ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອອສເຕຣເລຍ ອະນຸຍາດ ໃຫ້ຖົມ ໃກ້ບໍລິເວນ ທີ່ມີລະບົບ ຫີນປະກາຣັງ (ວີດີໂອ)


ຮູບພາບ ຂອງສະຖາບັນວິທະຍາສາດ ທາງທະເລ ອອສເຕຣເລຍ ສະແດງໃຫ້ເຫັນ ເຖິງການປ່ຽນສີ ຂອງຫີນປະກາຣັງ ໃນບໍລິເວນເກາະ Halfway ໃນເຂດ Great Barrier Reef ຂອງອອສເຕຣເລຍ.
ຮູບພາບ ຂອງສະຖາບັນວິທະຍາສາດ ທາງທະເລ ອອສເຕຣເລຍ ສະແດງໃຫ້ເຫັນ ເຖິງການປ່ຽນສີ ຂອງຫີນປະກາຣັງ ໃນບໍລິເວນເກາະ Halfway ໃນເຂດ Great Barrier Reef ຂອງອອສເຕຣເລຍ.
ພະແນກການຮັບຜິດຊອບ ກ່ຽວກັບການປົກປ້ອງ ລະບົບຫີນປະ
ກາຣັງທີ່ໃຫຍ່ ທີ່ສຸດຂອງໂລກ ຫລື Great Barrier Reef ຂອງ
ລັດຖະບານອອສເຕຣເລຍໄດ້ໃຫ້ການອະນຸມັດຕໍ່ແຜນການທີ່ຈະ
ນຳເອົາດິນຕົມ ທີ່ຂຸດຂຶ້ນມາຈາກພື້ນທະເລຫຼາຍລ້ານແມັດກ້ອນ
ໄປຖົມໃສ່ບໍລິເວນ ໃກ້ໆກັບເຂດ ທີ່ມີຄວາມຫລໍ່ແຫຼມຕໍ່ລະບົບນິ
ເວດ ເພື່ອຂະຫຍາຍທ່າກຳປັ່ນທີ່ສຳຄັນແຫ່ງນຶ່ງ ໃນການຜະລິດ
ຖ່ານຫີນ.

ພວກນັກເຄື່ອນໄຫວດ້ານສະພາບແວດລ້ອມແມ່ນມີຄວາມໂກດ
ແຄ້ນໂມໂຫ ຕໍ່ການຕັດສິນໃຈດັ່ງກ່າວ ໂດຍເວົ້າວ່າ ການຂຸດພື້ນ ທະເລເພື່ອຂະຫຍາຍທ່າກຳປັ່ນ Abbot Point ຢູ່ລັດ Queens-
land ທາງພາກເໜືອຂອງອອສເຕຣເລຍນັ້ນ ຈະສ້າງຄວາມເສຍຫາຍໃຫ້ແກ່ຫີນປະກາຣັງ ແລະພືດຜັກພື້ນທະເລທີ່ມີຄວາມຊັບຊ້ອນຫຼໍ່ແຫຼມແລະການເພີ້ມການສັນຈອນໄປມາຂອງ ການຂົນສົ່ງ ຈະເຮັດໃຫ້ມີຄວາມສ່ຽງສູງຂຶ້ນ ຕໍ່ການເກີດອຸບັດຕິເຫດ ເຊັ່ນວ່ານໍ້າມັນຮົ່ວໄຫຼ ແລະ ການຕຳຫີນປະກາຣັງເຫຼົ່ານີ້ເປັນຕົ້ນ.

ເຈົ້າໜ້າທີ່ຄຸ້ມຄອງ ລະບົບຫີນປະກາຣັງທີ່ໃຫຍ່ທີ່ສຸດຂອງໂລກ ຫລື Great Barrier Reef ກ່າວໃນວັນສຸກມື້ນີ້ວ່າ ຕົນໄດ້ວາງເງື່ອນໄຂທີ່ເຄັ່ງຄັດກ່ຽວກັບການອະນຸຍາດໃຫ້ຖົມດິນດັ່ງ ກ່າວ.

Australia
please wait
Embed

No media source currently available

0:00 0:00:31 0:00
XS
SM
MD
LG