ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຄອບຄົວຝຣັ່ງ ທີ່ຖືກລັກພາໂຕ ໃນກາເມຣູນ ໄດ້ຖືກປ່ອຍໂຕແລ້ວ (ວີດິໂອ)


ຄອບ​ຄົວ​ຝຣັ່ງ ທີ່ຖືກ​ລັກພາ​​ໂຕ​ໄປ ຫວ່າງສອງ​ເດືອນ​ກ່ອນ​ ໄດ້​ຖືກ​ປ່ອຍ​​ເປັນອິດ​ສະລະ​ແລ້ວ.
ຄອບ​ຄົວ​ຝຣັ່ງ ທີ່ຖືກ​ລັກພາ​​ໂຕ​ໄປ ຫວ່າງສອງ​ເດືອນ​ກ່ອນ​ ໄດ້​ຖືກ​ປ່ອຍ​​ເປັນອິດ​ສະລະ​ແລ້ວ.
ລັດຖະບານ ກາ​ເມຣູນ ກ່າວ​ວ່າ ຄອບ​ຄົວ​ຝຣັ່ງ ຄ​ອບຄົວ​ນຶ່ງ​ທີ່
ໄດ້​ຖືກ​ລັກພາໂຕ​ໄປ ​ໂດຍ​ພວກ​ທີ່ສົງ​ໄສ​ວ່າ​ແມ່ນ​ກຸ່ມ​ກໍ່​ການ​
ຮ້າຍອິສລາມ ຫວ່າງສອງ​ເດືອນ​ກ່ອນ​ນັ້ນ​ ໄດ້​ຖືກ​ປ່ອຍເປັນ
ອິດ​ສະລະ​ແລ້ວ.

ຄໍາ​ຖະ​ແຫລ​ງຂອງ ປະທານາທິບໍດີ ກາ​ເມຣູນ ​ໃນ​ວັນ​ສຸກ​ມື​ນີ້​
ກ່າວ​ວ່າ ຄອບຄົວ​ທີ່​ມີ​ຊະ​ມາ​ຊິກ 7 ຄົນ​ປອ​ດ​ໄພ​ແລະ​ໄດ້​ຖືກ​ນໍາ
​ສົ່ງ​ໃຫ້ເຈົ້າ​ໜ້າ​ທີ່ຂອງ​ປະ​ເທດ​ໃນພາກ​ກາງອາຟຣິກາ​ແຫ່ງ​ນັ້ນ.

ຄອບຄົວ​ດັ່ງ​ກ່າວໄດ້​ຖືກ​ລັກພາ​ໂຕ​ໄປ ​ໂດຍພວກ​ທີ່​ຖືກ​ສົງໄສ​ວ່າ ​ແມ່ນກຸ່ມ​ກໍ່​ການ​ຮ້າຍ Boko Haram ​ໃນ​ວັນ​ທີ່ 19 ​ເດືອນ​ກຸມພາ ​ເວລາໄປ​ພັກຜ່ອນຢູ່ພາ​ກ​ເໜືອ​ຂອງກາ​ເມຣູນ ​ໄກ້ກັບຊາຍ​ແດນ ​ໄນ​ຈີ​ເຣຍ.

Boko Haram ​ໄດ້​ຖືກ​ຖິ້ມ​ໂທດ​ໃສ່​ວ່າ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຫລາຍ​ກວ່າ 1000 ຄົນ ​ໃນ​ການ​ວາງ​ລ​ະ​ເບີດ ​ແລະ​ການຍິງ​ໂຈມ​ຕີ ສ່ວນ​ຫລາຍ​ຢູ່ພາກ​ເໜືອຂອງໄນ​ຈີ​ເຣຍ ນັບ​ຕັ້ງ​ແຕ່​ໄດ້​ເລີ້ມ​ມີການກໍ່​ຕັ້ງ​ຂື້ນ​ໃນ​ປີ 2009.

ຄອບຄົວຝຣັ່ງຖືກປ່ອຍໂຕ ຢູ່ກາເມຣູນ
please wait

No media source currently available

0:00 0:00:46 0:00
XS
SM
MD
LG