ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຜູ້​ອຳ​ນວຍ​ການ​ອົງ​ການ CIA ກ່າວ​ວ່າ ຢູ​ເຄ​ຣນ ອາດ​ຜ່າຍ​ແພ້​ສົງ​ຄາມ​ຕໍ່​ ຣັດ​ເຊຍ ຖ້າ​ປາ​ສະ​ຈາ​ກ​ການ​ຊ່ວຍ​ເຫຼືອ​ຂອງ ສະ​ຫະ​ລັດ


ທ​ະ​ຫານ ຢູ​ເຄ​ຣນ ຈາກກອງ​ພັນ​ທີ 65 ກະ​ກຽມ​ລົດ​ຖັງ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ປະ​ຕິ​ບັດ​ການ​ຕໍ່​ໄປ ເພື່ອ​ປ້ອງ​ກັນ​ຕຳ​ແໜ່ງ​ຂອງ​ເຂົາ​ເຈົ້າ​ຢູ່​ແຖວ​ໜ້າ​ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, ຢູ​ເຄ​ຣນ, 18 ເມ​ສາ 2024.
ທ​ະ​ຫານ ຢູ​ເຄ​ຣນ ຈາກກອງ​ພັນ​ທີ 65 ກະ​ກຽມ​ລົດ​ຖັງ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ປະ​ຕິ​ບັດ​ການ​ຕໍ່​ໄປ ເພື່ອ​ປ້ອງ​ກັນ​ຕຳ​ແໜ່ງ​ຂອງ​ເຂົາ​ເຈົ້າ​ຢູ່​ແຖວ​ໜ້າ​ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, ຢູ​ເຄ​ຣນ, 18 ເມ​ສາ 2024.

​ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການສືບ​ລັບ CIA ໄດ້​ເຕືອນ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ​ມັນ​ມີ “ຄວາມ​ສ່ຽງ​ອັນ​ແທ້​ຈິງ​ທີ່​ຊາວ ຢູ​ເຄ​ຣນ ອາດ​ຜ່າຍ​ແພ້​ໃນ​ສະ​ໜາມ​ລົ​ບ​ພາຍ​ໃນ​ທ້າຍ​ປີ 2024,” ໃນ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ​ກັບ ຣັດ​ເຊຍ.

ທ່ານ ວິ​ລ​ລຽມ ເບີນ​ສ໌, ກ່າວ​ໃນ​ນະ​ຄອນ ດາ​ລ​ລາ​ສ, ລັດ​ເທັກ​ຊັສ, ຢູ່​ສູນ​ປະ​ທາ​ນາ​ທິ​ບໍ​ດີ ຈອດ​ຈ໌ ດັບ​ເບິນ​ຢູ ບູ​ສ໌, ວ່າ ຢູ​ເຄ​ຣນ ແມ່ນ “ກຳ​ລັງ​ຈະ​ໝົດ​ລູກ​ປືນ ແລະ ພວກ​ເຮົາ​ກໍ​ກຳ​ລັງ​ຈະ​ໝົດ​ເວ​ລາ​ທີ່​ຈະ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ,” ເຊິ່ງເປັນ​ການ​ກ່າວ​ທີ່​ສຳ​ຄັນ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ຜູ້​ທີ່​ເລື່ອນ​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ແກ່ ຢູ​ເຄ​ຣນ.

ຜູ້​ອຳ​ນວຍ​ການ​ອົງ​ການ CIA ໄດ້​ກ່າວ​ວ່າ “ດ້ວຍ​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ຈາກ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຢູ​ເຄ​ຣນ ຈະ​ສາ​ມາດ​ຊ່ວຍ​ຕົນ​ເອງ​ຢູ່​ສະ​ໜາມ​ລົບ ​ໃນ​ປີ 2024 ແລະ ສືບ​ຕໍ່​ສ້າງ​ຄວາມ​ເສຍ​ຫາຍ” ໃນ​ແຫຼມ​ໄຄ​ຣ​ເມຍ ແລະ ຕໍ່​ກອງ​ເຮືອ​ໃນ​ທະ​ເລ​ດຳ.

ທ່ານ ເບີນ​ສ໌ ກ່າວ​ວ່າ ຖ້າ​ປາ​ສະ​ຈາກ​ການ​ຊ່ວຍ​ເຫຼືອ, “ພາບ​ພົດ​ດັ່ງ​ກ່າວ​ແມ່ນ​ຈະ​ຮ້າຍ​ແຮງຫຼາຍກວ່າ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ໃນ​ຕອນ​ແລງ​ຂອງ​ທ່ານ ​ເມື່ອ​ວັນ​ພະ​ຫັດ​ວານນີ້​ວ່າ ກອງ​ທັບ​ແມ່ນ​ຢູ່ໃນ​ເສັ້ນທາງ​ເພື່ອ​ຜະ​ລິດ​ປືນ​ໃຫຍ່ ຮ​າວວິດ​ເຊີ ໂບ​ດາ​ນາ 10 ອັນ ​ໃນ​ເດືອນນີ້. “ນີ້​ແມ່ນ​ຜົນ​ທີ່​ດີ,” ທ່ານປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ, ສຳ​ລັບ​ການ​ຜະ​ລິດ​ວັດ​ຖຸ​ປ້ອງ​ກັນ​ປ​ະ​ເທດ​ຂອງ​ທ່ານ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ໄດ້​ກ່າວ​ວ່າ​ ການ​ລົມ​ກັບ​ກອງ​ທັບ​ຍັງ​ລວມ​ມີ​ການ​ຫາ​ລື ກ່ຽວ​ກັບ ຊຸມ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຂອງ ຢູ​ເຄ​ຣນ ​ທີ່ລວມ​ມີ​ຊ່ອງ​ເກັບ​ກຳ​ຂໍ້​ມູນ, ຫົວ​ຂໍ້​ຕ່າງໆ​ທີ່​ລວມ​ມີ​ການ​ເຂົ້າ​ຫາ​ສັນ​ຍານ​ໂທ​ລະ​ພາບຂອງຢູ​ເຄ​ຣນ ແລະ ປ້​ອ​ງກັນການ​ໂຄ​ສະ​ນາ​ຊວຍນເຊື່ອ​ຂອງ ຣັດ​ເຊຍ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ຂອງ ຣັດ​ເຊຍ “ແມ່ນ​ຕາມ​ມາ​ຢ່າງ​ສະ​ໝ່ຳ​ສະ​ເໝີ ຢ່າງ​ໜ້ອຍ​ທີ່​ສຸດ​ກໍ​ແມ່ນ​ການ​ສ້າງ​ຄວາມບໍ່​ໝັ້ນ​ຄົງ ແລະ ຮ້າຍ​ແຮງ​ທີ່​ສຸດກໍ​ແມ່ນ​ການ​ພະ​ຍາ​ຍາມ​ເຂົ້າ​ຄອບ​ຄອງ.” ທ່ານ​ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ແລະ ຄູ່​ຮວມ​ງານຂອງ​ເຂົາ​ເຈົ້າ​ຈະ “ເຮັດ​ວຽກ​ຮ່ວມ​ກັນ” ເພື່ອ​ຕອບ​ໂຕ້​ຕໍ່​ອິດ​ທິ​ພົນ​ຂອງ ຣັດ​ເຊຍ ທຸກ​ຢ່າງ ແລະ ຮັບ​ມື​ກັບ​ຄວາມ​ທ້າ​ທາຍ​ດ້ານ​ເທັກ​ໂນ​ໂລ​ຈີ​ທຸກ​ຮູບ​ແບບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG