ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

37 ຄົນ ໄດ້ຮັບບາດເຈັບ ຍ້ອນ ລະເບີດລົດ ທີ່ ເລບານອນ (ສະໄລດ໌/ວີດີໂອ)


lebanob blast
please wait
Embed

No media source currently available

0:00 0:00:52 0:00
ລະ​ເບີດທີ່​ຫ້າງ​ໃສ່​ລົດ​ຄັນ​ນຶ່ງ ​ໄດ້​ແຕກ​ຂື້ນ​ ຢູ່​ທີ່​ໝັ້ນ​ຂອງ​ກຸ່ມ​
Hezbollah ຊຶ່ງ​ເປັນ​ກຸ່ມຫົວ​ຮຸນ​ແຮງ ຂອງ Shi’ite ​ໃນ ​Le-
banon ​ເຮັ​ດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ​37 ຄົນ.

ເຫດລະ​ເບີດ​ແຕກ ​ໃນ​ວັນ​ອັງ​ຄານມື້ນີ້ ທີ່​ຄຸ້ມ Beir el-Abed
ຊານ​ເມືອງກໍ້າ​ໃຕ້​ຂອງກຸງ​ເບຣຸດ ​ເຮັດ​ໃຫ້​ເກີດໄຟ​ໄໝ້​ລົດ​ຫລາຍ
ຄັນ ​ແລະ​ສົ່ງ​ແປວຄວັນ​ໃຫຍ່​ຂື້ນ​ສູ່ທ້ອງຟ້າ. ລະ​ເບີດ​ໄດ້​ແຕກ​ຂື້ນ
​ຢູ່​ຍ່ານທຸລະ​ກິດ ​ທີ່​ເປັນ​ຄຸ້ມ​ມີ​ຜູ້​ຄົນ​ອາ​ໄສ​ຢູ່ ແລະ​ຍັງ​ເປັນຫ້ອງ
ການ​ຂອງ ກຸ່ມ Hezbollah ນຳ​ດ້ວຍ.

ຍັງ​ບໍ່​ມີ​ກຸ່ມ​ໃດ​ອ້າງເອົາ​ຄວາມ​ຮັບຜິດ​ຊອບ​ ​ໃນ​ການ​ໂຈມ​ຕີຄັ້ງນີ້​ເທື່ອ.

​ເລ​ບາ​ນອນ ​ໄດ້​ເກີດ​ການ​ສູ້​ລົບ​ກັນ​ທາງ​ດ້ານ​ສາສະໜາ ທີ່​ພົວພັນ​ກັບ​ສົງຄາມ​ກາງ​ເມືອງ​
ໃນ​ຊີ​ເຣຍ ທີ່​ເປັນ​ປະ​ເທດເພື່ອນ​ບ້ານ ​ໂດຍ​ທີ່​ຊາວ Shi'ites ສ່ວນ​ຫລາຍ​ພາກັນ​ເຂົ້າ​ຂ້າງ
ປະທານາທິບໍດີຊີ​ເຣຍ​ທ່ານ Bashar al-Assad ​ແລະ ຊາວ Sunni ຊຶ່ງສ່ວນ ໃຫຍ່​ແລ້ວ
​ແມ່ນ​ໃຫ້ການ​ສະໜັບສະໜຸນ ​ກຳລັງຕໍ່ຕ້ານ ​ລັດຖະບານ.

ພວກ​ນັກ​ລົບ Hezbollah ​ໄດ້​ພາກັນ​ເຂົ້າ​ໄປ​ໃນ​ຊີ​ເຣຍ ​ເພື່ອ​ຮ່ວມ​ສົມທົບ​ກັບ ກໍາລັງ​ຂອງ
ທ່ານ Assad.

ທາງໃຕ້​ຂອງກຸງ​ Beirut ​ໄດ້​ກາຍ​ມາ​ເປັນ​ບ່ອນ​ທີ່​ຖືກ​ໂຈມ​ຕີ​ດ້ວຍ​ລ​ະ​ເບີດ​ຕ່າງໆ ​ໃນ​ບໍ່​ເທົ່າ​
ໃດ​ເດືອນຜ່ານ​ມານີ້ ຮວມ​ທັງ​ໃນ​ເດືອນ​ພຶ​ດສະພາເວລາ​ຈະ​ຫລວດ​ສອງ​ລູກ ຕົກ​ໃສ່​ເຂດ
ດັ່ງກ່າວ.

XS
SM
MD
LG