ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະຫານ ຊີເຣຍ ແນເປົ້າໂຈມຕີ ພວກຫົວຮຸນແຮງ ລັດອິສລາມ ໃນເມືອງ ປາລມີຣາ


ແຜ​ນທີ​່ເມ​ືອງ ປາລມີຣາ, ​ປະ​​ເທດ ຊີ​ເຣຍ
ແຜ​ນທີ​່ເມ​ືອງ ປາລມີຣາ, ​ປະ​​ເທດ ຊີ​ເຣຍ

ພວກນັກ​ເຄື່ອນ​ໄຫວ​ ກ່າວວ່າ ກອງທັບ​ລັດຖະບານຊີ​ເຣຍ ​ໄດ້ທຳ​ກາ​ນ​ໂຈ​ມຕີ​ທາງ​ອາກາດ ​ຢ່າງ​ໜ້ອຍ 15 ຄັ້ງ​ ໃນ​ວັນ​ຈັນ​ມື້​ນີ້​ ​ໂດຍ​ແນ​ເປົ້າ​ໂຈມ​ຕີ​ໃສ່ ​ພວກ​ນັກ​ຕໍ່ສູ້​ລັດ​ອິສລາມ ​ທີ່​ໄດ້​ຍຶດ​ເອົາເມືອງ​ເກົ່າແກ່ Palmyra ທາງ​ພາກ​ກາງຂອງ​ປະ​ເທດ.

ກຸ່ມສັງເກດ​ການສິດທິ​ມະນຸດ​ຊີ​ເຣຍ​ ທີ່ຕັ້ງ​ຢູ່​ປະ​ເທດ ອັງກິດ, ​ແລະ​ທຳ​ການ​ຕິດຕາມ​ເບິ່ງ ຄວາມ ​ຮຸນ​ແຮງ​ໃນ​ປະ​ເທດ ຊີ​ເຣຍ ຜ່ານ​ເຄືອ​ຂ່າຍ​ຂອງ​ປະຊ​າຊົນ​ພາຍ​ໃນ​ປະ​ເທດ ​ເວົ້າ​ວ່າ ເປົ້າໝາຍ​ແມ່ນລວມມີ ຕຶກ​ອາ​ຄານສືບ​ລັບ​ຂອງທະຫານ​ແຫ່ງ​ໜຶ່ງ ​ແລະ ​ໂຮງໝໍ.

ກຸ່ມ​ລັດ​ອິສລາມ ​ໄດ້​ເຂົ້າ​ຍຶດ​ເມືອງ​ປະຫວັດ​ສາດ​ດັ່ງກ່າວໃນ
ສັບປະດາ​ທີ່​ຜ່ານ​ມາ.

ກຸ່ມສັງເກດ​ການ​ ກ່າວ​ວ່າ ພວກຫົວ​ຮຸນ​ແຮງ​ລັດ​ອິສລາມ ໄດ້​ສັງຫານ​ປະຊາຊົນ​ 217 ຄົນ​, ​ເຊິ່ງມີລວມທັງເດັກນ້ອຍ, ພະຍາບານ ​ແລະ ທະຫານ ຊີ​ເຣຍ, ​ແລະ ມີຫຼາຍ​ກວ່າ​ 600 ຄົນ​ໄດ້​ຖືກ​ຈັບເປັນ​ຊະ​ເລີຍ​.

ຫົວໜ້າກຸ່ມ​ສັງ​ເກດ​ການສິດທິ​ມະນຸດ​ຊີ​ເຣຍ ທ່ານ Rami Abdel Raman ບອກ​ກັບອົງ​ກອນ​ຂ່າວ​ສານ ຝຣັ່ງ ວ່າ ບາງ​ຄົນຖືກຂ້າ​ຕາຍ​ ​ດ້ວຍ​ວິທີຕັດ​ຫົວ ​ສ່ວນ​ຄົນ​ອື່ນ​ໆ ແມ່​ນຖືກ​ຍິງ ​ແລະ ຖືກ​ແທງຕາຍ. ກຸ່ມສັງ​ເກດ​ການ​ເວົ້າ​ວ່າ ລັດ​ອິສລາມ ​ໄດ້ກ່າວ​ຫາ​ພວກຄົນ​ທີ່​ຖືກຂ້າ​ ຫຼື ຖືກ​ຈັບ​ກຸມ​ວ່າ ​ເປັນ “ສາຍ​ລັບ​ຂອງ​ລະບອບປົກຄອງ​” ຊີ​ເຣຍ.

ສະຫະລັດ ບໍ່ມີແຜນການ ຈະສົ່ງ ກຳລັງພາກພື້ນດິນ ໄປຍັງອີຣັກ:

White House: No Plans to Send US Ground Troops to Iraq
please wait

No media source currently available

0:00 0:01:57 0:00

XS
SM
MD
LG