ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມີອີກສອງຄົນ ຕິດເຊື້ອ ໄຂ້ຫວັດສັດປີກ H7N9 ໃນຈີນ (ວີດິໂອ)


ເຈົ້າໜ້າທີ່ ອົງການອະນາໄມໂລກ ຖະແຫລງກ່ຽວກັບ ເຊື້ອໄວຣັສໄຂ້ຫວັດນົກ ສາຍພັນໃໝ່ H7N9 ຢູ່ປັກກິ່ງ.
ເຈົ້າໜ້າທີ່ ອົງການອະນາໄມໂລກ ຖະແຫລງກ່ຽວກັບ ເຊື້ອໄວຣັສໄຂ້ຫວັດນົກ ສາຍພັນໃໝ່ H7N9 ຢູ່ປັກກິ່ງ.

​ມີ​ຄົນ​ຕິດ ​ເຊື້ອ​ໄຂ້ຫວັດ​ສັດ​ປີກ ຫຼື​ໄຂ້​ຫວັດ​ນົກ​​ໃໝ່ ຕື່ມອີກສອງ​ລາຍ​ ຢູ່​ໃນອີກ​ແຂວງ​ນຶ່ງຂອງຈີນ ຫລັງຈາກທີ່ມີ 11 ຄົນ ເສຍຊີວິດໄປ.

ຈີນ​ລາຍ​ງານ​ວ່າ​ ມີ​ຄົນ​ຕິດ​ເຊື້ອ​ໄຂ້ຫວັດ​ສັດ​ປີກ ຫຼື​ໄຂ້​ຫວັດ​ນົກໃໝ່ສອງ​ລາຍ​ຢູ່​ໃນ​ແຂວງ​ນຶ່ງ ທາງ​ກໍ້າ​ຕາ​ເວັນ​ຕົກ​ຂ​ອງເຂດທີ່ເປັນຈຸດ​ສູນ​ກາງ​ ຂອງ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ນີ້.

ອົງການ​ຂ່າວ​ຊິນ​ຫົວຂອງ​ຈີນ ​ເວົ້າ​ວ່າ ​ລາຍ​ງານກ່ຽວ​ກັບ 2 ຄົນທີ່​ຕິດ​ເຊື້ອ​ໄຂ້ຫວັດ​ນົກ ປະກົດ​ອອກ​ມາ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ແຂວງ Henan ທາງ​ພາກ​ກາງຂອງ​ປະ​ເທດ.

ກ່ອນ​ໜ້າວັນ​ເສົາວານ​ນີ້ ຊຶ່ງ​ເປັນ​ມື້​ທໍາ​ອິດ​ທີ່​ມີ​ລາຍ​ງານ​ກໍລະນີເດັກ​ຍິງ​ອາຍຸ​ເຈັດ​ປີ​ ຕິດ​ເຊື້ອ​ໄວຣັສດັ່ງກ່າວຢູ່​ໃນ​ເມືອງຫຼວງປັກ​ກິ່ງນັ້ນ ການລະ​ບາດ ຂອງເຊື້​ໄວຣັສສາຍ​ພັນ​ໃໝ່ H7N9 ຂອງ​ໄຂ້ຫວັດ​ນົກ ​ແມ່ນໄດ້​ສຸມ​ຢູ່​ໃນ​ເຂດ​ອ້ອມ​ແອ້ມ​ ນະຄອນຊຽງ​ໄຊ້ ທາງ ພາກ​ຕາ​ເວັນ​ອອກ​ຂອງຈີນ ທີ່ຢູ່​ໄກ​ນະຄອນຫລວງ ອອກ​ໄປຫຼາຍຮ້ອຍຫຼັກ.​

Michael O’Leary ຫົວໜ້າຫ້ອງການ​ອົງການ​ອະນາ​ໄມ​ໂລກ​ໃນ​ຈີນ ​ເວົ້າ​ໃນວັນ​ອາທິດ​ມື້​ນີ້​ວ່າ ການ​ແຜ່​ລາມ​ຂອງ​ເຊື້ອ​ໄວຣັສທີ່​ອັນຕະລາຍ​ເຖິງຕາຍ​ ໄປ​ຍັງ​ພາກສ່ວນ​ອື່ນໆຂອງ​ປະ​ເທ​ດນັ້ນ ບໍ່ຖື​ເປັນ​ເລຶ່ອງ​ແປກ ​ແລະ​ກໍໄດ້​ມີ​ການຄາດຄະ​ເນກັນ​ໄວ້​ຢູ່.

ມີ​ສິ​ບ​ເອັດ​ຄົນ​ໄດ້​ເສຍ​ຊີວິດ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ ນັບ​ຕັ້ງ​ແຕ່​ໄດ້ ມີລາຍ​ງານ​ວ່າ ​ມີ​ຄົນ​ຕິດ​ເຊື້ອ​ໄວຣັສດັ່ງກ່າວ​ນີ້​ເປັນ​ເທື່ອ​ທໍາ​ອິດ​ໃນເດືອນ ຜ່ານ​ມາ. ​ເຊື່ອ​ວ່າ​ເຊື້ອ​ໄວຣັສນີ້​ໄດ້​ແຜ່ຜາຍຈາກ​ສັດ​ມີ​ປີກ ​ໄປ​ຍັງ​ມະນຸດ​ ທີ່ໄດ້ຍັງ​ຜົນ​ໃຫ້ມີ​ການ​ຂ້າ​ເປັດ​ໄກ່​ຖີ້ມ​ເປັນຫຼວງຫຼາຍທີ່​ຟາ​ມລ້ຽງ​ເປັດ​ໄກ່ ​ແລະ​ວາງ​ຂໍ້​ຈໍາກັດ​ຮັດ​ແຄບ​ການ​ຄ້າ​ເປັດ​ໄກ່.

ບັນດາ​ຊ່ຽວຊານ​ເປັນ​ຫ່ວງ​ວ່າ​ ເຊື້ອ​ໄວຣັສໄຂ້ຫວັດ​ນົກ​ສາຍ​ພັນ​ໃໝ່​ນີ້ອາດແຜ່ເຊື້ອ ອອກ ​ໄປ​ຢ່າງ​ງ່າຍໆ ​ແລະກໍ່​ໃຫ້​ເກີດ​ການ​ລະບາດ​ກວ້າງ​ອອກ​ໄປ ​ເຖິງ​ແມ່ນ​ວ່າ ອົງການ​ອະນາ​ໄມ​ໂລກ​ເວົ້າ​ວ່າ ​ເທົ່າ​ເຖິງ​ປັດຈຸ​ບັນ​ນີ້ ຍັງ​ບໍ່​ມີ​ຫຼັກຖານ​ວ່າ​ ເຊື້ອ​ໄວຣັສນີ້​ໄດ້ແຜ່​ລາມ​ຈາກ​ມະ​ນຸດ ຫາ​ມະນຸດ​ເທື່ອກໍ​ຕາມ.

(ເບິ່ງວີດີໂອ)

ໄຂ້ຫວັດນົກຈີນ
please wait

No media source currently available

0:00 0:00:56 0:00
XS
SM
MD
LG