ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຊາວກຳປູເຈຍ ໄປຮ່ວມ ພິທີແຫ່ສົບ ມື້ລາງ ກະສັດສີຫານຸ (ສະໄລດ໌)


ຂະບວນແຫ່ສົບຂອງ ມື້ລາງກະສັດນະໂຣດົມ ສີຫານຸ
ຂະບວນແຫ່ສົບຂອງ ມື້ລາງກະສັດນະໂຣດົມ ສີຫານຸ
ຊາວກຳປູເຈຍຈຳນວນຫຼາຍຮ້ອຍພັນຄົນ ໄດ້ພາກັນອັ່ງອໍຢູ່ຕາມ
ຖະໜົນຫົນທາງທີ່ຄອນຫຼວງພະນົມເປັນໃນວັນສຸກມື້ນີ້ ເພື່ອເຂົ້າ
ຮ່ວມພິທີແຫ່ສົບ ໃນການສົ່ງສະການໃຫ້ແກ່ມື້ລາງກະສັດນະໂຣ
ດົມ ສີຫານຸ ທີ່ໄດ້ສິ້ນພະຊົນ ໃນເດືອນຕຸລາປີກາຍນີ້.

ພວກໄວ້ທຸກຈຳນວນຫຼວງຫຼາຍໄດ້ພາກັນຮ້ອງໄຫ້ ຂະນະທີ່ຂະ
ບວນແຫ່ພະໂກດ ຂອງມື້ລາງ ກະສັດສີຫານຸ ຜ່ານໄປຕາມຖະ
ໜົນຫົນທາງສາຍຕ່າງໆ ໃນນະຄອນຫຼວງພະນົມເປັນ ໄປຍັງ
ບ່ອນທີ່ຈະວາງພະເພີງສົບໃກ້ໆກັບພະຣາຊະວັງບ່ອນທີ່ພະອົງ
ໄດ້ຊົງສວມມົງກຸດ ໃນຂະນະທີ່ຍັງມີພະຊົນເຍົາໄວໃນປີ 1941
ນັ້ນ.

ສົບຂອງສະເດັດເຈົ້າສີຫານຸໄດ້ຖືກນຳໄປດອຍໄວ້ທີ່ພະຣາຊະວັງຫຼວງ ຫຼັງຈາກຖືກສົ່ງກັບ
ຄືນມາແຕ່ນະຄອນຫຼວງປັກກິ່ງ ບ່ອນທີ່ພະອົງໄດ້ສິ້ນພະຊົນເມື່ອວັນທີ 15 ຕຸລາປີກາຍນີ້ ຍ້ອນຫົວໃຈວາຍ ຮວມພະຊົນມາຍຸໄດ້ 89 ພັນສາ. ພິທີວາງພະເພີງ ຊຶ່ງເປັນຈຸດສຸດຍອດ ໃນການໄວ້ທຸກເປັນເວລາ 7 ມື້ນັ້ນ ຈະມີຂຶ້ນໃນວັນຈັນຈະມານີ້.


ສະເດັດເຈົ້າສີຫານຸໄດ້ວາງຕົວພະອົງເປັນພັນທະມິດກັບພວກຄາດຕະກອນຂະເໝນແດງ ຫຼັງຈາກພະອົງໄດ້ຖືກໂຄ່ນລົ້ມລົງຈາກອຳນາດໃນປີ 1970 ຊຶ່ງໃນ ເວລາຕໍ່ມາພະອົງກໍໄດ້ ຖືກຄຸມຂັງໂດຍອຳນາດການປົກຄອງດັ່ງກ່າວ. ພະອົງຊົງໄດ້ຫຼົບໜີ ໄປຍັງປະເທດຈີນ ໃນ ທີ່ສຸດ.

ຫຼັງຈາກພວກຂະເໝນແດງ ຖືກໂຄ່ນລົ້ມໃນປີ 1979 ສະເດັດເຈົ້າສີຫານຸ ໄດ້ນຳພາການ ຕໍ່ສູ້ ຫຼືກໍ່ກະບົດ ຕໍ່ຕ້ານລັດຖະບານ ທີ່ຕັ້ງຂຶ້ນໂດຍຫວຽດນາມ ຢູ່ໃນປະເທດຂອງພະອົງ.
ຫຼັງຈາກນັ້ນພະອົງຊົງໄດ້ສະເດັດຂຶ້ນສະເຫວີຍຣາດອີກຢູ່ໃນກຳປູເຈຍ ບ່ອນທີ່ພະອົງໄດ້ ສະລະຣາຊະສົມບັດໃນປີ 2004 ເພື່ອແຜ້ວທາງໃຫ້ໂອລົດຂອງພະອົງ ໄດ້ຂຶ້ນຄອງຣາດ ເປັນກະສັດຂອງກຳປູເຈຍ.

ກ່ຽວຂ້ອງກັນ

XS
SM
MD
LG