ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເຈົ້າພາບ ກອງປະຊຸມ ອາຊຽນ ຮຽກຮ້ອງ ໃຫ້ເດິນ ພໍປານກາງຕໍ່ ຄວາມຮຸນແຮງ ຫລັງຈາກ ການໂຈມຕີທີ່ ປາຮີ


ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ກ່າວເປີດກອງປະຊຸມ ASEAN ທີ່ນະຄອນ Kuala Lumpurໃ
ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ກ່າວເປີດກອງປະຊຸມ ASEAN ທີ່ນະຄອນ Kuala Lumpurໃ

ໃນ​ວັນ​ເສົາ​ມື້​ນີ້ ນາຍົກລັດຖະມົນຕີ ມາ​ເລ​ເຊຍ ທ່ານ Njib
Razak ​ ​ໄດ້​ຮຽກຮ້ອງ​ໃຫ້ ບັນດາ​ເພື່ອນ​ຜູ້ນຳ​ເອ​ເຊຍ​ອາຄະ​ເນ
ຈົ່ງເຕົ້າ​ໂຮມ “ຢ່າງ​ສົມ​ມາ​ສົມ​ຄວນກັບ​ຄວາ​ມຮຸນ​ແຮງ” ​ເພື່ອ​ຕໍ່
ສູ້​ກັບພວກ jihad.

ໃນການ​ເປີດ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ ຄັ້ງ​ທີ 27 ຜູ້ນຳ​ເຈົ້າ
ພາບ​ກ່າວ​ວ່າ ທ່າ​ນ​ໄດ້​ປ່ຽນ​ແປງ​ຖະ​ແຫລ​ງການ ຊຶ່ງທ່ານ​ໄດ້​ຕັ້ງ​
ໃຈ​ຈະ​ກ່າວ ​ໃນເຫດ​ການໂຈມ​ຕີກໍ່​ການ​ຮ້າຍ ທີ່​ຫາ​ກໍ​ເກີດ​ຂຶ້ນ
ຈາກ ພວກ​ມຸສລິ​ມຫົວ​ຮຸນ​ແຮງ​ໃນ​ຝຣັ່ງ ​ແລະ ມາລີ ​ແລະແຫ່ງ
ອື່ນໆ.

ພວກເຈົາໜ້າທີ່ ກຳລັງກອວກາຢູ່ ກອງປະຊຸມສຸດຍອດ ປະເທດສະມາຊິກ ຂອງສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລື ASEAN
ພວກເຈົາໜ້າທີ່ ກຳລັງກອວກາຢູ່ ກອງປະຊຸມສຸດຍອດ ປະເທດສະມາຊິກ ຂອງສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລື ASEAN

ທ່ານ Najib ຊຶ່ງກໍເປັນຊາວ​ມຸລິ​ມຜູ້​ໜຶ່ງ ທີ່ເປັນຜູ້​ປົກ​ຄອງ​ປະ​ເທດ ທີ່​ມີ​ຊາວ​ມຸສລິ​ມ ​ເປັນ
ສ່ວນ​ໃຫຍ່ ກ່າວ​ວ່າ “ພວກ​ເຮົາ​ບໍ່ຄວນ​ພາດ​ສາຍຕາ​ຂອງ​ຄວາມ​ຈິງ ທີ່​ວ່າ​ແນ​ວຄິດ​ຂອງ
​ຕົນເອງ​ນັ້ນຕ້ອງ​ເປີດ​ເຜິ​ຍອອກ​ມາ ທີ່​ເປັນຄວາມ​ຂີ້​ຕົ້ວະ ​ທີ່ໃຊ້​ໃນ​ການ​ປາບ​ປາມ ທີ່ບໍ່​
ແມ່ນ​ອິສລາມ. ມັນ​ເປັນ​ໄປ​ບໍ່​ໄດ້.”

ນາຍົກລັດຖະມົນຕີ ມາ​ເລເຊຍ ​ໄດ້​ອ້າງ​ຄຳ​ເວົ້າ​ຈາກ​ປື້​ມ Quran ​ເພື່ອພິສູດ​ແກ່ພວກ jihad​ ​ໂດຍ​ກ່າວ​ຕໍ່​ບັນດາ​ເພື່ອນຜູ້ນຳ ASEAN ວ່າ “ຄວາມ​ພໍປານ​ກາງ ຫລື wasatiyyah ນັ້ນ​ຢູ່​ໃນ​ຫົວ​ໃຈ​ຂອງ​ອິສລາມ. ​ມັນ​ເປັນ​ຄຳ​ສັ່ງສອນ​ຮວມຢູ່​ໃນ Quran ທີ່​ຊາວ​ມຸສລິ​ມ ຕ້ອງສາມາດ ​ປະຕິບັດໃຫ້​ໄດ້.”

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວທີ່ ກອງປະຊຸມ ສຸດຍອດ ASEAN ກ່ຽວກັບທຸລະກິດ ແລະ ການລົງທຶນ ທີ່ນະຄອນ Kuala Lumpur ປະທດ Malaysia ພະຈິກ. 21, 2015.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວທີ່ ກອງປະຊຸມ ສຸດຍອດ ASEAN ກ່ຽວກັບທຸລະກິດ ແລະ ການລົງທຶນ ທີ່ນະຄອນ Kuala Lumpur ປະທດ Malaysia ພະຈິກ. 21, 2015.

ຫົວ​ ຂໍ້ດັ່ງກ່າວຍັງ​ໄດ້ ສົນທະນາ​ ​ເວລາ​ທ່ານ Najib ​ໄດ້​ພົບ​ປະ​ກັບ ປະທານາທິບໍດີສະຫະ
ລັດ ທ່ານ Barack Obama ຢູ່ໃນນະຄອນຫລວງ Kuala Lumpur ໃນຕອນແລງວັນສຸກວານນີ້.

ທ່ານ Najibk ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຫລັງ​ຈາກ​ປະ​ຊຸມວ່າ “​ມັນ​ສຳຄັນ​ທີ່​ສຸດທີ່​ພວກ​ເຮົາ ຈະສະ​ເໜີ​ໃຫ້​ຮູ້​ເຖິງອິສລາມ ທີ່​ແທ້​ຈິງ.”

ບັນດາທະຫານ ແລະຕຳຫລວດ ກຳລັງຢ່າງລາດຕະເວນໃນຂົງເຂດ ກອງປະຊຸມທີ 27 ຂອງປະເທດສະມາຊິກ ຂອງສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລື ASEAN
ບັນດາທະຫານ ແລະຕຳຫລວດ ກຳລັງຢ່າງລາດຕະເວນໃນຂົງເຂດ ກອງປະຊຸມທີ 27 ຂອງປະເທດສະມາຊິກ ຂອງສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລື ASEAN

ທ່ານ Obama ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “​ມາ​ເລ​ເຊຍ ​ເປັນ​ພາກ​ສ່ວນ​ແນວ​ໂຮມ​ໃນ​ການ​ຕໍ່ສູ້​ກັບ ກຸ່ມ​ລັດ​ອິສລາມ ​ແລະ​ສາມາດ​ເປັນ​ພິ​ເສດ​ໃນ​ການ​ຊ່ວຍ​ບັນຫາ​ດັ່ງກ່າວ ​ເຊັ່​ນວ່າ ​ປະ​ເຊີນ​ກັບ​ການ​ທຳລາຍ ​ແລະ​ການ​ບັນ​ລະ​ຍາຍ​ທີ່ກົງກັນ​ຂ້າມ ນັ້ນ​ແມ່ນ​ການ​ພັດທະນາ.”

ASEAN ​ເປັນ​ບ້ານ​ເຮືອນ​ຂອງ​ຊາວ​ມຸສລິ​ມ ຫຼາຍກວ່າ 240 ລ້ານ​ຄົນ ຊາ​ວ ພຸດ 140 ລ້ານ​ຄົນ ຊາວ​ຄຣິສ 130 ລ້ານ​ຄົນ ​ແລະ​ອີກ​ຫລາຍໆ​ລ້ານ​ຂ​ອງບັນດາ​ຜູ້​ເຊື່ອ​ຖື​ຕ່າງໆ ທ່ານ Najib ​ໄດ້​ອ້າງ​ເຖິງ​ໃນ​ວັນ​ເສົາ​ມື້​ນີ້ ຮ້ອງ​ສະ​ຖາ​ບັນ​ຕ່າງໆ ທີ່ມີ​ມາ​ຫລາຍ​ທົດ​ສະ​ວັດ ​ແລະຫລາຍ​ຮ້ອຍປີ ທີ່​ຜ່ານ​ມາ​ໃນ​ຂົງ​ເຂດ “ທີ່​ເປັນ​ສູນ​ກາງບໍ່​ເກີດ​ດ້ານ​ວັດທະນາ​ທຳ ​ແລະ​ການ​ເມືອງ” ທຳນາຍ “ສົງຄາມ ​ແລະ​ການ​ແບ່ງ​ແຍກ ທີ່ໂພ່ຂື້ນ​ມາ​ນັ້ນ​ວ່າ​ເປັນຂອງ​ທຳ​ມະ​ຊາດ​ທີ່​ຕໍ່​ເນື່ອງມາ.

XS
SM
MD
LG