ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສະມາຊິກລູກເຮືອ ນັກບິນອະວະກາດ 3 ຄົນ ຖືກສົ່ງຂຶ້ນໄປຍັງ ສະຖານີອະກາດຂອງຈີນ


ນັກບິນອະວະກາດສາມຄົນ ສຳລັບພາລະກິດ Shenzhou-18, ຈາກຊ້າຍ,ລີ ກວງຊູ, ລີ ກອງ ແລະ ຢີ ກວງຟູ ໂບກມືໃຫ້ແກ່ພວກຄົນ ຂະນະທີ່ພວກເຂົາເຈົ້າເຂົ້າຮ່ວມໃນພິທີສົ່ງຕົວ ສຳລັບພາລະກິດການບິນອະວະກາດ ຢູ່ທີ່ ຢູ່ທີ່ ສູນກາງສົ່ງດາວທຽມ ຈຸຍກວນ ໃນພາກຕາເວັນຕົກສຽງເໜືອ ຂອງຈີນ, ວັນທີ 25 ເມສາ 2024.
ນັກບິນອະວະກາດສາມຄົນ ສຳລັບພາລະກິດ Shenzhou-18, ຈາກຊ້າຍ,ລີ ກວງຊູ, ລີ ກອງ ແລະ ຢີ ກວງຟູ ໂບກມືໃຫ້ແກ່ພວກຄົນ ຂະນະທີ່ພວກເຂົາເຈົ້າເຂົ້າຮ່ວມໃນພິທີສົ່ງຕົວ ສຳລັບພາລະກິດການບິນອະວະກາດ ຢູ່ທີ່ ຢູ່ທີ່ ສູນກາງສົ່ງດາວທຽມ ຈຸຍກວນ ໃນພາກຕາເວັນຕົກສຽງເໜືອ ຂອງຈີນ, ວັນທີ 25 ເມສາ 2024.

ຈີນໄດ້ສົ່ງສະມາຊິກນັກບິນອະວະກາດສາມຄົນ ຍໄປສະຖານີອະວະກາດ ໃນວົງໂຄຈອນ ເມື່ອວັນພະຫັດວານນີ້ ອັນເປັນສ່ວນນຶ່ງຂອງໂຄງການທີ່ທະເຍີທະຍານຂອງຕົນ ເພື່ອແນໃສ່ທີ່ຈະສົ່ງນັກບິນອະວະກາດຂຶ້ນໄປຍັງດວງຈັນ ພາຍໃນປີ 2030 ອີງຕາມລາຍງານຂອງອົງການຂ່າວເອພີ.

ຍານອະວະກາດທີ່ເອີ້ນວ່າ ເສິນຊູ 18 (Shenzhou 18) ໄດ້ທະຍານອອກຈາກສູນກາງສົ່ງດາວທຽມ ຈຸຍກວນ (Jiuquan) ທີ່ຕັ້ງຢູ່ແຄມທະເລຊາຍໂກບີ ທາງພາກຕເວັນຕົກສຽງເໜືອຂອງຈີນ ຊຶ່ງໄດ້ຖຶກຕິດຢູ່ເທິງຈະຫຼວດ Long March 2-F ໃນເວລາວ 8 ໂມງ 59 ນາທີຕອນແລງຕາມເວລາໃນທ້ອງຖິ່ນ.

ຍານອະວະກາດທີ່ບັນທຸກລູກເຮືອສາມຄົນ ຈະສັບປ່ຽນທີມງານຂອງເສິນຊູ 17 ຊຶ່ງໄດ້ປະຈຳການຢູ່ສະຖານີອະວະກາດ ຖຽນກົງຂອງຈີນ ນັບຕັ້ງແຕ່ເດືອນຕຸລາປີກາຍນີ້.

