ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບູຣຸນດີ ຍິນດີຕ້ອນຮັບ ການມາຢ້ຽມຢາມ ຂອງສະມາຊິກ ​ສະພາ​ຄວາມໝັ້ນຄົງ ສປຊ


ລັດຖະບານບູຣຸນດີ ​ໄດ້​ກ່າວ​ວ່າ ຕົນ​ຍິນ​ດີໃຫ້ການຕ້ອນຮັບ​ການ
​ໄປ​ຢ້ຽມຢາມ ນະຄອນ Bujumbura ​ຂອງ​ສະມາຊິກ​ສະພາ
​ຄວາມໝັ້ນຄົງອົງການສະຫະ​ປະຊາ​ຊາດ. ທີ່ປຶກສາ​ອະ​ວຸ​ໂສ
ຂອງ​ປະທານາທິບໍດີ Pierre Nkurunziza ທ່ານ Willy Nya-
mitwe ກ່າວ​ວ່າຄະນະ​ຜູ້​ແທນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ
ຈະ​ໄດ້​ເຫັນ​ທຸກ​ສິ່ງຢ່າງ​ທີ່​ທາງ​ປະຊາ​ຄົມນາໆ​ຊາດ ​ໄດ້​ຍິນ​ກ່ຽວ
ກັບ​ວິ​ກິດ​ການ ​ໃນ​ບູຣຸນດີນັ້ນ​ແມ່ນ​ຜິດພາດ.

ທ່ານ Nyamitwe ​ໄດ້​ກ່າວ​ວ່າ ການມາ​ຢ້ຽມຢາມ​ຂອງ​ສະມາຊິກ
​ສະພາ​ຄວາມໝັ້ນຄົງ ອົງ​ການສະຫະ​ປະຊາ​ຊາດ ຈະ​ໄດ້​ມາ​ເຫັນ
ດ້ວຍ​ສາຍຕາ​ຕົວ​ເອງ​ວ່າ ບູຣຸນດີນັ້ນ​ ແມ່ນ​ຢູ່​ໃນ​ຄວາມ​ສະງົບ​ໃນຂະນະ​ທີ່​ຕົນ​ພະຍາຍາມ ປົດ​ອາວຸດສ່ວນບຸກຄົນຈຳນວນ​ນຶ່ງຜູ້​ຊຶ່ງ​ພະຍາຍາມ​ລົບ​ກວນ​ຄວາມ​ສະ​ງົບ​ໃນ​ປະ​ເທດ​.

ທ່ານ Nyamitwe ​ໄດ້​ກ່າວ​ວ່າ ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ທຸກໆ​ທ່ານ ທີ່​ຕ້ອງການ​ຢາກ​ຈະ​ມາ ບູຣຸນດີ ​ແລະ​ໃຫ້​ເຫັນ​ເປັນ​ສັກຂີ​ພະຍານ​ວ່າ ພວກ​ເຮົາ​ໄປ​ໄກ​ສ່ຳ​ໃດ​ແລ້ວ ກັບ​ການ​ຮວມຕົວ​ກັນ ​ໃນ​ຄວາມ​ສາມັກຄີ​ແຫ່ງ​ຊາດ ​ແລະການ​ສ້າງ​ສັນຕິພາບຂອງ​ພວກ​ເຮົາ. ພວກ​ເຮົາ​ຄາດ​ຫວັງ​ວ່າ ທີ່​ບູຣຸນດີ ພວກ​ເຂົາ​ເຈົ້າ​ຄົງ​ຈະ​ໄດ້​ເຫັນຂໍ້​ມູນ​ຕ່າງໆທີ່​ໄດ້​ຮັບ​ມາ​ຈາກ​ຕ່າງປະ​ເທດ ຫຼື​ບໍ່ກໍ​ທາງ​ສື່​ສັງຄົມ ​ແວັບ​ໄຊ​ຕ໌ຕ່າງໆ ນັ້ນ​ແມ່ນ​ຜິດ​ຢ່າງ​ສິ້ນ​ເຊີງ ຊຶ່ງບູຣຸນດີເອງ​ແມ່ນ​ຢູ່​ກັນ​ຢ່າງ​ສັນຕິ​ສຸກ ​ແຕ່ວ່າ​ພວກ​ເຮົາ​ແມ່ນ​ພະຍາຍາມ​ປົດ​ອາວຸດ ສ່ວນບຸກຄົນບາງກຸ່ມ​ ຜູ້​ຊຶ່ງ​
ພະຍາຍາມ​ລົບ​ກວນ​ຄວາມ​ສະ​ງົບ​ໃນ​ປະ​ເທດ​ນັ້ນ.”

ການ​ໃຫ້​ຄວາມ​ເຫັນ​ຂອງທ່ານ Nyamitwe ມີ​ຂຶ້ນ​ໃນ​ຂະນະ​ທີ່​ສະມາຊິກ​ສະພາ​ຄວາມໝັ້ນຄົງ
ອົງການສະຫະ​ປະຊາ​ຊາດ ​ໄດ້ອອກ​ເດີນທາງໃນ​ວັນ​ພຸດ​ວານ​ນີ້ ໄປ​ຢ້ຽມຢາມບູຣຸນດີ​ ດ້ວຍ​ການ​ຮຽກຮ້ອງໃຫ້​ລັດຖະບານ ​ແລະ​ພັກ​ຝ່າຍ​ຄ້າ​ນທຳ​ການ​ເຈລະຈາ ​ແລະຫລີກ​ລ່ຽງຈາກ​ບັນ​ຫາ​ຂັດ​ແຍ້​ງ ກ່ອນ​ທີ່​ມັນ​ຈະ​ສາຍ​ໄປ​ນັ້ນ.

ທ່ານ Nyamitwe ​ໄດ້​ກ່າວ​ວ່າ ປະຊາຊົນ​ຂອງບູຣຸນດີ ແມ່ນ​ໄດ້​ເລີ້ມ​ການເຈລະຈາ​ກັນແລ້ວ ​ໂດຍຜ່ານ​ການສົນທະນາພາຍ​ໃນ​ລະຫວ່າງ​ຊາວ​ບູຣຸນດີ​ດ້ວຍ​ກັນ.

U.S. Ambassador Samantha Power on Burundi
please wait

No media source currently available

0:00 0:00:54 0:00

XS
SM
MD
LG