ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະພາຕໍ່າ ສະຫະລັດ ຊຸດໃໝ່ ມີຫຼາກຫຼາຍ ເຊື້ອຊາດ (ວີດິໂອລາວ/ອັງກິດ)


ຄະນະສະມາຊິກ ສະພາຕໍ່າສະຫະລັດ ຊຸດໃໝ່ ທີ່ໄດ້ຖືກເລືອກຕັ້ງ ໃຫ້ເຂົ້າຮັບຕໍາແໜ່ງ ໃນເດືອນມັງກອນ 2013 ນີ້.
ຄະນະສະມາຊິກ ສະພາຕໍ່າສະຫະລັດ ຊຸດໃໝ່ ທີ່ໄດ້ຖືກເລືອກຕັ້ງ ໃຫ້ເຂົ້າຮັບຕໍາແໜ່ງ ໃນເດືອນມັງກອນ 2013 ນີ້.
ສະມາຊິກ​ໃໝ່​ຂອງ​ລັດຖະສະພາສະຫະລັດ ກໍ​ຄື​ພວກ​ຜູ້​ແທນ​ທີ່​
ຖືກ​ເລືອກ​ຕັ້ງ​ໃໝ່ ທີ່​ຈະ​ເຂົ້າ​ມາຮັບຕໍາແໜ່ງ​ເປັນເທື່ອທໍາອິດໃນ
ເດືອນມັງກອນນີ້ ​ແມ່ນ ປະກອບດ້ວຍຫຼາກຫຼາຍ​ເຊື້ອ​ຊາດ ກ່ວາ​
ຊຸດ​ຜ່ານໆ​ມາໃນປະວັດສາດຂອງສະຫະລັດ. ສິ່ງກີດກັ້ນຕ່າງໆ ແມ່ນໄດ້ຖືກທັບມ້າງລົງໄປແລ້ວ ບໍ່​ວ່າໃນດ້ານຊົນຊາດ ​ແນວ​
ຄິດດ້ານເພດສໍາພັນ ແລະສາສະໜາ. ຄວາມຈິງແລ້ວ ໃນ ຈໍານວນສະມາຊິກສະພາຕໍ່າຈາກພັກເດໂມແຄຣທ 200 ຄົນ
ນັ້ນ ປາກົດວ່າ ສະຕີແລະບັນດາກຸ່ມຊົນສ່ວນນ້ອຍ ຈະມີຈໍາ
ນວນລື່ນຜູ້ຊາຍຜິວຂາວທີ່ບໍ່ ແມ່ນກະເທີຍ. ຜູ້ສື່ຂ່າວວີໂອເອ
Carolyn Presutti ຈະແນະນໍາ​ໃຫ້ພວກ ເຮົາ​ໄດ້ຮູ້ຈັກກັບຜູ້​
ແທນສອງສາມຄົນທີ່ ກໍາລັງສ້າງປະວັດສາດຢູ່ໃນສະພາຄອງ
ແກຣສ ​ແລະສະທ້ອນໃຫ້ເຫັນ​ໄດ້​ດີ​ຂຶ້ນ ບັນດາປະຊາຊົນທີ່
ອາ​ໄສຢູ່ໃນສະຫະລັດ. ທອງປານ ມີເລຶ່ອງນີ້ມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ລັດຖະສະພາສະຫະລັດ​ແມ່ນ​ເປັນ​ສະຖານ​ທີ່​ທີ່​ໜ້າ​ຫວາດ​ຫວັ່ນ​ຢູ່ແລ້ວ ສໍາລັບຜູ້​ແທນໜ້າ​ໃໝ່ປີທໍາອິດຄົນ​ໃດ​ກໍ​ຕາມ ​ແຕ່ລອງຄິດວາດພາບເບິ່ງຜູ້​ແທ​ນທີ່​ຈະຕ້ອງເຄື່ອນໄຫວໄປມາ​
ໂດ​ຍໃຊ້ລົດເຂັນ ​ເບິ່ງ​ດຸ.

ນັ້ນ​ຄືທ່ານນາງ Tammy Duckworth ສະມາຊິກສະພາຕໍ່າທີ່ໄດ້ຮັບເລືອກ ຕັ້ງ​ເມື່ອ​ເດືອນ​ພະຈິກ​ຜ່ານ​ມາ. ທ່ານ​ນາງເສຍ​ຂາ​ທັງ​ສອງ​ເບື້ອງ​ໄປເວລາລະ ເບີດຈະ​ຫຼວດ RPG ລູກນຶ່ງ ຕົກໃສ່ໃນເຮືອບິນ​ເຮ​ລິ​ຄອບ​ເຕີ້ Blackhawk ທີ່ລາວຂັບຢູ່ໃນອີຣັກ.

ທ່ານນາງ Duckworth ເປັນນັກລົບເກົ່າຍິງຄົນທໍາອິດ ແລະເປັນສະມາຊິກ ສະພາຕໍ່ສະ ຫະລັດຄົນທໍາອິດ ທີ່ເກີດຢູ່ປະເທດໄທ. ທີ່ຈິງແລ້ວ ບັນດາສະມາຊິກສະພາຊຸດໃໝ່ນີ້ແມ່ນ ເບິ່ງຄ້າຍຄືປະຊາກອນສະຫະລັດ ຫຼາຍກວ່າຄັ້ງຜ່ານໆມາ ຊຶ່ງເຮັດໃຫ້ສະພາຄອງແກຣສ ມີສີສັນຫຼາຍທີ່ສຸດເທົ່າ​ທີ່​ອາ​ເມຣິກາເຄີຍເຫັນມາ.

ສສ ແທມມີ ເວົ້າວ່າ: “ຂ້າພະເຈົ້າຄິດວ່າມັນໜ້າອັດສະຈັນຫຼາຍແທ້ໆ ມັນສະທ້ອນ ໃຫ້ເຫັນປະເທດຊາດພວກເຮົາ ກໍຄືປະເທດຊາດຂອງພວກ​ເຮົາມີຄວາມຫຼາກຫຼາຍ
ຫຼາຍຂຶ້ນ​ໃນ​ເວລາ​ນີ້ ມັນຄືຄວາມເຂັ້ມແຂງຂອງປະເທດນີ້ ພວກເຮົາມາຈາກພື້ນ
ເພທີ່ແຕກຕ່າງກັນແທບທັງນັ້ນ.”


ເຊັ່ນດຽວກັບທ່ານນາງ Tulsi Gabbard ສະມາຊິກສະພາຕໍ່າຄົນໃໝ່ຈາກ ລັດຮາວາຍ ແລະເປັນສະມາຊິກສະພາຄອງແກຣສ ຄົນທໍາອິດທີ່ຖືສາສະໜາຮິນດູ ແລະທ່ານ Sean Maloney ກໍເປັນສະມາຊິກສະພາຄົນໃໝ່ ທີ່ສະ​ແດງ​ໂຕ​ວ່າເປັນກະເທີຍ ຢ່າງເປີດເຜີຍ.

ສສ Sean Maloney ເວົ້າວ່າ: “ມັນຈະນໍາ​ເອົາຫາງສຽງທີ່ຖືກເມີນເສີຍນັ້ນ ​
ເຂົ້າ​ມາສູ່ຂັ້ນ​ຕອນການດໍາເນີນງານຂອງສະພາ ແລະຂ້າພະເຈົ້າຄິດວ່າ
ມັນເປັນສິ່ງທີ່ດີ. ນັ້ນກໍຄື​ເລື້ອງ​ລາວຂອງອະເມຣິກາ ບໍ່ແມ່ນຫວະ?”


ຜູ້ຊາຍຜິວຂາວເປັນຜູ້ກໍ່ຕັ້ງປະເທດນີ້. ບັດນີ້ ພວກຜູ້ຊາຍທີ່ບໍ່ແມ່ນກະເທີຍ ​ແມ່ນ​ໄດ້ກາຍ ປັນຊົນກຸ່ມນ້ອຍໄປແລ້ວ​ໃນ​ບັນດາ​ສະມາຊິກພັກເດໂມແຄຣທ ຢູ່ໃນສະພາຕໍ່າ. ທ່ານ
John Samples ປະຈໍາສະຖາບັນ Cato ເວົ້າວ່າ ​ເວລາ​ນີ້ ​ແມ່ນເປັນຊ່ວງເວລາແຫ່ງ ການປ່ຽນແປງ.

ທ່ານ Samples ເວົ້າວ່າ: “ນັ້ນຄືວິທີການທີ່ລະບົບຂອງ​ເຮົາຄວນຈະເປັນ ກໍຄື
ປະເທດຊາດປ່ຽນແປງ​ໄປ ປະຊາກອນກໍປ່ຽນແປງ​ໄປ ແລະກໍມີການປ່ຽນແປງ ດ້ານການເມືອງ.”


ຝ່າຍພັກຣີພັບບລິກັນນັ້ນ ບໍ່​ໄດ້ມີການປ່ຽນແປງແບບດຽວກັນນີ້ ຢູ່ໃນກຸ່ມຜູ້ແທນສະພາຕໍ່າ ຂອງຕົນ. ​ໃນ​ຈໍານວນສະມາຊິກສະພາຕໍ່າທີ່ຖືກເລືອກຕັ້ງ ໃໝ່ 36 ຄົນ​ນັ້ນ ​ແມ່ນເປັນຊົນ ຜິວຂາວທັງໝົດ ມີສະຕີ​ແຕ່ພຽງສາມຄົນ. ທ່ານ Roger Williams ສະມາຊິກສະພາຕໍ່າ ຄົນໃໝ່ຂອງພັກຣີພັບບລິກັນ ເວົ້າວ່າ ສິ່ງສໍາຄັນນັ້ນ ກໍຄືເປົ້າໝາຍຫຼາຍກວ່າ.

ສສ ວິລລຽມສ໌ ເວົ້າວ່າ: “ພວກ​ເຮົາ ບໍ່ມີໃຜເຂົ້າມາສະຫະລັດ​ເທິງ​ກໍາປັ່ນລໍາດຽວກັນ
ຈັກ​ຄົນດອກ ແຕ່ວ່າບັດ​ນີ້ ພວກເຮົາຢູ່ໃນເຮືອລໍາດຽວກັນ.”


​ແຕ່​ວ່າ ເຮືອລໍາດຽວກັນນີ້ ບັນທຸກສະມາຊິກລັດຖະສະພາ ທີ່ມີບຸລິມະສິດຫຼາກຫຼາຍ ອັນ ເປັນຜົນມາຈາກການປ່ຽນແປງຂອງປະຊາກອນ ​ຢູ່​ໃນເຂດເລືອກຕັ້ງຂອງພວກເຂົາເຈົ້າ.

ພວກນັກວິເຄາະບາງຄົນ ທໍານາຍວ່າ ຫຼັງຈາກພວກຜູ້​ແທນ​ໃໝ່ເຂົ້າຮັບຕໍາແໜ່ງໃນເດືອນ ມັງກອນນີ້​ແລ້ວ ຈະ​ມີການຮັບຜ່ານກົດໝາຍຕ່າງໆ ທີ່ສົມບູນຫລາຍຂຶ້ນ ຄືລວມ​ເອົາຜົນ​
ປະ​ໂຫຍ​ດຂອງ​ປະຊາກອນ​ທຸກເຊື້ອ​ຊາດ ກໍຄືພວກກົດໝາຍທີ່ຈະສະທ້ອນໃຫ້ເຫັນໂສມ ໜ້າໃໝ່ຂອງອະເມຣິກາ ນັ້ນເອງ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:
XS
SM
MD
LG