ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສປຊ ວ່າ ກວ່າ 2000 ຄົນ ໄດ້ໜີ ຈາກບ້ານເຮືອນ ໃນລັດຣາຄີນ (ສະໄລດ໌)


ຊາວມຸສລິມ ພາກັນໄປເຕົ້າໂຮມກັນ ຢູ່ໃກ້ບ່ອນຢູ່ອາໄສ ຂອງພວກເຂົາເຈົ້າ ທີ່ຕາແສງ Aung Mingalar ໃນ Sittwe, ເມືອງຫລວງຂອງລັດຣາຄິນ, ທາງພາກຕາເວັນຕົກຂອງມຽນມາ ໃນວັນເສົາທີ 27 ຕຸລາ, 2012.
ຊາວມຸສລິມ ພາກັນໄປເຕົ້າໂຮມກັນ ຢູ່ໃກ້ບ່ອນຢູ່ອາໄສ ຂອງພວກເຂົາເຈົ້າ ທີ່ຕາແສງ Aung Mingalar ໃນ Sittwe, ເມືອງຫລວງຂອງລັດຣາຄິນ, ທາງພາກຕາເວັນຕົກຂອງມຽນມາ ໃນວັນເສົາທີ 27 ຕຸລາ, 2012.
ຫົວໜ້າອົງການສະຫະປະຊາຊາດຢູ່ໃນມຽນມາເວົ້າວ່າ 2,200
ຄົນຕ້ອງໄດ້ອົບພະຍົບ ໜີຈາກບ້ານເຮືອນຂອງຕົນ ໃນໄລຍະ
ທີ່ມີການຕໍ່ສູ້ກັນລະຫວ່າງຊົນເຜົ່າ ເປັນເວລາ 1 ອາທິດ ຄືໃນ
ລະຫວ່າງ ປະຊາຄົມຊາວພຸດຣາຄິນ ແລະຊາວມຸສລິມໂຣຮິງຢາ ຢູ່ໃນລັດຣາຄິນນັ້ນ.

ທ່ານ Ashok Nigam, ຫົວໜ້າອົງການສະຫະປະຊາຊາດປະ
ຈໍານະຄອນຢ້າງກຸ້ງ ກ່າວ ໃນວັນອາທິດມື້ນີ້ວ່າ ການນໍາເອົາການ
ຊ່ວຍເຫລືອໄປໃຫ້ພວກຫລົບໜີປະບ້ານເຮືອນຂອງຕົນນັ້ນ
ຈະເປັນບັນຫາຫຍຸ້ງຍາກ ເພາະວ່າບາງຄົນກໍຫລົບໜີໂດຍທາງ
ເຮືອ ໃນຂະນະທີ່ອີກພວກນຶ່ງແມ່ນຂຶ້ນໄປຫລົບໄພຢູ່ເທິງພູ ທີ່
ຢູ່ຫ່າງໄກໂດດດ່ຽວ.

ລັດຖະບານມຽນມາເວົ້າໃນວັນເສົາວານນີ້ວ່າ ການຕໍ່ສູ້ກັນດັ່ງກ່າວໄດ້ເຮັດໃຫ້ບ້ານເຮືອນ ຫລາຍກວ່າ 2,800 ຫລັງ ຖືກເຜົາໄໝ້ ແລະມີ 67 ຄົນເສຍຊີວິດໃນໄລຍະນຶ່ງອາທິດຜ່ານ ມານີ້.

ກຸ່ມ Human Rights Watch ທີ່ຕັ້ງຢູ່ນະຄອນນີວຢອກ ເວົ້າຢູ່ໃນຖະແຫລງການ ໃນ ວັນເສົາວານນີ້ວ່າ ຕົນຢ້ານວ່າ ຈໍານວນຄົນເສຍຊີວິດໂຕຈິງນັ້ນ ອາດສູງກາຍໂຕເລກທີ່ ເຈົ້າໜ້າທີ່ລາຍງານນັ້ນຫລາຍ ອິງຕາມຄໍາບອກເລົ່າຂອງພວກທີ່ເຫັນເຫດການ ທີ່ພາກັນ ຫລົບໜີການຕໍ່ສູ້ກັນ ຊຶ່ງກຸ່ມດັ່ງກ່າວເວົ້າວ່າ ໄດ້ແນເປົ້າໝາຍໃສ່ພວກມຸສລິມຫລາຍກ່ວາ ຊາວພຸດນັ້ນ.

ໃນວັນພະຫັດຜ່ານມານີ້ ອົງການສະຫະປະຊາຊາດກໍໄດ້ອອກຖະແຫຼງການຮຽກຮ້ອງໃຫ້ ພວກເຈົ້າໜ້າທີ່ມຽນມາ ຄວບຄຸມການກໍ່ຄວາມວຸ້ນວາຍໄຮ້ກົດໝາຍ ແລະການໂຈມຕີ ຂອງພວກຝຸງຊົນເພື່ອປົກປ້ອງປະຊາຄົມຂອງຄົນນັ້ນ ແລະເຮັດໃຫ້ການຂົ່ມຂູ່ ແລະຄໍາ ເວົ້າທີ່ມີສໍານວນຮຸນແຮງນັ້ນ ສິ້ນສຸດລົງ.

ເບິ່ງສະໄລດ໌ເຫດການກໍ່ຄວາມຮຸນແຮງທີ່ລັດຣາຄິນຂອງມຽນມາ

XS
SM
MD
LG