ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເຮືອ​ບິນ​ລົບ​ອອສ​ເຕຣ​ເລຍ ​ຂຶ້ນບິນ ປະຕິບັດ​ພາລະກິດ​ ຕໍ່ຕ້ານລັດອິສລາມ ​ເປັນ​​ເທື່ອ​ທຳ​ອິດ


ເຮືອ​ບິນ​ລົບ​ອອສ​ເຕຣ​ເລຍຫຼາຍລຳ ​ໄດ້​ຂຶ້ນບິນປະຕິບັດ​ພາລະກິດ
​ສູ້​ລົບ​ເປັນເທື່ອ​ທຳ​ອິດ ຢູ່​ເທິງ​ນ່ານ​ຟ້າ​ຂອງ​ອີຣັກ ອັນ​ເປັນ​ສ່ວນ​ນຶ່ງ
​ຂອງຄວາມພະຍາຍາມຂອງນາໆ​ຊາດ ​ເພື່ອ​ຕໍ່ສູ້​ກັບ ພວກ​ຫົວ​ຮຸນ
​ແຮງ​ລັດ​ອິສລາມ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອອສ​ເຕຣ​ເລຍ ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້
ວ່າ ​ເຮືອບິນ​ສອງ​ລຳຂອງອອສ​ເຕຣ​ເລຍ ​ໄດ້​ປະຕິບັດ​ພາລະກິດ
ດັ່ງ​ກ່າວ ເມື່ອ​ຄືນ​ວານນີ້ ​ເຂດ​ນ່ານຟ້າພາກເໜືອຂອງ​ອີຣັກ ​ແຕ່
​ບໍ່​ໄດ້​ຍິງ​ໃສ່​ເປົ້າໝາຍ​ໃດ​ໆ.

ຖ້ຽວ​ບິນ​ດັ່ງກ່າວ ​ເກີດ​ຂຶ້ນຫຼາຍມື້ ຫຼັງຈາກ​ທີ່​ຄະນະ​ລັດຖະບານ​
ຂອງ​ ອອສ​ເຕຣ​ເລຍ ​ໄດ້​ອະນຸມັດ​ໃຫ້ ສົ່ງເຮືອບິນ​ລົບແລະກອງ​ກຳລັງ​ພິ​ເສດ ​ໄປ​ຍັງອີຣັກ. ກະຊວງ​ປ້ອງ​ກັນ​ປະ​ເທດ ​ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ຍັງ​ລໍຖ້າການອະນຸມັດຈາກ​ລັດຖະບານ ​ອີຣັກ ​ໃຫ້​ກອງ​ກຳລັງ​ພິ​ເສດ ​ເລີ້ມ “​ໃຫ້ການ​ຊີ້​ນຳ ​ແລະຊ່ວຍ​ເຫຼືອ​ໃນ​ການ​
ດຳ​ເນີນ​ງານ​ຢູ່ໃນອີຣັກ.”

ແຜນທີ່ ປະເທດຊີເຣຍ
ແຜນທີ່ ປະເທດຊີເຣຍ

ກອງ​ກຳລັງ​ສະຫະລັດ ​ໄດ້​ປະຕິບັດ​ງານ​ໂຈມ​ຕີ​ທາງ​ອາກາດ
ຕໍ່ຕ້ານ​ພວກ​ກຸ່ມລັດ​ອິສລາມຢູ່​ໃນ​ຊີ​ເຣຍ ແລະ ອີຣັກ ມາ​ໄດ້
ຫຼາຍອາທິດ​ແລ້ວ. ກອງທັບ​ສະຫະລັດ​ກ່າວ​ໃນ​ວັນ​ອາທິດ​
ວານ ​ນີ້ວ່າ ການ​ໂຈມ​ຕີ​ທາງ​ອາກາດຫຼ້າສຸດ​ເມື່ອ​ບໍ່​ດົນ​ນີ້ ລວມ
ມີ​ການ​ທຳລາຍລົດ​ຖັງ ຫຼາຍຄັນ ​ແລະ ​ໄດ້​ຍິງ​ໂຈມ​ຕີ​ໃສ່​ຈຸດ​ທີ່​ໝັ້ນ
ຫຼາຍ​ແຫ່ງ ​ຢູ່​ໃນ​ເມືອງ Raqqa ​ແລະ ​ເມືອງ Al Mayadin ​ໃນ​
ຊີ​ເຣຍ ພ້ອມ​ກັບ​ໄດ້​ຖະຫ​ລົ່ມ​ເປົ້າໝາຍ​ຂອງ​ພວກ​ລັດ​ອິສລາມ
ຫຼາຍ​ແຫ່ງ ​ໃກ້ໆ​ກັບ​ເມືອງ Fallujah ​ເມືອງ Hit ​ແລະ ​ເມືອງ
Sinjar ​ໃນ​ອີຣັກ.

​ໃນ​ວັນ​ອາທິດ​ວານ​ນີ້​ເຊັ່ນ​ກັນ ມີ​ປະຊາຊົນ​ເທີ​ກີ 5 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ເມື່ອ​ລູກ​ປືນ​ຄົກ​
ໄດ້ຖືກ​ຍິງ​ມາຕົກ​ໃສ່​ເຮືອນຫຼັງນຶ່ງ​ຢູ່​ໃນ​ເທີ​ກີ ຊຶ່ງ​ຫ່າງຈາກ​ ເຂດ​ຊາຍ​ແດນ​ໄປ 2-3 ຫຼັກກິ​ໂລ
​ແມັດ ບ່ອນ​ທີ່​ມີ​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ ​ລະຫວ່າງພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ​ແລະ
ພວກນັກ​ຕໍ່ສູ້​ຊາວ​ເຄີ​ດ ​ໃນເມືອງ​ ​Kobani ​ຂອງ​ຊີ​ເຣຍ ທີ່​ມີ​ອີກ​ຊື່​ນຶ່ງ​ວ່າ Ayn Arab ນັ້ນ.

ISLAMIC STATE VO
please wait
Embed

No media source currently available

0:00 0:00:53 0:00

Australian airstrikes

Earlier Monday, Australian jets flew their first combat mission over Iraq as part of the international effort to combat Islamic State militants.

Australia's Defense Ministry said Monday that two of its aircraft conducted the mission overnight over northern Iraq, but that neither fired on any targets.

The flights come days after the country's Cabinet approved deploying fighter aircraft and special forces to Iraq. The Defense Ministry said Monday it is still waiting on the Iraqi government to approve the special forces to begin "advice and assist operations in Iraq."

U.S. forces have conducted weeks of airstrikes in Syria and Iraq against the Islamic State group. The military said Sunday the most recent strikes included destroying tanks and firing on positions in Raqqa and Al Mayadin in Syria, as well as hitting Islamic State targets near Fallujah, Hit and Sinjar in Iraq.

XS
SM
MD
LG