ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມ Al-Shabab ຈົງຮັກພັກດີ​ ຕໍ່ກຸ່ມ​ IS ມີຜົນກະທົບ ຕໍ່ການຮັກສາຄວາມສະງົບ ໃນໂຊມາເລຍ


ພວກນັກຕໍ່ສູ້ຂອງກຸ່ມ Al-Shabab ທີ່ເຫັນພາບຢູ່ນີ້ ແມ່ນກຳລັງທຳການຝຶກແອບ ຖືອາວຸດ ຢູ່ ໂມກາດີສຊູ,​ໂຊມາເລຍ.
ພວກນັກຕໍ່ສູ້ຂອງກຸ່ມ Al-Shabab ທີ່ເຫັນພາບຢູ່ນີ້ ແມ່ນກຳລັງທຳການຝຶກແອບ ຖືອາວຸດ ຢູ່ ໂມກາດີສຊູ,​ໂຊມາເລຍ.

ສະມາຊິກ​ຂອງ​ກຸ່ມ al-Sharbab ​ໃນ​ໂຊ​ມາ​ເລຍ ຊຶ່ງ​ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ປະຕິຍານ​ຕົນ​ວ່າ ຈະ​ຈົງ​ຮັກ​ພັກດີ​ຕໍ່ກຸ່ມ​ລັດ​ອິສລາມນັ້ນ ​ໄດ້​ເຄື່ອນ​ກຳລັງ​ເຂົ້າ​ສູ່​ນະຄອນຫຼວງ​ໂມ​ກາ​ດີ​ຊູ ອີງ​ຕາມ​ນັກວິເຄາະອະ​ວຸ​ໂສ​ດ້ານສືບ​ລັບທ່ານ​ນຶ່ງ.

ພັນ​ເອກ Abdullahi Ali Maow ​ອະດີດ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ແຫ່ງ​ຊາດ ຜູ້​ຊຶ່ງ​ປະຈຸ​ບັນ​ນີ້​ກຳ​ຕຳ​ແໜ່​ງຫົວໜ້າ​ຂອງ​ສະ​ຖາ​ບັນ​ຄວາມ​ປອດ​ໄພ ທີ່​ມີສຳ​ໜັກ​ງານ​ຕັ້ງຢູ່ທີ່​ນະຄອນຫຼວງ​ໂມ​ກາ ດິສຊູ ​ຂອງ​ໂຊ​ມາ​ເລຍ ​ໄດ້​ບອກ​ກັບ VOA ​ພະ​ແນ​ກ​ພາສາໂຊ​ມາ​ເລຍ​ວ່າ ສະມາຊິກ​ຂອງ ກຸ່ມ al-Shabab ແມ່ນ​ໄດ້​ພາກັນຫລົບ​ໜີ​ເຂົ້າ​ໄປ​ໃນ​ເມືອງ​ຫຼວງ ​ແລະ​ໃນ​ຂົງ​ເຂດ​ທີ່​ໃກ້ກັບ​ ​ຊາຍ​ແດນຕິດ​ກັບເຄັນ​ຍາ ​ເພາະວ່າ ພວກ​ເຂົາ​ເຈົ້າ​ມີ​ກຳລັງ​ທີ່​ເຂັ້ມ​ແຂງ ຢູ່​ໃນ​ແຂວງ Juba ກາງ.

ທ່ານ Maow ​ໄດ້​ກ່າວ​ວ່າ ​ໂມ​ກາ​ດີ​ສຊູ ​ແມ່ນ​ເປັນ​ທີ່​ດຶງ​ດູູດ ​ເພາະວ່າມັນ​ແມ່ນ​ເມືອງ​ຫຼວງທີ່​ມີ​ປະຊາຊົນ​ໜາ​ແໜ້ນ​ຫລາຍ​ລ້ານ ຊຶ່ງ​ເປັນ​ການ​ງ່າຍ​ທີ່​ຈະ​ເຂົ້າ​ໄປ​ປະ​ປົນ​ກັບ​ຜູ້​ຄົນ​ເຫຼົ່າ​ນັ້ນ.

​ໃນ​ສັບປະດາ​ນີ້ ກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນການ​ໂຈມ​ຕີ​ຢູ່ໂຊ​ມາ​ເລຍ ດ້ວຍ​ລະ​ເບີດ​ທີ່ແນ​ເປົ້າ​ໝາຍ​ໃສ່ກອງ​ກຳລັງ​ສະຫະພາບອາ​ຟຣິກາ ຢູ່​ນອກ​ເມືອງ​ຫຼວງ​ນັ້ນ.

ແຕ່ວ່າ ທ່ານ Joseph Kibel ໂຄສົກ​ຂອງກຳລັງ​ສະຫະພາບ​ອາ​ຟຣິກາ​ໃນ​ໂຊ​ມາ​ເລຍ​ຫລື AMISOM ​ໄດ້​ບອກ​ກັບ VOA ວ່າ​ກຳລັງກຸ່ມ​ລັດ​ອິສລາມ ອາດ​ຈະ​ບໍ່ແມ່ນ​ຜູ້​ໜຸນ​ຫຼັງ​ໃນ​ການ​ໂຈມ​ຕີ​ທີ່​ວ່າ​ນີ້ ​ແຕ່​ຢ່າງ​ໃດ.

ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ກຸ່ມ al-Shabab ບໍ່​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຕໍ່​ການ​ໂຈມ​ຕີ​ທີ່​ວ່າ​ນີ້ ຊຶ່ງ​ຕາມ​ປົກະຕິ​ແລ້ວ​ ພວກ​ເຂົາ​ເຈົ້າມັກຈະ​ອ້າງວ່າ ພວກ​ຕົນ​ເປັນ​ຜູ້​ກະທຳ.

​ເຈົ້າ​ໜ້າ​ທີ່​ສືບ​ລັບ ຜູ້​ຊຶ່ງ​ບໍ່​ປະສົງ​ທີ່​ຈະ​ອອກ​ນາມ ​ໄດ້​ບອກ​ກັບ VOA ວ່າ ກຸ່ມ al-Shabab ແມ່ນເປັນ​ປໍ​ລະ​ປັກ ຕໍ່​ອະດີດ​ພວກສະມາຊິກ ທີ່​ໄດ້​ປະຕິຍານ​ຕົນ​ວ່າ ​ຈະຈົງ​ຮັກ​ພັກດີ​ຕໍ່ກຸ່ມ​ລັດ​ອິສລາມ ຊຶ່ງ​ໄດ້​ສ້າງຄວາມ​ແຕກ​ແຍກ​ລະຫວ່າງສອງ​ຝ່າຍ. ທ່ານ​ໄດ້​ຄາດຄະ​ແນ​ວ່າ ມັນ​ອາດ​ຈະເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ ທີ່​ຮູ້​ກັນ​ລະຫວ່າງ​ສອງ​ກຸ່ມ​ດັ່ງກ່າວ​ນີ້ ​ແຕ່​ວ່າ ຄົງຍັງ​ຄົງມີ​ຄຳ​ຖາມ​ທີ່​ບໍ່​ມີ​ຄຳ​ອະທິບາຍ​ຕໍ່​ປະຊາຊົນຄົນ​ທົ່ວ​ໄປ​ໄດ້.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມ ເປັນພາສາອັງກິດ

XS
SM
MD
LG