ອົງການອະວະກາດດ້ານມະນຸດຂອງຈີນ ຫຼື CMSA ໄດ້ຈັດພິທີການສົ່ງຕົວ ເຕັມໄປດ້ວຍບັນດາເດັກນ້ອຍທີ່ໂບກທຸງຊາດ ແລະການບັນເລງເພງທຳນອງຮັກຊາດ ສຳລັບລູກເຮືອຂອງ ເສິນຊູ-18 ເມື່ອຕອນເຊົ້າວັນພະຫັດວານນີ້ ຂະນະທີ່ນັກບິນອະວະກາດທັງສາມ ໄດ້ກຽມພ້ອມເຂົ້າໄປຍັງຍານອະວະກາດດັ່ງກ່າວ.

ນັກບິນທັງສາມ ປະກອບດ້ວຍ ຜູ້ບັນຊາການ ທ່ານ ຢີ ກວງຟູ ອາຍຸ 43 ປີ ທີ່ເປັນນັກບິນອະວະກາດເກົ່າ ຜູ້ທີ່ໄດ້ເຂົ້າຮ່ວມໃນພາລະກິດຂອງ ເສິນຊູ-13 ໃນປີ 2021, ແລະນັກບິນເຮືອບິນລົບສອງຄົນ ຄື ທ່ານ ລີ ກອງ ອາຍຸ 34 ປີ ແລະ ທ່ານ ລີ ກວງຊູ ອາຍຸ 36 ປີ ຜູ້ທີ່ເປັນມືໃໝ່ໃນການບິນອະວະກາດໃນຄັ້ງນີ້.

ພວກເຂົາຄາດໝາຍວ່າ ຈະໄປເຖິງສະຖານີອະວະກາດ ປະມານຫົກຊົ່ວໂມງເຄິ່ງ ຫຼັງຈາກທີ່ໄດ້ສົ່ງຂຶ້ນ.

ຈີນໄດ້ສ້າງສະຖານີອະວະກາດຂອງຕົນເອງ ຫຼັງຈາກຖືກແຍກອອກຈາກສະຖານີອະວະກາດສາກົນ ໂດຍສ່ວນໃຫຍ່ຍ້ອນສາເຫດຄວາມກັງວົນຂອງສະຫະລັດ ກ່ຽວກັບການມີສ່ວນຮ່ວມຂອງກອງທັບຈີນ ໃນໂຄງນີ້. ສ່ວນໃນປີນີ້ ສະຖານິອະວະກາດຂອງຈີນ ມີກຳນົດການປະຕິບັດສອງພາລະກິດຍານອະວະກາດຂົນສົ່ງສິນຄ້າ ແລະ ສອງພາລະກິດການບິນອະວະກາດແບບມີຄົນຂັບ.

China launched a three-member crew to its orbiting space station on Thursday as part of its ambitious program that aims to put astronauts on the moon by 2030.

The Shenzhou-18 spacecraft lifted off from the Jiuquan Satellite Launch Center on the edge of the Gobi Desert in northwestern China atop a Long March 2-F rocket at 8:59 p.m. (1259 GMT).

The spacecraft's three-member crew will relieve the Shenzhou-17 team, which has been staffing China's Tiangong space station since last October.

The China Manned Space Agency, or CMSA, held a send-off ceremony — complete with flag-waving children and patriotic music — for the Shenzhou-18 crew earlier on Thursday, as the three astronauts prepared to enter the spacecraft.

The trio is made of Commander Ye Guangfu, 43, a veteran astronaut who took part in the Shenzhou-13 mission in 2021, and fighter pilots Li Cong, 34, and Li Guangsu, 36, who are spaceflight rookies.

A Long March rocket carrying a crew of Chinese astronauts in a Shenzhou-18 spaceship blast off at the Jiuquan Satellite Launch Center in northwestern China, April 25, 2024.
A Long March rocket carrying a crew of Chinese astronauts in a Shenzhou-18 spaceship blast off at the Jiuquan Satellite Launch Center in northwestern China, April 25, 2024.

They are expected to reach the space station about six-and-a-half hours after liftoff.

China built its own space station after being excluded from the International Space Station, largely because of U.S. concerns over the Chinese military's involvement in the program. This year, the Chinese station is slated for two cargo spacecraft missions and two manned spaceflight missions.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG