ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຕໍ່າຊຸດໃໝ່ຂອງສະຫະລັດ ມີຫລາກຫລາຍເຊື້ອຊາດ ກ່ວາທີ່ຜ່ານມາ


ສະມາຊິກ​ໃໝ່​ຂອງ​ລັດຖະສະພາສະຫະລັດ ກໍ​ຄື​ພວກ​ຜູ້​ແທນ​ທີ່​ຖືກ​ເລືອກ​ຕັ້ງ​ໃໝ່ ທີ່​ຈະ​ເຂົ້າ​ມາຮັບຕໍາແໜ່ງ​ເປັນເທື່ອທໍາອິດໃນເດືອນ ມັງກອນນີ້ ​ແມ່ນປະກອບດ້ວຍຫຼາກຫຼາຍ​ເຊື້ອ​ຊາດ ກ່ວາ​ຊຸດ​ຜ່ານໆ​ມາ ໃນປະວັດສາດຂອງ ສະຫະລັດ. ຄວາມຈິງແລ້ວ ໃນຈໍານວນຜູ້ແທນ ສະພາຕໍ່າຈາກພັກເດໂມແຄຣທ 200 ຄົນນັ້ນ ປາກົດວ່າ ສະຕີແລະ ກຸ່ມຊົນສ່ວນນ້ອຍ ມີຈໍານວນລື່ນຜູ້ຊາຍຜິວຂາວທີ່ບໍ່ແມ່ນກະເທີຍ. ຜູ້ສື່ຂ່າວວີໂອເອ Carolyn Presutti ຈະແນະນໍາ​ໃຫ້ພວກເຮົາ​ໄດ້ ຮູ້ຈັກກັບຜູ້​ແທນສອງສາມຄົນ ທີ່ກໍາລັງສ້າງປະວັດສາດຢູ່ໃນສະພາ ຄອງແກຣສ ​ແລະສະທ້ອນໃຫ້ເຫັນ​ໄດ້​ດີ​ຂຶ້ນ ບັນດາປະຊາຊົນທີ່ ອາ​ໄສ ຢູ່ໃນສະຫະລັດ.

ຂ່າວປະເພດຕ່າງໆ

XS
SM
MD
LG