂ້ອຍ​ຮູ້​ສຶກ​ປອດ​ໄພຫຼາຍ​ເວ​ລາ​ຂີ່​ລົດ​ໄຟ​ໃຕ້​ດິນ. ຂ້ອຍ​ຮູ້​ວ່າ​ມັນ​ມີ​ອາ​ຊະ​ຍ​າ​ກຳຫຼາຍ​ຂຶ້ນ. ຂ້ອຍ​ເຫັນ​ມັນ​ໃນ​ຂ່າວ. ຂ້ອຍ​ຍັງ​ບໍ່​ໄດ້​ປະ​ສົບ​ມັນ​ດ້ວຍ​ຕົນ​ເອງ, ສະ​ນັ້ນ​ຂ້ອຍ​ຮູ້​ວ່າ​ມັນ​ມີ​ແທ້, ແຕ່​ຂ້ອຍ​ຮູ້​ສຶກວ່າ​ຂ້ອຍ​ປອດ​ໄພ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຮູ້​ທີ່​ຈະຫຼີກ​ລ່ຽງ​ບາງ​ສະ​ຖາ​ນະ​ການ​ທີ່​ອາດ​ເປັນ​ຕາ​ຢ້ານ​ສຳ​ລັບ​ຂ້ອຍ, ຂ້ອຍ​ຈະ​ບໍ່​ເປັນ​ຫຍັງ.”

ໃນ​ການ​ເລືອກ​ຕັ້ງ​ນີ້, ທ່ານ ທ​ຣຳ ແມ່ນ​ໄດ້​ໂຄ​ສະ​ນາ​ຫາ​ສຽງ​ໃນ​ຖາ​ນະ​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ທີ່ “ຮັກ​ສາ​ລະ​ບຽບ​ກົດ​ໝາຍ” ໂດຍ​ປະ​ຕິ​ຍານ​ທີ່​ຈະ​ເສີມ​ສ້າງ​ຄວາມ​ແຂງ​ແກ່ນໃຫ້ຕຳຫຼວດ​ໃນ​ທ້ອງ​ຖິ່ນ.

ທ່ານ​ໄດ້​ເດີນ​ທາງ​ໄປ​ລັດ ນິວຢອກ ໃນ​ອາ​ທິດ​ແລ້ວນີ້ ລຸນຫຼັງ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ຖືກ​ຂ້າ​ຕາຍ​ໃນ​ລະ​ຫວ່າງ​ການ​ຢຸດ​ກວດ​ລົດ​ຢູຸ່​ຖະ​ໜົນ.

ທ່ານ ດໍ​ໂນ​ລ ທ​ຣຳ, ຜູ້​ທີ່​ຄາດ​ວ່າ​ຈະ​ຖືກ​ສະ​ເໜີ​ຊື່​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ຢຸດ​ມັນ. ພວກ​ເຮົາ​ຕ້ອງ​ເອົາ​ລະ​ບຽບ​ກົດ​ໝາຍ​ກັບ​ຄືນ​ມາ. ພວກ​ເຮົາ​ຕ້ອງ​ເຮັດຫຼາຍ​ຢ່າງ​ແຕກ​ຕ່າງ​ກັນ​ເພາະ​ວ່າ​ອັນນີ້​ມັນ​ບໍ່​ໄດ້​ຜົນ. ມັນ​ໄດ້​ເກີດ​ຂຶ້ນຫຼາຍ​ເທື່ອ​ໂພດ.”

ການ​ຢັ່ງ​ຫາງ​ສຽງ Harvard CAPS-Harris ​ໃນເດືອນ​ແລ້ວນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ ສະ​ຫະ​ລັດ ພິ​ຈາ​ລະ​ນາ​ອາ​ຊະ​ຍາ​ກຳ ແລະ ຢາ​ເສບ​ຕິດ​ເປັນ​ນຶ່ງ​ໃນ​ບັນ​ຫາ​ລະ​ດັບ​ສູງ​ສຸດ​ທີ່​ປະ​ເທດ​ກັບ​ລັງ​ປະ​ເຊີນ​ຢູ່, ສຳ​ຄັນ​ກວ່າ​ປະ​ກັນ​ສຸ​ຂະ​ພາບ, ລັດ​ທິ​ກໍ່​ການ​ຮ້າຍ ແລະ ສະ​ພາບ​ອາ​ກາດ​ປ່ຽນ​ແປງ,

ເຖິງ​ແມ່ນ​ວ່າ​ຂໍ້​ມູນ​ຂອງ​ອົງ​ການ FBI ຄັ້ງຫຼ້າ​ສຸດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ອາ​ຊະ​ຍາ​ກຳ​ຄວາມ​ຮຸນ​ແຮງ​ໃນ ສະ​ຫະ​ລັດ ໄດ້ຫຼຸດ​ລົງ​ປີ​ກາຍນີ້​ທົ່ວ​ປະ​ເທດ​ທັງ​ໃນ​ເມືອງ​ໃຫຍ່ ແລະ ນ້ອຍ​ກໍ​ຕາມ.

ທ່ານ ໄບ​ເດັນ ຊີ້​ການຫຼຸດ​ລົງ​ຂອງ​ຕົວ​ເລກ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ວ່າ​ນັ້ນ​ດັ່ງ​ກັບ ຫຼັກ​ຖານ​ຄວາມ​ສຳ​ເລັດໃນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຂອງ​ລັດ​ຖະ​ບານ. ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ແມ່ນ​ກຳ​ລັງ​ຕ້ານ​ຢັນ​ການ​ໂຈມ​ຕີ​ຂອງ​ທ່ານ ທ​ຣຳ ກ່ຽວ​ກັບ ອາ​ຊະ​ຍາ​ກຳ ດ້ວຍ​ການ​ເຊື່ອມ​ໂຍງ​ທ່ານ​ໃສ່​ວັນ​ທີ 6 ມັງ​ກອນ 2021, ເຊິ່​ງ​ແມ່ນ​ການ​ໂຈມ​ຕີ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ທີ່​ໄດ້​ຂັດ​ຂວາງ​ການ​ຢັ້ງ​ຢືນ​ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ລັດ​ຖະ​ສະ​ພາ, ເຊິ່ງ​ແມ່ນ​ການ​ແຂ່ງ​ຂັນ​ທີ່​ທ່ານ​ ທ​ຣຳ ໄດ້​ຜ່າຍ​ແພ້.

ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ໄບ​ເດັນ ໄດ້​ລວມ​ເອົາ​ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ​ຜູ້​ທີ່​ຢູ່​ຫໍ​ລັດ​ຖ​ະ​ສະ​ພາ​ໃນ​ມື້​ນັ້ນ.

ສິບ​ເອກ, ອາ​ກີ​ລີ​ໂອ ໂກ​ແນ​ລ໌, ອະ​ດີດ​ຕຳຫຼວດ​ຫໍ​ລັດ​ຖະ​ສ​ະ​ພາ​ ສະ​ຫະ​ລັດ ກ່າວ​ວ່າ “ເຈົ້າ​ບໍ່​ຕ້ອງ​ສົງ​ໄສ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຕໍ່​ປະ​ຊາ​ທິ​ປະ​ໄຕ ແລະ ລັດ​ຖະ​ທຳ​ມະ​ນູນ​ຂອງ​ພວກ​ເຮົາຖ້າ​ທ່ານ ທ​ຣຳ ຖືກ​ເລືອກ​ອີກ​ຄັ້ງ​ນຶ່ງ. ລາວ​ໄດ້​ບອກ​ພວກ​ເຮົາ. ລາວ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ. ແລະ ວັນ​ທີ 6 ມັງ​ກອນ ຈະ​ເບິ່ງ​ຄື​ກັບ​ການ​ຊ້ອມ​ຖ້າ​ພວກ​ເຮົາ​ບໍ່​ສາ​ມາດ​ເພິ່ງ​ພາ​ອາ​ໄສ​ພັກ​ຣີ​ພັບ​ບ​ລີ​ກັນ​ຂອງ​ທ່ານ ທ​ຣຳ ເພື່ອ​ປ້ອງ​ກັນ​ລັດ​ຖະ​ທຳ​ມະ​ນູນ ໃນ​ເມື່ອ​ເຂົາ​ເຈົ້າ​ຢູ່​ຝ່າຍ​ຕໍ່​ຕ້ານ​ກົດ​ໝາຍ ແລະ ຄວາມ​ເປັນ​ລະ​ບຽບ ແລະ ລະ​ບຽບ​ກົດ​ໝາຍ.”

ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ໄບ​ເດັນ ກ່າວ​ວ່າ ກົດ​ໝາຍ​ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ທ່ານ ທ​ຣຳ ແມ່ນ​ຖືກ​ທຳ​ລາຍ​ໂດຍ​ການ​ຟ້ອງ​ຮ້ອງ​ຄວາມ​ຜິດ​ທາງ​ອາ​ຍາຫຼາຍ​ຄັ້ງ​ຂອງ​ທ່ານ. ທ່ານ ທ​ຣຳ ເວົ້າ​ວ່າ​ຂໍ້​ກ່າວ​ຫ​າ​ທີ່​ວ່າ​ນັ້ນ​ແມ່ນ​ການ​ແຊກ​ແຊງ​ການ​ເລືອກ​ຕັ້ງ​ຈາກຄະ​ນະ​ຕຸລາ​ການ​ທີ່​ຖືກ​ໃຊ້ “ເປັນ​ອາ​ວຸດ.”

Crime was among the issues motivating primary voters Tuesday in New York, where Joe Biden and Donald Trump were on their parties’ ballots despite already securing their presumptive nominations for president.

New Yorker Goldalee, who asked that we not show her face on camera, says she feels less safe.

“I just have a sense that there’s just an energy and an activity that wasn’t there before, both with people who might commit crimes and people who might be afraid of those who do.”

Voter Amy Pellettieri says concerns about crime make her more careful about where she goes.

“I feel very safe riding the subway. I know crime is up. I see it on the news. I haven’t personally witnessed it myself, so I know it is there, but I feel like if I am safe and responsible and know to avoid certain situations that could be scary for me, I’ll be OK.”

In this election, Trump is campaigning as a “law and order” candidate vowing to strengthen local police.

He was in New York last week at the wake for an officer killed during a traffic stop.

"We have to stop it. We have to get back to law and order. We have to do a lot of things differently because this is not working. This is happening too often."

A Harvard CAPS-Harris Poll last month showed U.S. voters see crime and drugs as among the top issues facing the country, more important than health care, terrorism and climate change …

… even though the latest FBI data shows that violent crime in the United States dropped last year across the country in both large cities and small.

Biden points to those declining crime numbers as evidence of his administration’s success with law enforcement. His campaign is pushing back against Trump's attacks over crime by…

… linking him to the January 6, 2021, attack on the U.S. Capitol that disrupted Congress's certifying the presidential election, a race that Trump lost.

A Biden campaign event included law enforcement officers who were at the Capitol that day.

"You don't have to wonder what will happen to our democracy and our Constitution if Trump is elected again. He's telling us. He has shown us. And January 6th will look like a rehearsal if we cannot depend on Trump Republicans to defend the Constitution since they also sided against law and order and the rule of law."

The Biden campaign says Trump’s law and order claims are undermined by his multiple felony indictments. Trump says those charges are election interference from a “weaponized” judiciary.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG