ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະຫານ 2 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ເຢເມນ


ແຜນທີ່ ເຢເມນ
ແຜນທີ່ ເຢເມນ
ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງເຢເມນຄົນນຶ່ງກ່າວວ່າ ເຫດ
ລະເບີດ ທີ່ນະຄອນຫຼວງ Sanaa ໄດ້ສັງຫານທະຫານຢ່າງໜ້ອຍ
2 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ເປົ້າໝາຍໃນການໂຈມຕີດ້ວຍລະເບີດໃນຄັ້ງນີ້
ແມ່ນແນໃສ່ລົດຄັນນຶ່ງ. ນອກນັ້ນຍັງມີທະຫານ 2 ຄົນໄດ້ຮັບບາດ
ເຈັບໃນການໂຈມຕີດັ່ງກ່າວ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີເທື່ອ.

ເມື່ອໄວໆມານີ້ລັດຖະບານເຢເມນພວມດີ້ນຮົນຕໍ່ສູ້ຮັບມືກັບພວກ
ກະບົດອິສລາມ ແລະຄື້ນຟອງຂອງການໂຈມຕີຕໍ່ເຈົ້າໜ້າທີ່ຮັກສາຄວາມສະຫງົບ ໂດຍພວກ ຫົວຮຸນແຮງ ທີ່ເປັນສະມາຊິກຂອງກຸ່ມກໍ່ການຮ້າຍອາລກາອີດາ ໃນເຂດທ້ອງຖິ່ນ.

ສະຫະລັດຖືວ່າ ເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາອີດາໃນເຢເມນຊຶ່ງຮູ້ກັນໃນນາມກຸ່ມ ອາລກາອີດາ ໃນແຫຼມອາຣາເບຍນັ້ນ ເປັນສາຂາທີ່ເປັນໄພອັນຕະລາຍຮ້າຍແຮງສຸດ ຂອງ ເຄືອຂ່າຍກໍ່ການຮ້າຍດັ່ງກ່າວ.
XS
SM
MD
LG