ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ນັກວິເຄາະ ໃນພາກຕາເວັນອອກກາງ ລະແວງ ກອງທະຫານ ສຫລ ໃນການຕໍ່ສູ້ ກຸ່ມລັດອິສລາມ


ກອງກຳລັງ ຊາວເຄີດ ທີ່ຮູ້ຈັກກັນຄື peshmerga ອອກປະຕິບັດການ ໃນລະຫວ່າງ ພາລະກິດທ່າງດ້ານທະຫານ ເພື່ອ ຍຶດຄືນການຄວບຄຸມ ບາງບ້ານ ຈາກພວກກຸ່ມນັກຕໍ່ສູ້ລັດອິສລາມ ຢູ່ທາງພາກໃຕ້ ຂອງເມືອງ Kirkuk ຫ່າງຈາກນະຄອນຫລວງທາງກ້ຳເໜືອ 180 ກິໂລແມັດ, ເມື່ອວັນທີ 26 ສິງຫາ 2015.
ກອງກຳລັງ ຊາວເຄີດ ທີ່ຮູ້ຈັກກັນຄື peshmerga ອອກປະຕິບັດການ ໃນລະຫວ່າງ ພາລະກິດທ່າງດ້ານທະຫານ ເພື່ອ ຍຶດຄືນການຄວບຄຸມ ບາງບ້ານ ຈາກພວກກຸ່ມນັກຕໍ່ສູ້ລັດອິສລາມ ຢູ່ທາງພາກໃຕ້ ຂອງເມືອງ Kirkuk ຫ່າງຈາກນະຄອນຫລວງທາງກ້ຳເໜືອ 180 ກິໂລແມັດ, ເມື່ອວັນທີ 26 ສິງຫາ 2015.

ສະຫະລັດ​ໄດ້​ປະກາດ​ແຜນການ ທີ່​ຈະ​ເພີ້ມການ​ສູ້​ລົບ​ຕ້ານ​ກຸ່ມ
​ລັດ​ອິສລາມ ຢູ່​ໃນ ອີ​ຮັກ ​ແລະ ​ຊີ​ເຣຍ ຮວມທັງ​ຄວາມ​ເປັນ​ໄປ​ໄດ້
​ໃນ​ການ​ປະຕິບັດ​ງານ​ພາກພື້ນດິນ ​ໂດຍ​ກົງ​ ຊຶ່ງ​ເປັນ​ການ​ກະທຳ
​ທີ່​ໄດ້​ມີ​ການ​ປ່ຽນ​ແປງໄປ​ຢ່າງໃຫຍ່​ຈາກ​ນະ​ໂຍບາຍ ກ່ອນ​ໜ້ານີ້.

​ຜູ້​ໃຊ້​ Twitter​ ຄົນ​ນຶ່ງ​ ສະຫລຸບ​ໃນ​ວັນ​ພຸດ​ວານ​ນີ້ວ່າ ມີ​ປະຕິກິລິ
ຍາ​ແບບ​ປະສົມ ປະສານ​ກັນ​ຈາກ​ພາກ​ຕາ​ເວັນ​ອອກ​ກາງ.​ ຢູ່​ອີຣັກພວກ​ເຂົາ​ຮຽກຮ້ອງ​ໃຫ້​
ສະຫະລັດ ປະ​ເຊີນ​ໜ້າ​ກັບ​ກຸ່ມ​ລັດ​ອິສລາມ ໃນ​ຂະນະ​ທີ່​ກ່າວ​ຫາ​ສະຫະລັດ​ວ່າ ​ໃຫ້ການ
ສະໜັບ​ສະ​ໜູ​ນ​ແກ່ກຸ່ມ​ດັ່ງກ່າວ ​ໃນ​ການ​ສົ່ງ​ຂໍ້ຄວາມ​ເປັນ​ພາສາ​ອາຣັບ.

ສະຫະລັດ​ມີ​ຄວາມ​ສາມາດ​ທີ່​ຈະ​ທັບ​ມ້າງ​ການ​ຄວບ​ຄຸມ​ບໍລິ​ເວນສ່ວນ​ໃຫຍ່​ຢູ່​ໃນ ປະ​ເທດ​
ອີຣັກ​ແລະ​ຊີ​ເຣຍ ຂອງ​ກຸ່ມ​ລັດ​ອິສລາມອີງ​ຕາມ​ພວກ​ນັກ​ຊ່ຽວຊານ​ບາງ ທ່ານ. ​ແຕ່​ພວກ​
ເຂົາເຈົ້າກໍເຕືອນ​ວ່າ ຫລາຍໆ​ຄົນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ບໍ່ ​ເຊື່ອ​ໝັ້ນ ​ໃນ​ຄວາມ​ຕັ້ງ
​ໃຈ​ຂອງ​ສະຫະລັດ.

ທ່ານ Saad Ibrahim ອາຈານ​ສອນ​ຢູ່​ທີ່​ມະຫາວິທະຍາໄລ​ອາ​ເມຣິກັນ ທີ່​ກຸງ​ໄຄ​ໂຣ ແລະ​
ຜູ້ອຳນວຍການ​ສູນ​ກາງການ​ສຶກສາ​ດ້ານ​ການ​ພັດທະນາ Khaldun ​ໃນ​ປະ​ເທດ​ອີ​ຈິບກ່າວ
​ ວ່າ ການ​ບຸກ​ໂຈມ​ຕີ ອາດ​ເປັນ​ຮ່ອງຮອຍ​ແຫ່ງ​ຄວາມ​ບັນ​ເທົາ​ສຳລັບ​ບັນດາ​ຄອບຄົວ​ທີ່​ຕົກ
​ຄ້າງ​ຢູ່​ໃນ​ເຂດ​ຄວບ​ຄຸມ​ຂອງ​ກຸ່ມ​ລັດ​ອິສລາມ.​

​ແຕ່​ການບັນ​ເທົາ​ດັ່ງກ່າວ​ນີ້ ຈະ​ເປັນ​ໄປ​ໄດ້​ກໍ​ຕໍ່​ເມື່ອ​ສະຫະລັດປະສົບ​ກັບ​ຄວາມ​ສຳ​ເລັດ​ ໃນ
​ການ​ເອົາ​ຊະນະ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ດ້ວຍ​ການ​ສ້າງ​ຄວາມ​ເສ​ຍ ຫາຍ​ໜ້ອຍ​ທີ່​ສຸດ
​ຕໍ່ພົນລະ​ເຮືອນ.

ທ່ານ​ເວົ້າວ່າ ສະຫະລັດ​ຄວນ​ເຮັດ​ວຽກດັ່ງກ່າວ​ແບບ​ມື​ສະອາດ ຍ້ອນ​ປະຊາຊົນ ຫລາຍ​ຄົນ
​ຍັງ​ຈຳ​ໄດ້​ ກ່ຽວ​ກັບ​ສິ່ງ​ທີ່​ສະຫະລັດ​ໄດ້​ກະທຳ​ຢູ່​ອີຣັກ ທີ່​ເລີ້ມດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ດີ ​ແຕ່​ໄດ້​
ອອກ​ຈາກ​ອີ​ຣັກ​ໄປ ​ໃນ​ສະພາບ​ທີ່​ບໍ່​ຮຽບຮ້ອຍ​ນັ້ນ.

ທ່ານ​ Ibrahim ກ່າວ​ໃນ​ທີ່​ສຸດ​ວ່າ ຄວາ​ມສົງ​ໄສ​ຈຳນວນ​ນຶ່ງ​ແມ່ນ​ມາ​ຈາກ​ຄວາມ​ບໍ່​ແນ່​ໃຈ ​ທີ່
​ຫ້ອມ​ລ້ອມ​ທ່າ​ທີ​ຂອງ​ສະຫະລັດ​ຢູ່​ໃນສົງຄາມ​ຊີ​ເຣຍ ​ແລະ​ປະທານາ​ທິບໍດີ Bashar al-Assad.

The United States has announced plans to step up its fight against Islamic State in Iraq and Syria, including through possible "direct action on the ground," a large departure from previous policies.
Wednesday one Twitter user summed up the mixed reaction from the Middle East."In Iraq they are calling for the U.S. to confront the Islamic State, while accusing the U.S. of supporting the group," he tweeted in Arabic.
The United States has the capability to break Islamic State's hold over large portions of Iraq and Syria, according to some analysts.But they warn that many people in the Middle East mistrust U.S. intentions.
The offensive could be "a sigh of relief" for families trapped in Islamic State-controlled territories, said Saad Ibrahim, a professor at the American University in Cairo and the director of the Ibn Khaldun Center for Development Studies in Egypt.
But relief will only be possible if the United States succeeds in defeating Islamic State militants with minimal harm to civilians.
"The U.S. should do a job that is clean," he said."Because many people still remember what the U.S. did in Iraq, starting with some good intention, but leaving Iraq as a mess."
Some of the doubts come from confusion surrounding the U.S. position on the Syria war and Syrian President Bashar al-Assad, Ibrahim added.

XS
SM
MD
LG