ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ຈິນ ຮຽກຮ້ອງໃຫ້ຢຸດຍິງ ແລ້ວ ແກ້ໄຂບັນຫາຂັດແຍ້ງຢ່າງສັນຕິ ຢູ່ໃນມຽນມາ


ແຟ້ມພາບ: ພາບນີ້ ຖ່າຍເມື່ອວັນທີ 9 ພະຈິກ 2023 ສະແດງໃຫ້ເຫັນນັກລົບຂອງກຸ່ມຊົນເຜົ່າຕິດອາວຸດ ທີ່ເອີ້ນວ່າ Ta'ang National Liberation Army (TNLA) ຢືນຍາມໃນເມືອງ ນາມຄຳ ໃນເຂດລັດສານ ທາງພາກເໜືອຂອງມຽນມາ.
ແຟ້ມພາບ: ພາບນີ້ ຖ່າຍເມື່ອວັນທີ 9 ພະຈິກ 2023 ສະແດງໃຫ້ເຫັນນັກລົບຂອງກຸ່ມຊົນເຜົ່າຕິດອາວຸດ ທີ່ເອີ້ນວ່າ Ta'ang National Liberation Army (TNLA) ຢືນຍາມໃນເມືອງ ນາມຄຳ ໃນເຂດລັດສານ ທາງພາກເໜືອຂອງມຽນມາ.

ຈີນໃນວັນອັງຄານວານນີ້ ໄດ້ຮຽກຮ້ອງໃຫ້ຢຸດຍິງ ແລະແກ້ໄຂບັນຫາຢ່າງສັນຕິ ໂດຍຜ່ານການເຈລະຈາ ເພື່ອຍຸຕິບັນ​ຫາຂັດແຍ້ງຢູ່ໃນມຽນມາ ຂະນະທີ່ການສູ້ ລົບກັນທະວີຂຶ້ນລະຫວ່າງ ກອງກຳລັງຂອງລັດຖະບານ ແລະກອງກຳລັງຝ່າຍ ຄ້ານ ຢູ່ໃກ້ເຂດຊາຍແດນຂອງປະເທດໄທ.

ທ່ານລິນ ຈຽນ ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ “ພວກເຮົາໄດ້ຮັບ ຊາບລາຍງານຕ່າງໆທີ່ກ່ຽວຂ້ອງກັບເລື້ອງດັ່ງກ່າວ. ຈີນຮຽກຮ້ອງຕໍ່ໝົດທຸກຝ່າຍ ໃຫ້ຢຸດຍິງ ແລະຢຸດການສູ້ລົບ, ແລະໃຫ້ແກ້ໄຂຄວາມແຕກຕ່າງກັນຢ່າງສັນຕິ ໂດຍຜ່ານການເຈລະຈາ ແລະການປຶກສາຫາລືເພື່ອຫລີກລ້ຽງການບານປາຍ.”

ພວກນັກລົບຕໍ່ຕ້ານຂອງມຽນມາ ໃນວັນຈັນທີ່ຜ່ານມາ ໄດ້ປັກປ້າຍຂອງພວກ ເຂົາເອງຢູ່ທີ່ຖານທັບຂອງກອງທັບບົກ ທີ່ຫາກໍຢຶດໄດ້ໃໝ່ນີ້ ໂດຍກ່າວວ່າ ພວກນັກລົບຂອງພວກເຂົາ ໄດ້ຂັບໄລ່ການພະຍາຍາມບຸກໂຈມຕີຂອງກອງກຳ ລັງທະຫານຢູ່ເມືອງສຳຄັນ ເມຍວັດດີ ຕາມເຂດຊາຍແດນຕິດກັບໄທ ທີ່ຖືກ ຢຶດມາໄດ້ໂດຍກຸ່ມຕໍ່ຕ້ານລັດຖະບານ ເມື່ອອາທິດແລ້ວນີ້.

ເມືອງ ເມຍວັດດີ ທີ່ເປັນເມືອງການຄ້າທີ່ສຳຄັນ ໄດ້ຖືກຢຶດໂດຍພວກນັກລົບທີ່ ເຊື່ອມໂຍງກັບກຸ່ມສະຫະພາບແຫ່ງຊົນເຜົ່າກາຫຼ່ຽງຕິດອາວຸດ ຫຼື KNU. ການຜ່າຍແພ້ໃນຄັ້ງນີ້ ເປັນຂີດໝາຍຂອງການສູນເສຍໃນສະໜາມລົບອີກເທື່ອ ນຶ່ງຂອງລະບອບການປົກຄອງທີ່ມີອຳນາດຂອງກອງທັບ ທີ່ໄດ້ຢຶດເອົາການຄວບ ຄຸມໃນປີ 2021 ຈາກລັດຖະບານທີ່ຖືກເລືອກຕັ້ງ​ເອົາ ນຳພາໂດຍ ທ່ານນາງ ອອງ ຊານ ຊູ ຈີ ຜູ້ທີ່ຍັງຄົງຢູ່ໃນການຄວບຄຸມໂຕຢູ່.

ຄວາມໂກດແຄ້ນຕໍ່ລັດຖະບານທະຫານ ທີ່ກຳລັງຟົດຮ້ອນຂຶ້ນ ກໍໄດ້ກາຍມາ ເປັນຂະບວນການຕໍ່ຕ້ານຕິດອາວຸດທົ່ວປະເທດ. ນັບຕັ້ງແຕ່ເດືອນຕຸລາປີກາຍນີ້ ກອງທັບບົກ ໄດ້ສູນເສຍການຄວບຄຸມໃນບໍລິເວນທີ່ສຳຄັນໆ ຢູ່ໃກ້ເຂດຊາຍ ແດນຕິດກັບອິນເອຍ ແລະຈີນ ຕໍ່ກອງກຳລັງປະສົມຕໍ່ຕ້ານລັດຖະບານຂອງບັນ​ດາພັນທະມິດທີ່ກະຈາຍໄປທົ່ວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG