ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ການລາຍງານຂ່າວ ກຽວກັບຈີນ ນຳມາເຊິ່ງການຕິດຕາມສອດແນມ ການຮາວີລົບກວນ ດັ່ງທີ່ບົດລາຍງານສະບັບນຶ່ງໄດ້ພົບເຫັນ


ແຟ້ມພາບ - ບັນດານັກຂ່າງວທັງ ຊາວຕ່າງປະເທດ ແລະຊາວຈີນໃນທ່້ອງຖິນ ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວປະຈຳວັນ ຢູ່ທີ່ຫ້ອງການ ຂອງກະຊວງການຕ່າງປະເທດຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 24 ເມສາ 2023.
ແຟ້ມພາບ - ບັນດານັກຂ່າງວທັງ ຊາວຕ່າງປະເທດ ແລະຊາວຈີນໃນທ່້ອງຖິນ ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວປະຈຳວັນ ຢູ່ທີ່ຫ້ອງການ ຂອງກະຊວງການຕ່າງປະເທດຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 24 ເມສາ 2023.

ສະພາບການຕ່າງໆຂອງການລາຍງານຂ່າວໃນຈີນ ໄດ້ຮັບການປັບປຸງດີ​ຂຶ້ນ ນັບຕັ້ງແຕ່ເກີດໂຣກລະບານ ແຕ່ບັນດານັກຂ່າວຊາວຕ່າງປະເທດ ຍັງປະເຊີນ ກັບການຂັດຂວາງຫຼາຍຢ່າງ ທີ່ລວມມີບັນຫາເລື້ອງການອອກວີຊາ, ການຕິດ ຕາມສອດແນມ ແລະການຮາວີລົບກວນ ອີງຕາມການສຳຫຼວດສະບັບໃໝ່.

ການສຳຫຼວດປະຈຳປີ ໂດຍສະມາຄົມນັກຂ່າວຕ່າງປະເທດຂອງຈີນ ຫຼື FCCC ໄດ້ພົບເຫັນວ່າ 81 ເປີເຊັນຂອງບັນດານັກຂ່າວໄດ້ກ່າວວ່າ ສະພາບການຕ່າງໆ ແມ່ນ​ “ຂ້ອນ​ຂ້າງ” ດີ​ຂຶ້ນກວ່າ​ເກົ່າ, ແຕ່ນັກຂ່າວເກືອບໝົດທຸກຄົນໄດ້ກ່າວວ່າ ສະພາບແວດລ້ອມຂອງການລາຍງານຂ່າວ​ແມ່ນບໍ່ໄປຕາມມາດຕະຖານສາກົນ.

ບັນຫາສຳຄັນຍັງຄົງມີຢູ່ຄືເກົ່າ ທີ່ລວມມີຂໍ້ຫຍຸ້ງຍາກໃນການຂໍວີຊາໄລຍະຍາວ, ເຊິ່ງເຮັດໃຫ້ໜ່ວຍງານຂ່າວຂອງຕ່າງໆປະເທດຂາດແຄນພະນັກງານ ເຊັ່ນວ່າ ບັນດານັກຂ່າວຖືກກີດຂວາງໂດຍຕຳຫຼວດ ຫຼື ເຈົ້າໜ້າທີ່ອື່ນໆໃນຂະນະທີ່ກຳລັງ ປະຕິບັດໜ້າທີ່ຢູ່ນັ້ນ ແລະຖືກຮາວີລົບກວນເມື່ອລາຍງານຢູ່ໃນເຂດຊິງຈຽງ ແລະ ຢູ່ຂົງເຂດຊາຍແດນຕ່າງໆ.

FCCC ໃນແຕ່ລະປີໄດ້ທຳການສຳຫຼວດບັນດານັກຂ່າວຫຼາຍກວ່າ 155 ຄົນ ຈາກເອເຊຍ, ຢູໂຣບ, ອາເມຣິກາລາຕິນ ແລະອາເມຣິກາເໜືອ. ບົດລາຍງານ ຫຼ້າສຸດແມ່ນອີງໃສ່ 101 ຄຳຕອບຕໍ່ການສຳຫຼວດນັ້ນ ເຊິ່ງເບິ່ງໃນເລື້ອງຂອງສະ ພາບການເຮັດວຽກສຳລັບສື່ມວນຊົນຂອງຕ່າງປະເທດ.

ສະຖານທູດຂອງຈີນ ຢູ່ໃນນະຄອນຫຼວງວໍຊິງຕັນ ບໍ່ໄດ້ໃຫ້ຄຳຕອບໃນທັນທີ ຕໍ່ການຂໍຄຳເຫັນກ່ຽວກັບການສຳຫຼວດດັ່ງກ່າວ.

ນຶ່ງໃນຄວາມຫຍຸ້ງຍາກຫຼັກແມ່ນການໄດ້ຮັບວີຊາ. ປະມານນຶ່ງສວນສາມຂອງບັນ ດານັກຂ່າວໄດ້ກ່າວວ່າ ໜ່ວຍງານຂອງພວກເຂົາ ຍັງຄົງຂາດແຄນພະນັກງານ ຢູ່ ຍ້ອນບັນຫາຄວາມຫຍຸ້ງຍາກໃນການຂໍຕໍ່ວີຊາ ຫຼື ຕ້ອງໄດ້ຍື່ນເອກະສານຂໍ ວີຊາໃໝ່.

ທາງການຈີນ ສ່ວນຫຼາຍໄດ້ອອກວີຊາໄລຍະສັ້ນໃຫ້. ໃນປີ 2023 ມີອົງການ ຂ່າວສະຫະລັດ ດຽວເທົ່ານັ້ນທີ່ສາມາດໄດ້ຮັບການອະ​ນຸ​ຍາດ, ຕາມທີ່ FCCC ໄດ້ພົບເຫັນ. ແລະສື່ມວນຊົນຂອງການາດາ ບໍ່ມີນັກຂ່າວຂອງຕົນທີ່ອາໄສຢູ່ ໃນຈີນເລີຍເປັນເວລາສີ່ປີມາແລ້ວ.

Reporting conditions in China have improved since the global pandemic but foreign journalists still face obstacles including visa problems, surveillance and harassment, according to a new survey.

The annual survey by the Foreign Correspondents’ Club of China, or FCCC, found that 81% of respondents said reporting conditions have “somewhat” improved, but nearly all the journalists said the reporting environment does not meet international standards.

Key issues remain, including difficulty in obtaining long-term visas, which leaves foreign news bureaus understaffed; reporters being obstructed by police or other officials while on assignment, and harassment when reporting in Xinjiang and border regions.

The FCCC each year surveys more than 155 correspondents from Asia, Europe, Latin America and North America. Its latest report is based on 101 responses to that survey which looks at working conditions for foreign media.

China’s Embassy in Washington did not immediately respond to a VOA email requesting comment on the findings.

One of the main difficulties is in securing visas. Around one-third of respondents said their bureaus remain understaffed because of difficulty in extending or successfully applying for new visas.

Chinese authorities have mostly issued short-term visas. In 2023, only one U.S. outlet was able to get accreditation, the FCCC found. And Canadian media have had no resident reporter in China for four years.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG