ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ພວກ​ນັກ​ກໍ່​ກວນ​ຊາດ​ນິ​ຍົມ ຈີນ ທຳ​ທ່າ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ ກ່ອນ​ການ​ເລືອກ​ຕັ້ງ ສະ​ຫະ​ລັດ


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ລັດ ຟ​ລໍ​ຣິ​ດາ, ເມືອງ ພາມ ບີ​ຈ໌, 19 ມີ​ນາ 2024.
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ລັດ ຟ​ລໍ​ຣິ​ດາ, ເມືອງ ພາມ ບີ​ຈ໌, 19 ມີ​ນາ 2024.

ບັນ​ດາ​ນັກ​ຄົ້ນ​ຄວ້າ​ຊາວ ອັງ​ກິດ ເວົ້າ​ວ່າ ພວກ​ນັກ​ກໍ່​ກວນ​ຊາດ​ນິ​ຍົມ ຈີນ ໄດ້​ວາງ​ທ່າ​ທີ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ສື່​ສັງ​ຄົມ X ເພື່ອ​ສ້າງ​ຄວາມ​ແຕກ​ແຍກພາຍ​ໃນ​ປະ​ເທດ ​ກ່ອນ​ການ​ເລືອກ​ຕັ້ງ ສະ​ຫະ​ລັດ.

ລາຍ​ງານ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍ​ເມື່ອ​ວັນ​ທີ 1 ເມ​ສາ​ ໂດຍ​ສະ​ຖາ​ບັນ​ເພື່ອ​ການ​ສົນ​ທະ​ນາ ກ່ຽວ​ກັບ ແຜນ​ຍຸ​ດ​ທະ​ສາດ, ເຊິ່ງ​ແມ່ນ​ສະ​ຖາ​ບັນ​ນັກ​ວິ​ໄຈ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ລອນດອນ, ເວົ້າ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ບັນ​ຊີ​ທີ່​ລົງ​ຂໍ້​ຄວາມເປັນ​ພາ​ສາ ຈີນ ກາງ ສີ່​ບັນ​ຊີ​ທີ່​ມິດ​ງຽບຢູ່ ​ກ່ອນ​ໄດ້​ປາ​ກົດຕົວອອກ​ມາ​ອີກ​ເປັນ​ດັ່ງ​ກັບ​ຜູ້​ສະ​ໜັບ​ສະ​ໜູນຊາວ ອາ​ເມ​ຣິ​ກັນ ຂອງ​ທ່ານ ທ​ຣຳ ທີ່​ຂຽນ​ຂໍ້​ຄວາມ​ເປັນ​ພາ​ສາ​ອັງ​ກິດ.

ເຂົາ​ເຈົ້າ​ໄດ້​ເຊື່ອມ​ໂຍງ​ມັນ​ໃສ່​ເຄືອ​ຂ່າຍ​ທີ່​ເອີ້ນ​ວ່າ Spamouflage ຫຼື​ພວກ​ປອມ​ຕົວ​ບິດ​ເບືອນ​ຂໍ້​ມູນຂອງ ຈີນ, ເຊິ່ງ​ເຂົາ​ເຈົ້າ​ໄດ້​ອະ​ທິ​ບາຍ​ມັນ ​ດັ່ງ​ກັບການ​ໂຄ​ສະ​ນາ "ທີ່​ແກ່​ຍາວ ແລະ ກວ້າງ​ຂວາງ​ແຕ່​ສ່ວນ​ໃຫຍ່​ ແມ່ນບໍ່​ມີ​ປະ​ສິດ​ທິ​ພາບ" ເພື່ອ​ສົ່ງ​ເສີມ​ຄຳ​ບັນ​ຍາຍ​ທີ່​ສະ​ໜັບ​ສະ​ໜູນ​ພັກ​ຄອມ​ມິວນິ​ສ ຈີນ.

ແຕ່​ທ່ານນາງ ເອ​ລີ​ສ໌ ທອມ​ມັ​ສ, ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ​ຢູ່​ສະ​ຖາ​ບັນ​ດັ່ງ​ກ່າວ ແລະ ຜູ້​ຂຽນ​ບົດ​ລາຍ​ງານ​ນັ້ນ​ເວົ້າ​ວ່າ, ການ​ທຳ​ທ່າ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ ແມ່ນ​ກົນ​ລະ​ຍຸດ​ໃໝ່ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ "ພວກ​ເຂົາ​ແມ່ນ​ກຳ​ລັງ​ທຳ​ທ່າ​ເປັນ​ຄົນ ອາ​ເມ​ຣິ​ກັນ ຢ່າງ​ໜ້າ​ເຊື່ອ​ຖື, ໂດຍ​ສະ​ເພາະ​ແມ່ນ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ ທ​ຣຳ. ພວກ​ເຂົາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ຜູ້​ໃຊ້​ຄົນ​ອາ​ເມ​ຣິ​ກັນ​ແທ້ໆ. ນັ້ນ​ແມ່ນ​ແຕກ​ຕ່າງ​ຈາກ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ​ກັບ​ພວກ​ປອມ​ຕົວ​ບິດ​ເບືອນ​ຂໍ້​ມູນ​ໃນ​ອະ​ດີດ.”​

ທ່ານ​ນາງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ຂໍ້​ຄວາມ​ຂອງ​ພວກ​ປອມ​ຕົວ​ບິດ​ເບືອນ​ຂໍ້​ມູນ​ແບບ​ດັ້ງ​ເດີມ​ອາດ​ໄດ້​ການ​ກົດ​ມັກ ຫຼື ລົງ​ຂໍ້​ຄວາມ​ຄືນ​ອີກຫຼາຍ​ຄັ້ງ, ແຕ່​ເມື່ອ​ທຳການ​ສຳຫຼວດ​ຕໍ່​ໄປ, ທຸກ​ອັນ​ແມ່ນ​ມາ​ຈາກ​ບັນ​ຊີປອມ​ຕົວ​ບິ​ດ​ເບືອນ​ຂໍ້​ມູນ. ເຊິ່ງ​ຕອນ​ນີ້, ພວກ​ເຂົາ​ແມ່ນ​ໄດ້​ພົວ​ພັນ​ກັບ​ຜູ້​ໃຊ້​ທີ່​ເປັນ​ຄົນ​ອາ​ເມ​ຣິ​ກັນ​ທີ່​ແທ້​ຈິງ​ເປັນ​ສ່ວນຫຼາຍ.

ທ່ານ​ນາງ ທອມ​ມັ​ສ ໄດ້​ອະ​ທິ​ບາຍ​ວ່າ “ສິ່ງ​ທີ່​ພວກ​ເຂົາ​ກຳ​ລັງ​ເຮັດ​ທີ່​ຂ້ອນ​ຂ້າງ​ແຕກ​ຕ່າງ​ຈາກ​ບັນ​ຊີ​ປອມ​ຕົວ​ບິດ​ເບືອນ​ຂໍ້​ມູນ​ອື່ນໆ​ກໍ​ແມ່ນ​ວ່າ​ ພວກ​ເຂົາ​ແມ່ນ​ກຳ​ລັງ​ສ້າງ​ຜູ້​ອ່ານ​ທີ່​ແທ້​ຈິງ​ດ້ວຍ​ການ​ໃຊ້​ສິ່ງນີ້ ​ທີ່​ເອີ້ນ​ວ່າ “ຂະ​ບວນ​ຜູ້​ຕິດ​ຕາມ​ທີ່​ຮັກ​ຊາດ, ເຊິ່ງ​ໂດຍ​ພື້ນ​ຖານ​ແລ້ວ ​ແມ່ນ​ຄົນ​ຜູ້​ທີ່​ເຫັນ​ດີ​ທີ່​ຈະ​ຕິດ​ຕາມ​ກັນ​ແລະ​ກັນ ເພື່ອ​ທີ່​ຈະ​ສ້າງ​ຜູ້​ຕິດ​ຕາມ​ບັນ​ຊີ​ຂອງ​ເຂົາ​ເຈົ້າ​ເອງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG