ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ນັກວິທະຍາສາດ ໃຊ້ຂໍ້ມູນໃນລະບົບ Cloud ເພື່ອຕິດຕາມພູເຂົາໄຟ


LogOn Predicting Volcanic Eruptions
please wait

No media source currently available

0:00 0:02:00 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ນັກວິທະຍາສາດ ໃນລັດອາລາສກາ ກຳລັງພັດທະນາ ແນວທາງທີ່ໃຊ້ໃນລະບົບຄາວ ເກັບກຳ ແລະ ວິເຄາະຂໍ້ມູນ ພູເຂົາໄຟ ເພື່ອເພີ້ມຄວາມໄວ ໃນການຄາດເດົາການປະທຸຂອງມັນ.

ເມື່ອພູເຂົາໄຟທີ່ຫຼັບໄປດົນນານໃນເມືອງ ອາລາສກາ ໄດ້ສົ່ງສັນຍານການປະທຸອີກຄັ້ງໃນປີທີ່ແລ້ວນີ້, ບັນດານັກວິທະຍາສາດໄດ້ນຳໃຊ້ເຕັກໂນໂລຈີໃໝ່ ເພື່ອວິເຄາະຂໍ້ມູນຈຳນວນຫຼາຍຢ່າງໄວວາ

ທ່ານ ຣອນນິ ກຼາເປັນທິນ ຮອງສາສະດາຈານ ມະຫາວິທະຍາໄລລັດ ອາລາສກາ ສະຖາບັນ ຟີຊີກແຟແບງ ໄດ້ເວົ້າວ່າ:

“ບໍ່ມີໃຜຮູ້ໄດ້ວ່າມັນຊິເກີດຫຍັງຂື້ນ. ພວກເຮົາມີເວລາພຽງແຕ່ 02 ມື້ເທົ່ານັ້ນທີ່ຈະວິເຄາະຂໍ້ມູນທີ່ສະສົມມາເກືອບ 08 ປີ ຊຶ່ງກ່ອນໜ້ານີ້ອາດຈະໃຊ້ ເວລາຫຼາຍອາທິດ ຫາ ຫຼາຍເດືອນ”

ການສັງເກດການພູເຂົາໄຟສ່ວນໃຫຍ່ໄດ້ນຳໃຊ້ດາວທຽມເພື່ອວັດແທກ ການເໜັງຕີງຂອງຊັ້ນໃຕ້ດິນຢູ່ອ້ອມຮອບພູເຂົາໄຟ.

ຂໍ້ມູນດັ່ງກ່າວ ໄດ້ຖືກສົ່ງໄປຍັງຖານເກັບຂໍ້ມູນທ້ອງຖິ່ນ ແລະ ໂຫຼດອອກມາວິເຄາະ. ຊຶ່ງຂໍ້ມູນຈຳນວນຫຼາຍໄດ້ນຳໃຊ້ເວລາດົນນານ ເພື່ອດາວໂຫຼດ ແລະ ວິເຄາະ.

ໃນລະບົບໃໝ່ ຈະຊ່ວຍໃຫ້ນັກສັງເກດການພູເຂົາໄຟ ສາມາດຈັດເກັບຂໍ້ມູນ ແລະ ວິເຄາະຂໍ້ມູນຢູ່ໃນລະບົບ Cloud ໄດ້. ວີທີນີ້, ຈະຊ່ວຍປະຢັດເວລາ ແລະ ເຮັດໃຫ້ການອັບເດດຂໍ້ມູນພູເຂົາໄຟໄວຂື້ນ ດ້ວຍລະບົບການສ້າງແບບຈຳລອງວິເຄາະຢູ່ຄອມພິວເຕີ້ ໃນການຄາດເດົາການປະທຸຂອງພູເຂົາໄຟໄດ້ດີຂື້ນ. ຊຶ່ງມັນຈະມີຄວາມສຳຄັນຫຼາຍ ສຳລັບລັດ ອາລາສກາ, ກ່າວໂດຍທ່ານ ແມັກສ໌ ເອນເດີສ໌ ນັກຟິຊີກສາດ.

ທ່ານ ແມັກສ໌ ແອນເດີສ໌ (Max Enders) ນັກສຳຫຼວດທໍລະນີສາດ ອາສະຫາລັດ ໄດ້ເວົ້າວ່າ:

“ຂ້ອຍຄິດວ່າ ໃນຫຼາຍໆດ້ານ ພວກເຮົາມັກຢູ່ລະດັບນຳໜ້າຂອງເຕັກໂນໂລຈີສະເໜີ.........ພວກເຮົາມີພູເຂົາໄຟຫຼາຍໜ່ວຍທີ່ຍັງປະທຸຢູ່ ຊຶ່ງການປະທຸຂ້ອນຂ້າງຖີ່ ທີ່ພວກເຮົາຕ້ອງຄວບຄຸມ.... ແລະ ຫຼາຍໆຄົນທົ່ວມູມໂລກຈະມາ ລັດອາລາສກາ ເພື່ອສືກສາພູເຂົາໄຟ ເພາະວ່າມັນໄດ້ຖືກນຳໃຊ້ດ້ວຍລະບົບຄລາວ ໃນການດຳເນີນການວິເຄາະຂໍ້ມູນພູເຂົາໄຟ ແບບອັດຕະໂນມັດ ເພື່ອໃຫ້ທຸກຄົນມີຄວາມປອດໄພຂື້ນ, ເວົ້າໂດຍທ່ານ ໄມເຄີ ໂປແລນ ນັກຟີຊີກສາດ.

ທ່ານ ໄມເຄີລ ໂປແລນ, ນັກສຳຫຼວດທໍລະນີສາດ ສະຫາລັດ ໄດ້ເວົ້າວ່າ:

“ລະບົບນີ້ຈະຊ່ວຍ ພວກເຮົາຫຍັບເຂົ້າໄກ້ລະບົບຫໍດູດາວທີ່ດີທີ່ສຸດໃນໂລກ ທີ່ມີຄວາມສາມາດໃນການເກັບກຳ ແລະ ວິເຄາະຜົນຂອງຂໍ້ມູນໃນເວລາໜ້ອຍ ແບບອັດຕະໂນມັດ ແລະ ທັນເຫດການໂດຍພື້ນຖານ. ສະນັ້ນ, ມັນຈະຍົກລະດັບ ຄວາມສາມາດໃນການໃຊ້ງານ ຢ່າງແນ່ນອນ.”

ເຕັກໂນໂລຈີໃໝ່ນີ້ ອະນຸຍາດໃຫ້ການສັງເກດການ ພູເຂົາໄຟລັດ ອາລາສກາ ສາມາດສະຫຼຸບໄດ້ໄວ, ຊື່ງການເຄື່ອນໜີງແບບບໍ່ປົກກະຕິຂອງພູໄຟ ເອັດຈີຄີວເບ (Edgecumbe) ຈະບໍ່ສະແດງທ່າທີ ຄວາມສ່ຽງຢ່າງໄວວາ. ແຕ່ວ່າ, ຈະຕ້ອງໄດ້ຕິດຕັ້ງ ເຄື່ອງມືແຈ້ງເຕືອນແຜ່ນດີນໄຫວຢູ່ເທີງພູ ເພື່ອຄວບຄຸມຂອງການເຄື່ອນໄຫວຂອງມັນ.

When a long-dormant volcano in Alaska started showing new signs of activity last year, scientists used new technologies to quickly analyze large amounts of data.

“Nobody knew what was going on. And we were able within a couple of days to do an analysis of almost eight years of data that would previously have taken weeks to months.”

Most volcano observation uses satellites to measure how the ground around volcanoes is moving.

That data is then transferred to local servers and downloaded for analysis. But those large files can take a long time to download and analyze.

The new system allows volcano observers to store and analyze that data in the cloud. This saves time and provides faster volcano updates with better computer modeling to improve eruption prediction. That’s especially important in Alaska, says geophysicist Max Enders.

“I think in a lot of ways we're almost always at the forefront of a lot of this technology… we have a lot of active volcanoes that are erupting quite frequently that we have to monitor…And people worldwide will come to Alaska to study volcanoes because there's

Using cloud-based systems to automate the processing of volcanic data makes everyone safer, says geophysicist Michael Poland.

“That's getting us towards this vision of sort of an international global virtual observatory that's capable of serving out data and analyzing results sort of in an automated and real-time basis. And that’s really going to level the playing field.”

This new technology allowed the Alaska Volcano Observatory to conclude more quickly that the unusual activity at Mount Edgecumbe did not pose an immediate risk. But they have installed new seismic instruments on the mountain to better monitor its activity.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG