ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລະເບີດ ໄດ້ແຕກຂຶ້ນ ຫຼາຍຄັ້ງ ໃນ ອັຟການິສຖານ ເຮັດໃຫ້ 24 ຄົນ ເສຍຊີວິດ


ພວກສາລະວັດທະຫານ ຂອງອັຟການິສຖານ ກວດສອບ ສະ
ຖານທີ່ ໂຈມຕີດ້ວຍລະເບີດສະຫຼະຊີບ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ ເມື່ອວັນຈັນ ທີ 20 ມິຖຸນາ 2016.
ພວກສາລະວັດທະຫານ ຂອງອັຟການິສຖານ ກວດສອບ ສະ ຖານທີ່ ໂຈມຕີດ້ວຍລະເບີດສະຫຼະຊີບ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ ເມື່ອວັນຈັນ ທີ 20 ມິຖຸນາ 2016.

ລະເບີດໄດ້ແຕກຂຶ້ນຫຼາຍຄັ້ງ ຢູ່ໃນອັຟການິສຖານ ເມື່ອຕອນເຊົ້າ ວັນຈັນມື້ນີ້ ໂດຍໄດ້ສັງຫານຢ່າງໜ້ອຍ 24 ຄົນ ແລະ ອີກ 40 ຄົນ ຢູ່ອ້ອມຮອບ ໄດ້ຮັບ ບາດເຈັບ.

ການໂຈມຕີທີ່ຮ້າຍແຮງທີ່ສຸດ ໄດ້ເກີດຂຶ້ນ ຢູ່ໃນນະຄອນຫຼວງ Kabul ໃນເວລາ ມືລະເບີດສະຫຼະຊີບ ໄດ້ຍ່າງເຂົ້າໄປໃນລົດເມນ້ອຍຄັນໜຶ່ງ ແລະ ບີບຂະນວນ ລະເບີດ.

ຕຳຫຼວດ ແລະ ພວກນັກດັບເພີງ ແມ່ນເຫັນໄດ້ ກຳລັງທຳງານຢ່າງຂຸ້ນຂ້ຽວ ຢູ່ທີ່ ສະຖານທີ່ເກີດ ລະເບີດແຕກຂຶ້ນ ໃນນະຄອນຫຼວງ ກາບູລ, ວັນທີ 20 ມິຖຸນາ 2016.
ຕຳຫຼວດ ແລະ ພວກນັກດັບເພີງ ແມ່ນເຫັນໄດ້ ກຳລັງທຳງານຢ່າງຂຸ້ນຂ້ຽວ ຢູ່ທີ່ ສະຖານທີ່ເກີດ ລະເບີດແຕກຂຶ້ນ ໃນນະຄອນຫຼວງ ກາບູລ, ວັນທີ 20 ມິຖຸນາ 2016.

ກະຊວງພາຍໃນ ອັຟການິສຖານ ກ່າວວ່າ ການໂຈມຕີດັ່ງກ່າວ ເຮັດໃຫ້ 14 ຄົນເສຍຊີວິດ ແລະ 8 ຄົນໄດ້ຮັບບາດເຈັບ. ກຸ່ມ ຕາລີບານ ໄດ້ອອກມາອ້າງ ເອົາຄວາມຮັບຜິດຊອບ ໃນທັນທີທັນໃດ.

ພວກຄົນທີ່ຖືກຂ້າຕາຍ ເປັນພວກຍາມຮັກສາຄວາມປອດໄພ ຊາວເນປານ ທີ່ ເຮັດວຽກໃຫ້ແກ່ບໍລິສັດຕ່າງປະເທດ ຢູ່ໃນນະຄອນຫຼວງ ຂອງອັຟການິສຖານ. 5 ຄົນທີ່ເປັນຊາວເນປານ ຢູ່ເທິງລົດເມ ກໍໄດ້ຮັບບາດເຈັບ ພ້ອມກັນກັບ ຊາວ ອັຟການິຖານ 4 ຄົນ.

ຫຼາຍຊົ່ວໂມງຕໍ່ມາຫຼັງຈາກນັ້ນ ລະເບີດທີ່ໄດ້ຖືກວາງໄວ້ຢູ່ແຄມທາງ ໂດຍພວກ ກະບົດ ກໍໄດ້ແຕກຂຶ້ນ ຢູ່ໃນອີກສ່ວນໜຶ່ງ ຂອງນະຄອນຫຼວງກາບູູລ ຊຶ່ງສະມາ ຊິກສະພາແຂວງ ໄດ້ຮັບບາດເຈັບ ພ້ອມກັນກັບ ຜູ້ອລັກຂາຂອງທ່ານ 2 ຄົນ.

ຫົວໜ້າບໍລິຫານງານ ຂອງອັຟການິສຖານ ທ່ານ Abdullah Abdullah ໄດ້ ກ່າວປະນາມ ຄວາມຮຸນແຮງວ່າ ເປັນ “ການກະທຳຂອງການ ກໍ່ການຮ້າຍ ແລະ ການຂົ່ມຂູ່.”

ໜ່ວຍສະໜັບສະໜູນທີ່ເດັດດ່ຽວ ຂອງອົງການ NATO ໃນນະຄອນຫຼວງກາບູລ ໄດ້ປະນາມການໂຈມຕີຕ່າງໆ ໂດຍກ່າວວ່າ “ການໂຈມຕີທີ່ໂຫດຫ້ຽມແບບນີ້ ເຖິງແມ່ນວ່າ ກຸ່ມຕາລີບານໄດ້ໃຫ້ຄຳໝັ້ນສັນຍາກໍຕາມ ພວກເຂົາ ກໍບໍ່ຫົວຊາ ເອົານຳຊີວິດ ຂອງພວກພົນລະເຮືອນ ຜູ້ທີ່ບໍລິສຸດ ເລີຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Afghanistan Blast
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG