ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ບຽວເກດ ນັກເຕະບານລຸ້ນນ້ອຍສ້າງຊື່ສຽງໃຫ້ປະເທດອີກແລ້ວ ກ່ອນຈະພາທີມລາວ ຕາງໜ້າໃຫ້ເອເຊຍໄປຊິງແຊັ້ມໂລກຢູ່ ສເປນ ໃນທ້າຍເດືອນນີ້  


Bill Gate (ຊ້າຍສຸດ) ກັບເພື່ອຮ່ວມທີມ U10 FUT BOYS ຂອງໄທຫຼັງຈາກຄວ້າແຊມໄດ້ໃນວັນທີ31 ມີນາ.
Bill Gate (ຊ້າຍສຸດ) ກັບເພື່ອຮ່ວມທີມ U10 FUT BOYS ຂອງໄທຫຼັງຈາກຄວ້າແຊມໄດ້ໃນວັນທີ31 ມີນາ.

ອານຸສັກ ວິໄລກຸນ ຫລື ບຽວເກດ ດາວເດັ່ນໃນກິລາເຕະບານເຍົາວະຊົນຈາກສະໂມສອນດັບເບິນຢູໄອຈີ ນາຄາ (W.I.G. NAGA) ທີ່ກໍ່ຕັ້ັງ ແລະສະໜັບສະໜຸນ ໂດຍນັກທຸລະກິດລາວ-ອາເມຣິກັນ “ສືບຕໍ່ສ້າງຊື່ສຽງໃຫ້ແກ່ປະເທດລາວ” ໂດຍນໍາພາທີມເຕະບານລຸ້ນ 10 ປີຂອງໄທໄປຄວ້າແຊມຢູ່ທີ່ສິງກະໂປເມື່ອມໍ່ໆມານີ້ ກ່ອນຈະພາທີມຂອງລາວໄປແຂ່ງຂັນຊິງແຊມລະດັບໂລກຢູ່ທີ່ສະເປນໃນທ້າຍເດືອນນີ້.

ຫຼາຍໆທ່ານຄົງຈະໄດ້ຮູ້ຈັກບຽວເກດ ຫລື ອານຸສັກ ວິໄລກຸນ ດາວຍິງປະຕູໃນກິລາເຕະບານເຍົາວະຊົນຂອງລາວແລ້ວເນາະ ຊຶ່ງໄລຍະສອງສາມເດືອນຜ່ານມານີ້ ຜູ້ກ່ຽວໄດ້ຮ່ວມພາທີມເຕະບານ U10 ຫລື ລຸ້ນທີ່ມີອາຍຸບໍ່ເກີນ 10 ປີ ຈາກສະໂມສອນດັບເບິນຢູໄອຈີ ນາຄາ (W.I.G. NAGA) ຄວ້າເອົາແຊ້ມໃນລາຍການແຂ່ງຂັນເຕະບານໃຫຍ່ໆຂອງເຂດເອເຊຍມາແລ້ວຫຼາຍຄັ້ງ. ຄັ້ງຫຼ້າສຸດ ກໍຄືໃນວັນທີ 28 ຫາ 31 ມີນາຜ່ານມາ. ນັກເຕະບານນ້ອຍຜູ້ນີ້ໄດ້ຫຼິ້ນໃຫ້ແກ່ທີມ U10 FUT BOYS ຂອງໄທ ໃນການແຂ່ງຂັນ JSSL Singapore International 7s 2024 ຢູ່ສິງກະໂປສໍາລັບລຸ້ນອາຍຸ 10 ປີ. ເຖິງແມ່ນວ່າລາວມີອາຍຸພຽງ 9 ປີ ເທົ່ານັ້ນ ແຕ່ລາວກໍເປັນດາວເດັ່ນ ຂອງທີມໂດຍຍິງໄດ້ 10 ກວ່າປະຕູ ຊຶ່ງຫຼາຍກວ່າໝູ່ໃນການລົງແຂ່ງ 7 ຄັ້ງ ຊຶ່ງຊ່ວຍໃຫ້ທີມດັ່ງກ່າວ ຄວ້າເອົາແຊ້ມການແຂ່ງຂັນກິລາເຕະບານເຍົາວະຊົນ ທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍ. ເມື່ອຖາມວ່າ ບຽວເກດ ມີຈຸດພິເສດຕ່າງໝູ່ແນວໃດ ໃນເວລາຫຼິ້ນບານແຕ່ລະຄັ້ງ ຄູຝຶກຕົ້ນຈັກກິດ ນ້ອຍສົມສີ ຫລື ໂຄສເສືອ, ຮອງຫົວໜ້າຄູຝຶກເຕະບານຂອງສະໂມສອນດັບເບິນຢູໄອຈີ ນາຄາ ທີ່ໄດ້ຕິດຕາມໄປໃຫ້ຄໍາແນະນໍາ ແລະເບິ່ງແຍງ ບຽວເກດຢູ່ໄທ ແລະສິງກະໂປຢ່າງໃກ້ຊິດ ໃຫ້ຂໍ້ສັງເກດວ່າ:

“ກະຫຼັກໆໜີ້ ຕາມທີ່ນ້ອງເຫັນ ກະຄືຈຸດພິເສດຂອງລາວ ນຶ່ງ: ຊິມັກມີຄວາມເປັນຜູ້ນໍາ ເພາະວ່າຢູ່ທີມ ບໍ່ວ່າລາວຈະຢູ່ທີມ ທາງລາວເນາະ ລະກະໄປທາງທີມໄທກະເຖິງວ່າລາວບໍ່ໄດ້ເປັນແຄັບຕັນ ແຕ່ລາວກໍຍັງມີ ສະແດງ Spirit ການເປັນແຄັບຕັນ ເຖິງວ່າຈະບໍ່ໄດ້ໃສ່ ແຕ່ຄວາມເປັນ Spirit ຂອງລາວ ກໍຍັງມີໃຫ້ເຫັນ ລະກະຄວາມກະຫາຍຢາກຊະນະ ເຂົາມາໃນໂຕ ຕະຫລອດ.”

ນັກກິລານ້ອຍໃສ່ເສື້ອເບີ 10 ຜູ້ນີ້ ບອກວ່າ ລາວມັກເຕະບານແຕ່ຕອນຍັງນ້ອຍ ເພາະເຫັນອ້າຍຂອງລາວ, ທ້າວເອກະລາດ ແລະໝູ່ເພື່ອນມັກຫຼິ້ນເຕະບານ ຜູ້ກ່ຽວກໍເລີຍມັກເຕະບານນໍາ. ໂດຍຢູ່ຊ້ອງໜ້າຂອງແມ່ ແລະ ຄູຝຶກສອງຄົນ, ນັກກິລານ້ອຍທີ່ເກັ່ງພິເສດຄົນນີ້ ເວົ້າເຖິງສິ່ງທີ່ເຮັດໃຫ້ລາວຫຼິ້ນໄດ້ດີສູ່ພວກເຮົາຟັງວ່າ:

“ກ່ອນອື່ນໝົດ ເຮົາກໍຕ້ອງໄປຕາມເກມທີ່ໂຄສວາງແຜນໃຫ້ ເຮົາກະຕັ້ງໃຈ ລະກະເຮັດໃຫ້ດີທີ່ສຸດ.”

ນັກກິລາດາວເດັ່ນຈາກລາວຜູ້ນີ້ໄປຫຼິ້ນໃນນາມທີມເຍົາວະຊົນຂອງໄທ ກໍເພາະຢາກ ເກັບກ່ຽວເອົາປະສົບການເພີ້ມ ແລະພັດທະນາຕົນເອງຂຶ້ນໄປເລື້ອຍໆ ການແຂ່ງຂັນເຕະບານເຍົາວະຊົນປີ 2024 ທີ່ສິງກະໂປແມ່ນມີທີມນັກກິລາຫຼາຍຮ້ອຍທີມມາຈາກ 17 ປະເທດເຂົ້າຮ່ວມ.

Bill Gate ທີ່ຫຼິ້ນໃຫ້ U10 FUT BOYS ຂອງໄທ ຖືຂັນຊະນະເລີດຂອງ JSSL Singapore International 7s, ວັນທີ 31 ມີນາ 2024
Bill Gate ທີ່ຫຼິ້ນໃຫ້ U10 FUT BOYS ຂອງໄທ ຖືຂັນຊະນະເລີດຂອງ JSSL Singapore International 7s, ວັນທີ 31 ມີນາ 2024

ພິເສດສຸດກໍຄືຜູ້ກ່ຽວພ້ອມກັບນັກກິລາເຍົາວະຊົນອີກ 9 ຄົນ ບວກກັບໂຄສຜູ້ນຶ່ງກໍາລັງກະກຽມເປັນຜູ້ຕາງໜ້າທີມຈາກທະວີບເອເຊຍ ເຂົ້າຮ່ວມແຂ່ງຂັນເຕະບານລະດັັບໂລກ ທີ່ເອີ້ນວ່າ TAR U11 Promises ສໍາລັບນັກກິລາລຸ້ນ 11 ປີ ທີ່ຈະຈັດຂຶ້ນຢູ່ສະເປນໃນວັນທີ 26 ຫາ 28 ເດືອນນີ້ ຊຶ່ງໃນນັ້ນເຂົາເຈົ້າຈະເປັນ 1 ໃນ 50 ທີມ ທີ່ມາຈາກ 6 ທະວີບຂອງທົ່ວໂລກ ຫລັງທີ່ຄວ້າແຊມໃນການແຂ່ງຂັນ TAR ASIA Qualifiers ທີ່ຈັດຂຶ້ນຢູ່ບາງກອກ ໃນເດືອນທັນວາຜ່ານມາ. ເມື່ອເວົ້າເຖິງ ການແຂ່ງຂັນຢູ່ທີ່ ສະເປນນັ້ນ ລາວຖືກຈັດຢູ່ໃນກຸ່ມ H ຊຶ່ງຕ້ອງແຂ່ງກັບ 4 ທີມທີ່ເກັ່ງໆຂອງສະເປນ. ໃນການກຽມຄວາມພ້ອມໄປແຂ່ງຂັນໃນເວທີສາກົນທີ່ວ່ານີ້ ສອນວິໄລ ສີຫາວົງ, ຫົວໜ້າໂຄສ ໄດ້ເປີດເຜີຍສູ່ພວກເຮົາຟັງວ່າ:

“ຖາມວ່າຕອນນີ້ເຮົາມີຄວາມພ້ອມບໍ່ ເຮົາມີຄວາມພ້ອມ 100 ເປີເຊັນ. ປະທານສະໂມສອນ ເພິ່ນເສຍສະຫລະເງິນຄໍາໃຫ້ນ້ອງໆ ໜີ້ ກິນຢູ່ທຸກສິ່ງທຸກຢ່າງເນາະ ໂຕນີ້ກະຕ້ອງຂອບໃຈເພິ່ນເພາະວ່າ ເພິ່ນບໍາລຸງກິນຢູ່ເພິ່ນຢາກໃຫ້ເຮົາໃຫ້ນັກກິລາໜີ້ແຂງແຮງ ເພື່ອໄປສູ້ລະດັບຢູໂຣບເນາະ ເພາະວ່າທີ່ຜ່ານມາສູ້ແຕ່ກັບເອເຊຍ ຕໍ່ໄປໂຣບມັນອາດຈະະໃຫຍ່ເພິ່ນກະເລີຍໃຫ້ເດັກນ້ອຍໜີ້ ກິນນົມ, ກິນຢູ່ ໃຫ້ຢູ່ດີມີແຮງແບບໃຫ້ທຸກຄົນໜີ້ມີພະລະກໍາລັງເພື່ອຈະໄປສູ້ ອັນນີ້ກະເປັນສ່ວນນຶ່ງເລີຍແຫລະ ບວກກັບທີມງານ ໂຄສເຮົາເນາະ ເພາະວ່າທີມງານໂຄສເຮົາໜີ້ມີຢູ່ 10 ທ່ານ. ແຕ່ລະມື້ ພວກເຮົາໄດ້ລົມກັນ ໄດ້ປຶກສາຫາລືເບິ່ງ ຫາຈຸດອອກຈຸດ ອ່ອນນັກເຕະຂອງແຕ່ລະຄົນຫັ້ນ ອັນນີ້ກະມີຄວາມສໍາຄັນເນາະ. ແຕ່ຄວາມສໍາຄັນອີກອັນນຶ່ງກະຄືທີມເຮົາໜີ້ເປັນ teamwork ນັກກິລາ ທີມງານໂຄສ ກິນຢູ່ນໍາກັນເໝິດມີຫຍັງປຶກສາຫາລືກັນມັນກະເລີຍເຮັດໃຫ້ເປັນຈຸດີຂອງທີມເຮົາ. ”

ສ່ວນທ່ານວຽງໄຊ ວິໄລກຸນ, ນັກທຸລະກິດລາວ-ອາເມຣິກາ ທີ່ໄດ້ກໍ່ຕັ້ງສະໂມສອນ W.I.G. NAGA ຂຶ້ນມາຢ່າງເປັນທາງການໃນເດືອນ 8, 2022 ໄດ້ສະແດງ ຄວາມຮູ້ສຶກພູມໃຈທີ່ໄດ້ເອົາການສົ່ງເສີມກິລາເປັນສິ່ງປະກອບສ່ວນໃນການສ້າງປະຫວັດສາດໃຫ້ປະເທດລາວທີ່ເປັນບ້ານເກີດເມືອງນອນຂອງຕົນ ແລະກໍໄດ້ຊ່ວຍເຍົາວະຊົນລາວ ພັດທະນາຕົນເອງ ແລະປະເທດຊາດຊຶ່ງທ່ານເປີດເຜີຍສູ່ພວກເຮົາຟັງວ່າ:

“ສໍາຄັນຫລະແມ່ນເຮົາໄດ້ປັ້ນເດັກນ້ອຍຂຶ້ນມາເປັນໂຕແບບ ແລະດຽວນີ້ທຸກແຂວງໜີ້ ມີສະໂມສອນໜີ້ເກີດຂຶ້ນມາລະໄດ໋ນ້ອງ ຫຼັງຈາກພວກອ້າຍເຮັດແນວນີ້ ຊໍ່າວ່າ ເຮົາໄດ້ລະດົມ ຊໍ່າວ່າເຮົາໄດ້ຊ່ອຍເດັກນ້ອຍກິນເຫຼົ້າກິນຢາ ຊ່ອຍເດັກນ້ອຍຫຼິ້ນເກມ ຫຼິ້ນໂທລະສັບມາປ່ຽນເປັນໂຕໜີ້ຫຼາຍ ບອກໂລດວ່າເດັກນ້ອຍເຮົາຈະບໍ່ມີ ການຫຼິ້ນໂທລະສັບ ເຮົາເກັບໝົດ ນອກຈາກວ່າໄປເຕະຕ່າງປະເທດໜີ້ ຜູ້ໃດຢາກເວົ້ານໍາພໍ່ນໍາແມ່ກະໃຫ້ເວົ້າ ຄົນລະຫ້ານາທີ ຫ້ານາທີຊິ ເຮົາເຮັດແນວນັ້ນເອົາ. ສອງມາກະຄືເດັກນ້ອຍເຮົາໄດ້ພັດທະນາປະເທດເຮົາ ເຂົາຮັບຮູ້ປະເທດລາວແລ້ວດຽວນີ້ໜະ ຄືໄປຈີນ ຈີນກະບໍ່ຮູ້ເຮົາ ໄປໃສກະບໍ່ຮູ້ ດຽວນີ້ເຂົາເລີ້ມຮູ້ແລ້ວ W.I.G. ໜີ້. ບັດນີ້ນາຄາ ເຂົາເຈົ້າຖາມ ນາຄາກະຄືພະຍານາກ ຄັນເຮົາຊິເວົ້າພິກຂີ້ໜູ, ໄທກະວ່າໄທເປັນໝາພິກຂີ້ໜູ ພະຍານາກໜີ້ແມ່ນລາວແລ້ວ.”

ໃນການທີ່ຈະໄປປະເທດສະເປນ ໃນທ້າຍເດືອນນີ້, ທີມເຕະບານເຍົາວະຊົນລຸ້ນບໍ່ເກີນ 11 ປີ ຂອງ W.I.G. NAGA ບໍ່ພຽງແຕ່ເຂົ້າແຂ່ງຂັນໃນນາມປະເທດລາວເທົ່ານັ້ນ ແຕ່ຍັງໄປໃນນາມຕາງໜ້າໃຫ້ທະວີບເອເຊຍ ອີກດ້ວຍ. ສະນັ້ນ ທາງລັດຖະບານລາວ ກໍຖືວ່າ ການກະກຽມນັກກິລາທີມນີ້ ແມ່ນເປັນວຽກງານລະດັບຊາດ ຊຶ່ງໄດ້ໃຫ້ຄວາມສໍາຄັນ, ຕິດຕາມ ແລະອໍານວຍຄວາມສະດວກໃຫ້ແກ່ສະໂມສອນດັ່ງກ່າວ. ພ້ອມກັນນັ້ນ ທາງລັດຖະບານລາວ ກໍຍັງຈະອອກຖະແຫລງ ການໃນໃວໆນີ້ ເພື່ອສັນລະເສີນທີມເຕະບານເຍົາວະຊົນທີມນີ້ ແລະທ່ານວຽງໄຊ ວິໄລກຸນ, ປະທານຂອງສະໂມສອນ W.I.G. NAGA ທີ່ໄດ້ເສຍສະລະ ທັງຊັບສິນ, ເວລາ ແລະທຸ້ມເທເຫື່ອແຮງເພື່ອສ້າງເຍົາວະຊົນລາວໃຫ້ເປັນຊັບພະຍາກອນມະນຸດອັນລໍ້າຄ່າຂອງຊາດ ແລະເປັນແບບຢ່າງໃຫ້ສະໂມສອນກິລາອື່ນໆ ໃນປະເທດອີກດ້ວຍ, ອີງຕາມການກ່າວຂອງທ່ານວຽງໄຊ. ສິ່ງສໍາຄັນທີ່ສຸດກໍຄື ນັກກິລາເຍົາວະຊົນໃນສະໂມສອນດັ່ງກ່າວນີ້ ບໍ່ພຽງແຕ່ຫລິ້ນກິລາເກັ່ງເທົ່ານັ້ນດ້ານການຮຽນຂອງເຂົາເຈົ້າ ກໍບໍ່ໃຫ້ມີຜົນກະທົບອີກດ້ວຍ. ໃນເວລາທີ່ໄປເຕະບານຢູ່ຕ່າງປະເທດ ທາງໂຮງຮຽນຂອງນັກກິລາເຫລົ່ານີ້ ກໍໄດ້ຈັດນາຍຄູໃຫ້ສອນເຂົາເຈົ້າຄືນເປັນພິເສດເພື່ອໃຫ້ນໍາທັນໝູ່ໃນຫ້ອງຮຽນ, ອີງຕາມນາງຈວງຈັນແມ່ຂອງທ້າວບຽວເກດເວົ້າ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG