ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກຕໍ່ຕ້ານ ອົບພະຍົບ ເຕົ້າໂຮມຊຸມນຸມ ທຳການປະທ້ວງ ໃນເມືອງໃຫຍ່ໆ ຂອງຢູໂຣບ


ພວກສະໜັບສະໜູນ ການເຄື່ອນໄຫວ ຕໍ່ຕ້ານ ຂອງອົງການ Pegida ຖືປ້າຍໂຄສະນາທີ່ມີຮູບພາບຂອງນາຍົກລັດຖະມົນຕີ
ເຢຍຣະມັນ ທ່ານນາງ Chancellor Angela Merkel ພ້ອມ
ກັບ ຂໍ້ຄວາມທີ່ວ່າ "ແມ່ເອີ້ຍ! ພວກເຮົາມາແລ້ວ" ໃນລະຫວ່າງ
ການເດີນປະທ້ວງ ໃນນະຄອນ Dresden ຂອງເຢຍຣະມັນ, ວັນທີ 6 ກຸມພາ 2016.
ພວກສະໜັບສະໜູນ ການເຄື່ອນໄຫວ ຕໍ່ຕ້ານ ຂອງອົງການ Pegida ຖືປ້າຍໂຄສະນາທີ່ມີຮູບພາບຂອງນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Chancellor Angela Merkel ພ້ອມ ກັບ ຂໍ້ຄວາມທີ່ວ່າ "ແມ່ເອີ້ຍ! ພວກເຮົາມາແລ້ວ" ໃນລະຫວ່າງ ການເດີນປະທ້ວງ ໃນນະຄອນ Dresden ຂອງເຢຍຣະມັນ, ວັນທີ 6 ກຸມພາ 2016.

ອົງການຕໍ່ຕ້ານອິສລາມ Pegida ຂອງເຢຍຣະມັນ ໄດ້ຈັດ
ການເຕົ້າໂຮມຊຸມນຸມ ໃນເມືອງຕ່າງໆຢູ່ທະວີບຢູໂຣບ ໃນ
ວັນເສົາວານນີ້ ເພື່ອທຳການປະທ້ວງຕໍ່ຕ້ານ ການອົບພະຍົບ
ຢ່າງໃຫຍ່ ແລະ ອັນທີ່ພວກຕົນ ເອີ້ນວ່າ ການເຮັດໃຫ້ຢູໂຣບ
ກາຍເປັນ ອິສລາມ ຫຼື “Islamization”.

ຫຼາຍພັນຄົນທີ່ສະໜັບສະໜູນ ອົງການ Pegida ໄດ້ພາກັນ
ເດີນຂະບວນ ຢູ່ໃນນະຄອນ Dreden ຂອງເຢຍຣະມັນ ຊຶ່ງ
ເປັນບ່ອນເກີດຂອງການເຄືອນໄຫວດັ່ງກ່າວ.

ຕຳຫຼວດປາບຈະລາຈົນ ໄດ້ປະທະກັນກັບພວກເດີນຂະບວນ
ໃນນະຄອນຫຼວງ Amsterdam ບ່ອນທີ່ມີພວກສະໜັບສະໜູນ ອົງການ Pegida 200
ຄົນ ຜູ້ທີ່ໄດ້ຈັດການປະທ້ວງ ເປັນຄັ້ງທຳອິດ ຢູ່ໃນນະຄອນຫຼວງ ຂອງປະເທດເນເທີແລນ.
ຕຳຫຼວດປາບຈະລາຈົນ ທີ່ມີຈຳນວນພົນຫຼາຍກວ່າ ພວກສະໜັບສະໜູນ ອົງການ Pegida
ແລະ ພວກທີ່ອອກມາປະທ້ວງອົງການ Pegida ນັ້ນ ໄດ້ເຂົ້າແຍກທັງສອງຝ່າຍຄັດຄ້ານ
ອອກຈາກກັນ ແລະ ໄດ້ຄຸມຕົວພວກຄົນຈຳນວນໜຶ່ງ ຈາກທັງສອງກຸ່ມ.

ກຸ່ມຄັດຄ້ານ ການເຄື່ອນໄຫວຕໍ່ຕ້ານ ອິສລາມ ເຕົ້າໂຮມກັນ ໃນລະຫວ່າງ ການເດີນຂະບວນປະທ້ວງ ຢູ່ນະຄອນ Dresden ຂອງເຢຍຣະມັນ, ວັນທີ 6 ກຸມພາ 2016.
ກຸ່ມຄັດຄ້ານ ການເຄື່ອນໄຫວຕໍ່ຕ້ານ ອິສລາມ ເຕົ້າໂຮມກັນ ໃນລະຫວ່າງ ການເດີນຂະບວນປະທ້ວງ ຢູ່ນະຄອນ Dresden ຂອງເຢຍຣະມັນ, ວັນທີ 6 ກຸມພາ 2016.

ສ່ວນຢູ່ໃນນະຄອນ Birmingham ພວກກຸ່ມ Pegida ໄດ້ຈັດການເດີນຂະບວນຂອງຕົນ
ຢ່າງເປັນທາງການຄັ້ງທຳອິດ ໃນປະເທດອັງກິດ ເຖິງແມ່ນວ່າ ມັນຈະມີຜູ້ເຂົ້າຮ່ວມໜ້ອຍ
ກວ່າ 200 ຄົນກໍຕາມ. ທ້າວ Tommy Robinson ຜູ້ປະສານງານຂອງກຸ່ມນັ້ນ ໄດ້ກ່າວ
ວ່າ ການຫລັ່ງໄຫລເຂົ້າມາຄັ້ງໜຶ່ງ ເມື່ອປີກາຍນີ້ ແລະ ມີພວກອົບພະຍົບເຄິ່ງລ້ານຄົນ
ບໍ່ຄວນໃຫ້ເກີດຂຶ້ນຊ້ຳອີກ.

ພວກນັກເຄື່ອນໄຫວ ຕໍ່ຕ້ານ ອົບພະຍົບ ຮ້ອງຄຳຂວັນຕ່າງໆ ໃນຂະນະທີ່ ພວກເຂົາເຈົ້າ ເຂົ້າຮ່ວມໃນການປະທ້ວງ ຈັດແຈງໂດຍ ກຸ່ມຕໍ່ຕ້ານອິສລາມ Pegida ໃນນະຄອນ Calais ຂອງຝຣັ່ງ, ວັນທີ 6 ກຸມພາ 2016.
ພວກນັກເຄື່ອນໄຫວ ຕໍ່ຕ້ານ ອົບພະຍົບ ຮ້ອງຄຳຂວັນຕ່າງໆ ໃນຂະນະທີ່ ພວກເຂົາເຈົ້າ ເຂົ້າຮ່ວມໃນການປະທ້ວງ ຈັດແຈງໂດຍ ກຸ່ມຕໍ່ຕ້ານອິສລາມ Pegida ໃນນະຄອນ Calais ຂອງຝຣັ່ງ, ວັນທີ 6 ກຸມພາ 2016.

XS
SM
MD
LG