ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ມະຫາວິທະຍາໄລ ໂຄລຳເບຍ ຍົກເລີກເສັ້ນຕາຍ ສຳລັບການຮື້ຖອນ ຄ້າຍເຕັ້ນຂອງພວກປະທ້ວງ ທີ່ສະໜັບສະໜູນ ຊາວປາແລັສໄຕນ໌


ພວກປະທ້ວງທີ່ສະໜັບສະໜູນ ຊາວປາແລັສໄຕນ໌ ພາກັນຢືນປະທ້ວງຢູ່ດ້ານນອກຮົ້ວທາງເຂົ້າຫຼັກ ຢູ່ທີ່ ມະຫາວິທະຍາໄລ ໂຄລຳເບຍ, ໃນລັດນິວ ຢອກ, ເມື່ອຕອນເຊົ້າ ວັນທີ 26 ເມສາ 2024.
ພວກປະທ້ວງທີ່ສະໜັບສະໜູນ ຊາວປາແລັສໄຕນ໌ ພາກັນຢືນປະທ້ວງຢູ່ດ້ານນອກຮົ້ວທາງເຂົ້າຫຼັກ ຢູ່ທີ່ ມະຫາວິທະຍາໄລ ໂຄລຳເບຍ, ໃນລັດນິວ ຢອກ, ເມື່ອຕອນເຊົ້າ ວັນທີ 26 ເມສາ 2024.

ມະຫາວິທະຍາໄລ ໂຄລຳເບຍ ໄດ້ຖອຍອອກໄປເມື່ອຕອນແລງວັນພະຫັດວານນີ້ ຈາກທີ່ໄດ້ປະກາດກຳນົດເສັ້ນຕາຍແກ່ພວກປະທ້ວງທີ່ສະໜັບສະໜູນຊາວປາແລັສໄຕນ໌ ໃນຕອນຂ້າມຄືນ ໃຫ້ພວກເຂົາຍົກຍ້າຍອອກໄປຈາກວິທະຍາເຂດແຫ່ງນັ້ນ ໃນຂະນະທີ່ຢູ່ວິທະຍາເຂດຫຼາຍແຫ່ງໃນສະຫະລັດ ພະຍາຍາມຫາທາງທີ່ຈະປ້ອງກັນບໍ່ໃຫ້ພວກປະທ້ວງເຂົ້າຍຶດຄອງພື້ນທີ່ ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

ຕຳຫຼວດໄດ້ດຳເນີນການຈັບກຸມຂະໜາດໃຫຍ່ຢູ່ໃນມະຫາວິທະຍາໄລແຫ່ງຕ່າງໆທົ່ວປະເທດ ໃນບາງຄັ້ງກໍໃຊ້ສານເຄມີເຮັດໃຫ້ມີອາການຄັນຕົວ ແລະໃຊ້ອຸປະກອນຊັອດເພື່ອໃຫ້ພວກປະທ້ວງກ່ຽວກັບສົງຄາມຂອງອິສຣາແອລ ກັບກຸ່ມຮາມາສ ນັ້ນ ສະຫລາຍຕົວ.

ທ່ານນາງ ມີນູຈ ຊາຟີກ ປະທານ ມະຫາວິທະຍາໄລ ໂຄລຳເບຍ ທີ່ມີສຳນັກງານຕັ້ງຢູ່ໃນລັດນິວຢອກ ໄດ້ອອກຖະແຫລງການສະບັບນຶ່ງ ເມື່ອຕອນແລງ 11 ໂມງ 7 ນາທີ ຕາມເວລາໃນທ້ອງຖິ່ນ ໃນການຖອນຕົວອອກຈາກເສັ້ນຕາຍເວລາທ່ຽງຄືນເພື່ອໃຫ້ຮື້ຖອນແຄ້ມເຕັນໃຫຍ່ ທີ່ມີພວກນັກສຶກສາປະມານ 200 ຄົນ.

“ການເຈລະຈາຫຼາຍຮອບ ໄດ້ສະແດງໃຫ້ເຫັນຄວາມກ້າວໜ້າ ແລະດຳເນີນຕໍ່ໄປຕາມແຜນການ” ຖະແຫລງການນັ້ນ ໄດ້ກ່າວ ແລະກ່າວຕື່ມວ່າ “ພວກເຮົາມີຂໍ້ຮຽກຮ້ອງຕ່າງໆຂອງພວກເຮົາ, ພວກເຂົາກໍມີຂອງພວກເຂົາເອງ.”

ຖະແຫລງການນັ້ນ ໄດ້ປະຕິເສດວ່າ ຕຳຫຼວດຂອງນະຄອນນິວຢອກ ໄດ້ຖືກເຊື້ອເຊີນມາຍັງວິທະຍາເຂດ. “ຂ່າວລືນີ້ ແມ່ນບໍ່ຖືກຕ້ອງ” ຖະແຫລງການໄດ້ກ່າວ.

ນັກສຶກສາຄົນນຶ່ງ ທີ່ລະບຸຕົວຂອງນາງ ພຽງແຕ່ຊື່ ມີມີ (Mimi) ກ່າວຕໍ່ອົງການຂ່າວ AFP ວ່າ ນາງໄດ້ຢູ່ໃນຄ້າຍເຕັ້ນນີ້ ເປັນເວລາເຈັດມື້ແລ້ວ.

ນາງເວົ້າວ່າ “ພວກເຂົາເອີ້ນພວກເຮົາເປັນພວກຜູ້ກໍ່ການຮ້າຍ, ພວກເຂົາເອີ້ນພວກເຮົາ ຫົວຮຸນແຮງ. ແຕ່ເຄື່ອງມືທີ່ພວກເຮົາມີແທ້ໆ ແມ່ນສຽງຂອງພວກເຮົາເທົ່ານັ້ນ.”

ພວກປະທ້ວງທີ່ເປັນນັກສຶກສາ ກ່າວວ່າ ພວກເຂົາເຈົ້າ ກຳລັງສະແດງອອກເຖິງຄວາມເປັນນ້ຳນຶ່ງໃຈດຽວກັບຊາວປາແລັສໄຕນ໌ ໃນກາຊາ ບ່ອນທີ່ຈຳນວນຂອງການເສຍຊີວິດ ໄດ້ສູງຂຶ້ນເຖິງ 34,305 ຄົນ ອີງຕາມ ກະຊວງສາທາລະນະສຸກທີ່ດຳເນີນການຢູ່ດິນແດນແຫ່ງນັ້ນໂດຍກຸ່ມຫາມາສ.

ຫຼາຍກວ່າ 200 ຄົນພາກັນປະທ້ວງຕໍ່ສົງຄາມ ກໍໄດ້ຖືກຈັບກຸມ ໃນວັນພຸດ ແລະຕ້ອນເຊົ້າວັນພະຫັດ ຢູ່ທີ່ນະຄອນ ລອສ ແອນເຈີເລສ, ບອສຕັນ ແລະຢູ່ທີ່ ນະຄອນ ອອສຕິນ, ລັດເທັກຊັສ ບ່ອນທີ່ປະມານ 2,000 ຄົນໄດ້ໄປເຕົ້າໂຮມກັນອີກເທື່ອນຶ່ງ ໃນວັນພະຫັດວານນີ້.

ພວກຕຳຫຼວດປາບຈະລາຈົນ ໃນລັດຈໍເຈຍ ຢູ່ທາງພາກໃຕ້ຂອງສະຫະລັດ ໄດ້ໃຊ້ສານເຄມີທີ່ເຮັດໃຫ້ເກີດຄັນຕົວ ແລະໃຊ້ອຸປະກອນຊັອດ ເພື່ອສະຫຼາຍພວກປະທ້ວງ ຢູ່ທີ່ມະຫາວິທະຍາໄລ ເອັມມໍຣີ ໃນນະຄອນແອັຕແລນຕາ.

Columbia University backed off late Thursday from an overnight deadline for pro-Palestinian protesters to abandon an encampment there as more college campuses in the United States sought to prevent occupations from taking hold.

Police have carried out large-scale arrests in universities across the country, at times using chemical irritants and tasers to disperse protests over Israel's war with Hamas.

The office of New York-based Columbia University President Minouche Shafik issued a statement at 11:07 p.m. (0307 GMT Friday) retreating from a midnight deadline to dismantle a large tent camp with around 200 students.

"The talks have shown progress and are continuing as planned," the statement said. "We have our demands; they have theirs."

The statement denied that New York City police were invited on the campus. "This rumor is false," it said.

A student, identifying herself only as Mimi, told AFP she had been at the camp for seven days.

"They call us terrorists, they call us violent. But the only tool we actually have are our voices," she said.

Student protesters say they are expressing solidarity with Palestinians in Gaza, where the death toll has topped 34,305, according to the Hamas-run territory's health ministry.

More than 200 people protesting the war were arrested Wednesday and early Thursday at universities in Los Angeles, Boston and Austin, Texas, where around 2,000 people gathered again Thursday.

Riot officers in the southern state of Georgia used chemical irritants and tasers to disperse protests at Emory University in Atlanta.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG