ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທັບຊີເຣຍ ຖິ້ມລະເບີດ ໃສ່ເຂດຂອງກຸ່ມຕໍ່ຕ້ານ ໃນເມືອງ Aleppo (ວີດີໂອ)


ສ່ວນນຶ່ງຂອງເມືອງ Aleppo ທີ່ກອງທັບຊີເຣຍ ຖິ້ມລະເບີດໃສ່.
ສ່ວນນຶ່ງຂອງເມືອງ Aleppo ທີ່ກອງທັບຊີເຣຍ ຖິ້ມລະເບີດໃສ່.
​ແຫຼ່ງຂ່າວ​ທ້ອງ​ຖິ່ນ​ໃນ​ຊີ​ເຣຍ ​ແລະບັນດາ​ກຸ່ມ​ສິດທິ ​ເວົ້າ​ວ່າ ​ເຮືອບິນ​ເຮ​ລິຄອບ​ເຕີ​ຂອງ ກອງທັບ​ຊີ​ເຣຍ ​ໄດ້​ຖິ້ມ​ລະ​ເບີດ ລົງ​ໃສ່​ເຂດ​ທີ່​ຍຶດຄອງ​ໂດຍ​ກຸ່ມຕໍ່ຕ້ານ ທີ່​ເມືອງ Aleppo ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ຮູບ​ວີ​ດີ​ໂອ​ສະໝັ​ກ​ຫຼິ້ນ ​ທີ່​ລົງ​ໃນ​ເວັບ​ໄຊ້ ທີ່​ກ່າວ​ກັນ​ວ່າ​ຖ່າຍ​ຢູ່​ໃນ
​ເຂດ​ທີ່​ຖືກລະ​ເບີດ ສະແດງໃຫ້​ເຫັນ​ພວກ​ຄົນ ພາກັນ​ຊອກ​ຄົ້ນ​ຕາມ​ສິ່ງ​ຫັກ​ພັງ​ທີ່​ຖືກ​ໄຟໃໝ້ ​ເມື່ອ​ວັນ​ເສົາວານ​ນີ້.

ເຫດການ​ຖິ້ມ​ລະ​ເບີດ​ດັ່ງກ່າວ ມີ​ຂຶ້ນ​ໃນ​ຂະນະດຽວ​ກັນ​ກັບ​ທີ່​ທ່ານ​ພັນ ​ຄີ​ມູນ ​ເລຂາທິການ​ໃຫຍ່​ຢູ​ເອັນ ​ເອີ້ນ​ສະຖານະ​ການໃນຊີ​ເຣຍວ່າ “​ເປັນ​ສິ່ງ​ທ້າ​ທາຍ​ດ້ານຄວາມໝັ້ນຄົງ​ອັນ​ຮີບ​ດ່ວນ​ທີ່​ສຸດ​ຂອງ​ໂລກ​ໃນ​ປັດຈຸບັນ​ນີ້.”

ທ່ານ​ພັນ ຄີ​ມູນ ​ເວົ້າວ່າ ທ່ານ​ໄດ້​ໂອ້​ລົ​ມ​ກັບ ທ່ານ Lakhdar Brajhimi ຜູ້​ໄກ່​ເກ່ຍຂອງຢູ​ເອັນ ພ້ອມ​ກັບ​ທ່ານ ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ແລະ​ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດ ຣັດ​ເຊຍ ​ເພື່ອ​ຮຽກຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ​ໃຊ້​ອິດ​ທິພົນ ຕໍ່ພວກ​ທີ່​ທໍາ​ສົງຄາມ​ກັນ​ນັ້ນ ​ໃຫ້​ກັບ​ຄືນ​ມາ ເຈລະຈາ​ສັນຕິ​ພາບກັນ​ ໃນ​ວັນ​ທີ 10 ກຸມພາ​ນີ້.

ທ່ານ​ພັນ ຄີ​ມູນ​ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ ​ໂດຍ​ສະ​ເພາະລັດຖະບານ​ຊີ​ເຣຍ ​ໃຫ້ອະນຸ
ຍາດ​ໂດຍ​ບໍ່​ມີ​ເງື່ອນ​ໄຂ ​ໃຫ້ພວກ​ຊ່ວຍ​ເຫຼືອ​ເຂົ້າ​ໄປ​ເຖິງພວກ​ຄົນ​ທີ່​ຕິດ​ຄ້າງ ຢູ່​ເຂດປິດ​ກັ້ນ ທີ່​ການ​ຊ່ວຍ​ເຫຼືອ​ເຂົ້າ​ໄປ​ບໍ່​ໄດ້ນັ້ນ.

ການ​ເຈລະຈາ​ສັນຕິພາບ​ຮອບ​ທໍາ​ອິດ ລະຫວ່າງພວກ​ຝ່າຍ​ສູ້​ລົບ​ກັນ​ຂອງຊີ​ເຣຍ ​ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ວັນ​ສຸກຜ່ານ​ມາ​ນີ້ໂດຍບໍ່​ມີ​ຄວາມ​ຄືບ​ໜ້າໃດໆ ແຕ່ກໍ​ໄດ້​ປູ​ພື້ນຖານ​ໄວ້ສໍາລັບ ​ການ​ເຈລະຈາ​ກັນ​ໃນ​ອະນາ​ຄົດ ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້.

Syria 2-2-14
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG