ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກຸ່ມ ພະລາດອນພາບ ມຸສລິມ​ ຕິຕຽນ ກໍາລັງ​ ຕຳຫຼວດ ອີຈິບ


ຕໍາຫລວດແກວ່ງລະເບີດນໍ້າຕາ ຂັບໄຫລ່ພວກປະທ້ວງ ທີ່ ຈະຕຸລັດ Talaat Harab ໃນກຸງໄຄໂຣ
ຕໍາຫລວດແກວ່ງລະເບີດນໍ້າຕາ ຂັບໄຫລ່ພວກປະທ້ວງ ທີ່ ຈະຕຸລັດ Talaat Harab ໃນກຸງໄຄໂຣ
ກຸ່ມພະລາດອນພາບມຸສລິມ​ໃນອີ​ຈິບ ຕິຕຽນກໍາລັງ​ຮັກສາ​ຄວາມ
​ປອດ​ໄພ​ຂອງປະ​ເທດ ທີ່ໄດ້ທັບ​ມ້າງ​ ການ​ປະ​ທ້ວງຕໍ່ຕ້ານ​ລັດຖະ
ບານ​ໂດຍ​ກ່າວວ່າ ການໃຊ້​ກໍາລັງ​ບັງຄັບ​ໃຫ້​ມີ​ການສະຫຼາຍຕົວນີ້
​ແມ່ນເຕືອນຄວາມ​ຊົງ​ຈໍາ ກ່ຽວ​ກັບ​ກົນລະຍຸດ ​ທີ່ນຳ​ໃຊ້ໂດຍທ່ານ
Hosni Mubarak ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ອຳນາດ​ນັ້ນ.

ຕໍາຫລວດ​ໄດ້​ໃຊ້​ທໍ່​ສີດ​ນໍ້າສີດ​ເຂົ້າ​ໃສ່ ​ເພື່ອ​ທັບ​ມ້າງພວກ​ປະ​ທ້ວງ​
ກຸ່ມນ້ອຍໆສອງ​ກຸ່ມ ​ໃນກຸງໄຄ​ໂຣ ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ໄດ້
​ຈັບ​ກຸມ​ຫລາຍ​ສິບ​ຄົນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ນຳ​ໃຊ້​ກົດໝາຍ​ໃໝ່ຕໍ່
ຕ້ານ​ການ​ປະ​ທ້ວງ ທີ່​ບໍ່ໄດ້​ຮັບ​ອະນຸຍາດ​ກ່ອນລ່ວງ​ໜ້າ.

​ໂຄສົກຂອງ​ກຸ່ມການ​ເມືອງພະລາດອນພາບມຸສລິ​ມ ກ່າວ​ຢູ່​ໃນ​ຖະ​ແຫລ​ງການໃນ ວັນ​ພຸດ​ມື້​ນີ້​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ ພາກັນ​ປະຕິບັດ​ງານ​ໂດຍມີ​ການ​ຍົກ ​ເວັ້ນ​ໂທດ ​ຊຶ່ງ​ເປັນ​ການ​ລະນຶກ​ເຖິງ​ “ການຜະ​ເດັດ​ການ ​ແລະ​ການ​ລ່ວງລະ​ເມີດ ເສຣີພາບ ​ແລະ​ສິດທິຕ່າງໆ” ທີ່​ໄດ້​ເຫັນ​ກັນ ພາຍ​ໃຕ້ການ​ປົກຄອງ​ແບບ​ຜະ​ເດັດ ການ​ຂອງທ່ານ Mubarack ​ນັ້ນ​.

ກຸ່ມພະລາດອນພາບ ຮ້ອງ​ກົດໝາຍ​ໃໝ່​ນີ້​ວ່າ ​ເປັນ “ກົດໝາຍໂຫດຮ້າຍ” ​ແລະ​ກ່າວ​ວ່າ ມັນ​ໝາຍ
ເຖິງ ການ​ຈະ​ປິດ​ປິດ​ສຽງ​ຂອງ​ຝ່າ​ຍຄ້ານໃດໆກໍ​ຕາມ.

​ໃນ​ຕອນ​ແລງ​ຂອງ​ວັນ​ອັງ​ຄານ​ວານ​ນີ້ ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ ​ໄດ້ທ້າ​ທາຍ​ຕໍ່​ກົດໝາຍນີ້ແລະ​
ການ​ຕອບໂຕ້ຂອງ​ຕໍາ​ຫລວດ​ໃນກ່ອນ​ໜ້ານັ້ນ ​ໂດຍພາກັນໄປ ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຂົງເຂດບ່ອນດຽວ​
ກັນ​ຢູ່ທີ່​ກຸງໄຄ​ໂຣ ​ເພື່ອສະ​ແດງ​ຄວາມ​ບໍ່ພໍ​ໃຈ ຂອງ​ເຂົາເຈົ້າ.

ຫລັງ​ຈາກ​ການ​ຈັບ​ກຸມ​ໃນ​ວັນ​ອັງຄານ​ວາ​ນນີ້ ສະມາ​ຊິກກໍາມະການ 10 ຄົນທີ່​ຖືກ​ມອບໝາຍ​ໃຫ້
ຂຽນຮ່າງ​ລັດຖະທໍາ​ມະນູນອີ​ຈິບ​ໃໝ່ນັ້ນ ​ໄດ້​ພາກັນໂຈະ​ການ ​ເຮັດວຽກຂອງ​ເຂົາ​ເຈົ້າ ​ເພື່ອ​ເປັນ
​ການ​ປະທ້ວງ.

​ໃນ​ວັນ​ອັງຄານ​ເຊັ່ນດຽວ​ກັນ ​ຂ້າ​ຫລວງ​ໃຫຍ່ດ້ານສິດທິ​ມະນຸດສະຫະ​ປະຊາ​ຊາດ ທ່ານນາງ Navi
Pillay ​ໄດ້​ຮ້ອງ​ໃຫ້ລັດຖະບານ​ຊົ່ວຄາວອີ​ຈິບດັດ​ແປງ ຫລື ອຸທອນ​ຕໍ່ກົດໝາຍນີ້ ໂດຍເຕືອນ​ວ່າມັນ
​ອາດ​ຈະ​ນໍາພາ​ໄປ​ສູ່ “ການ​ລ່ວງ​ລະ​ເມີດ ​ທີ່​ຮ້າຍ​ແຮງ ຕໍ່​ສິດ​ເສຣີພາບ​ໃນການ​ໂຮມຊຸມນຸມ​ກັນ.”
XS
SM
MD
LG