ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກຸ່ມ BRICS ສິ້ນສຸດ ກອງປະຊຸມສຸດຍອດ ໂດຍບໍ່ໄດ້ຕັ້ງທະນາຄານ (ວີດິໂອ)


ຜູ້ນໍາກຸ່ມຫ້າປະເທດ ກຳລັງພັດທະນາ ທີ່ສໍາຄັນໆ ເຂົ້າຣ່ວມກອງປະຊຸມສຸດຍອດ BRICS ທີ່ປະເທດອາຟຣິກາໃຕ້
ຜູ້ນໍາກຸ່ມຫ້າປະເທດ ກຳລັງພັດທະນາ ທີ່ສໍາຄັນໆ ເຂົ້າຣ່ວມກອງປະຊຸມສຸດຍອດ BRICS ທີ່ປະເທດອາຟຣິກາໃຕ້
ກອງ​ປະຊຸມ​ສຸດ​ຍອດ​ຂອງ​ຫ້າ​ປະ​ເທດ​ພວມ​ພັດທະນາທີ່​ສຳຄັນໆ ໄດ້​ສິ້ນ​ສຸດ​ລົງ​ໂດຍ​ປາດ​ສະ​ຈາກ​ການຈັດ​ຕັ້ງ​ທະນາຄານ​ພັດທະນາໃໝ່​ແຫ່ງ​ນຶ່ງ​ຕາມ​ທີ່​ໄດ້ຄາດ​ກັນ​ໄວ້.

​ກຸ່ມ​ປະ​ເທດ​ທັງ​ຫ້າ ທີ່​ຮູ້​ກັນ​ໂດຍຊື່​ຫຍໍ້ວ່າ BRICS ຊຶ່ງ​ປະກອບ​ດ້ວຍປະ​ເທດ Brazil, Russia, ຈີນ ອິນ​ເດຍແລະອາ​ຟຣິກາ​ໃຕ້ນັ້ນ ຄາດ​ວ່າ​ຈະ​ປະກາດ​ໃຫ້​ຮູ້ລາຍ​ລະອຽດ​ຂອງ​ທະນາຄານ​ດັ່ງກ່າວ ທີ່ໝາຍ​ເຖິງການທ້າ​ທາຍຕໍ່​ທະນາຄານ​ໂລກ ​ແລະອົງການ​ກອງ​ທຶນ​ສາກົນ ຫຼື IMF ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ສອງ​ມື້ ທີ່​ເມືອງ Durban ປະ​ເທດ​ອາ​ຟຣິກາ​ໃຕ້.

ທ່ານ Jacob Zuma ປະທານາທິບໍດີ​ປະ​ເທດ​ອາ​ຟຣິກາ​ໃຕ້ ​ເ​ວົ້າ​ເມື່ອ​ວັນ ພຸດ​ວານ​ນີ້​ວ່າ ກຸ່ມຫ້າ​ປະ​ເທດ​ດັ່ງກ່າວ ​ຕົກລົງ​ກັນ ຮັບ​ເອົາຂອບ​ຄວາມ​ຄິດ​ຂອງ​ທະນາຄານ​ໃໝ່ ​ແຕ່​ກໍ​ເວົ້າ​ວ່າ ຈໍາ​ເປັນ​ຕ້ອງ​ມີ​ການ​ເຈລະຈາ​ກັນຕື່ມ​ອີກ​ກ່ຽວ​ກັບແຜນການຂັ້ນສຸດ​ທ້າຍ.

ສະ​ຖາ​ບັນການ​ເງິນນີ້ຈະ​ຊ່ວຍ​ເຫຼືອດ້ານ​ໂຄງ​ລ່າງ​ທີ່​ວ່າ​ສໍາຄັນ​ທີ່​ສຸດ ​ໂດຍ​ສະ​ເພາະ​ໃນ ຂົງ​ເຂດ​ອາ​ຟຣິກາ ຊຶ່ງ​ຕ້ອງ​ໄດ້​ໃຊ້​ເງິນ​ປະມານ 200 ພັນ​ລ້ານ​ໂດ​ລາ ສຳລັບດ້ານ​ໂຄງ​ລ່າງ​ພື້ນຖານ ​ໃນ​ໄລຍະ 20 ປີ​ຕໍ່ໜ້າ​ນີ້.

ທະນາຄາ​ນ​ພັດທະນາ​ແຫ່ງ​ໃໝ່ ຈະ​ເປັນ​ສະຖາ​ບັນ​ການ​ເງິນ​ແຫ່ງ​ທໍາ​ອິດ​ຂອງກຸ່ມ​ຫ້າ​ປະ​ເທດ​ ທີ່​ມີ​ເສດຖະກິດ​ພຸ່ງ​ພົ້ນ​ໃໝ່ ​ຫຼື BRICS ຊຶ່ງ​ໄດ້​ເລີ່​ມ ຮວມ​ຕົວ​ກັນ​ຢ່າງ​ບໍ່​ເປັນ​ທາງ​ການໃນ​ປີ 2009 ​ໃ​ນ​ເວລາ​ເກີດສະພາວະເສດຖະກິດໂລກ​ຕົກ​ຕໍ່ານັ້ນ.

ທ່ານ Vladimir Putin ປະທານາທິບໍດີຣັດ​ເຊຍ ​ເວົ້າ​ວ່າ ທ່ານ​ໃຫ້ການ​ສະໜັບສະໜຸນ ​ການ​ສ້າງ​ຕັ້ງ​ທະນາຄານ​ດັ່ງກ່າວ ​ແຕ່​ທ່ານ Sergei Ryabkov ຮອງ​ລັດຖະມົນຕີ​ຕ່າງ ປະ​ເທດ​ຂອງ​ທ່ານ​ເວົ້າ​ວ່າ ຕ້ອງ​ມີ​ການສຶກສາ​ຄົ້ນຄວ້າ​ເພີ່ມ​ຕື່ມ​ໃນ​ເລຶ່ອງນີ້.

BRICS Summit Ends Without Much-Touted Bank
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ
XS
SM
MD
LG