ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ອິນ​ເດຍ ສັນ​ຍາ​ທີ່​ຈະ​ເອົາ​ບາດ​ກ້າວ ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ເສຍ​ຊີ​ວິດ ທີ່​ພົວ​ພັນ​ກັບ​ຄວາມ​ຮ້ອນ


ປະຊາຊົນ ເຜົາສົບຍາດພີ່ນ້ອງຂອງເຂົາເຈົ້າທີ່ເສຍຊີວິດຈາກຄື້ນຄວາມຮ້ອນ, ໃນເມືອງ Ballia, ລັດ Uttar Pradesh ທີ່ຕັ້ງຢູ່ທາງພາກເໜືອຂອງອິນເດຍ, ວັນທີ19 ມິຖຸນາ 2023.
ປະຊາຊົນ ເຜົາສົບຍາດພີ່ນ້ອງຂອງເຂົາເຈົ້າທີ່ເສຍຊີວິດຈາກຄື້ນຄວາມຮ້ອນ, ໃນເມືອງ Ballia, ລັດ Uttar Pradesh ທີ່ຕັ້ງຢູ່ທາງພາກເໜືອຂອງອິນເດຍ, ວັນທີ19 ມິຖຸນາ 2023.

Iຄື້ນ​ຄວາມ​ຮ້ອນ ​ໄດ້​ເຄື່ອນ​ເຂົ້າ​ປົກ​ຄຸມສອງ​ລັດ​ຂອງ​ອິນ​ເດຍ ທີ່​ມີ​ລາຍ​ງານ​ວ່າ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ຈຳ​ນວນ​ນຶ່ງ​ ໃນ​ໄລ​ຍະ​ສອງ​ສາມມື້​ທີ່​ຜ່ານ​ມານີ້ ອານ​ຈາ​ຣາ ປາ​ຣິ​ສ​ຊາ ມີ​ລາຍ​ງານ ຊຶ່ງ​ທິບ​ສຸ​ດາ ຈະ​ນຳ​ເອົາ​ລາຍ​ລະ​ອຽດມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ໃນ​ຂະ​ນະ​ທີ່​ຄື້ນ​ຄວາມ​ຮ້ອນ ​ເຄື່ອນ​ເຂົ້າ​ປົກ​ຄຸມ​ສອງ​ລັດຂອງ​ອິນ​ເດຍ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ຈຳ​ນວນ​ນຶ່ງນັ້ນ ລັດ​ຖະ​ບານ​ກ່າວ​ວ່າ ຕົນ​ຈະ​ເອົາ​ບາດ​ກ້າວ​ເພື່ອ​ບໍ່​ໃຫ້​ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ເພີ້ມ​ຕື່ມ ​ຍ້ອນ​ການ​ອອກ​ໄປ​ຕາກ​ແດດ​ດົນ​ໂພດ​ທີ່​ເອີ້ນ​ວ່າ Heatstroke ແລະ​ຊ່ວ​ບັນ​ເທົາ​ຜົນ​ກະ​ທົບ​ຈາກ​ການ​ຖີບ​ໂຕ​ສູງ​ຂຶ້ນ​ຂອງ​ອຸນ​ຫະ​ພູມ.

ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້ ຄື້ນ​ຄວາມ​ຮ້ອນ​ທີ່​ໄດ້​ຮັບ​ແຮງ​ກົດ​ດັນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ໄດ້​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ຢູ່​ໃນ​ບໍ​ລິ​ເວນ​ສ່ວນ​ໃຫຍ່​ຂ​ອງ​ປະ​ເທດ​ອິນ​ເດຍ ອີງ​ຕາມ​ພວກ​ນັກ​ຊ່ຽວ​ຊານ.

ໃນ​ອາ​ທິດ​ແລ້ວນີ້ ມີ​ຫຼາຍກວ່າ 100 ຄົນ​ລາຍ​ງານ​ວ່າ​ໄດ້​ເສຍ​ຊີ​ວິດ​ຢູ່​ໃນ​ສອງ​ລັດ​ທີ່​ມີ​ພົນ​ລະ​ເມືອງ​ຫຼາຍ​ທີ່​ສຸດ​ໃນ​ພາກ​ເໜືອ ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ແຕ່​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ອຸນ​ຫະ​ພູມ​ທີ່​ສູງ​ຂຶ້ນ​ກາຍ 42 ອົງ​ສາ​ແຊ​ລ​ເຊີ​ສ​ຫຼື​ບໍ່.

ຜູ້ຄົນ ພາກັນຢືນຕໍ່ຄິວ ເພື່ອລົງຖະບຽນເຂົ້າໂຮງໝໍນອກເມືອງ Ballia, ລັດ Uttar Pradesh, ອິນເດຍ, ວັນຈັນ ທີ 19 ມິຖຸນາ 2023.
ຜູ້ຄົນ ພາກັນຢືນຕໍ່ຄິວ ເພື່ອລົງຖະບຽນເຂົ້າໂຮງໝໍນອກເມືອງ Ballia, ລັດ Uttar Pradesh, ອິນເດຍ, ວັນຈັນ ທີ 19 ມິຖຸນາ 2023.

ຢູ່​ລັດ​ອຸດ​ຕາ ປ​ຣ​ະ​ເດັ​ສ (Utta Pradesh) ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ພວມ​ສືບ​ສວນ​ເບິ່ງວ່າ ການ​ເສຍ​ຊີ​ວິດ​ຂອງ 68 ຄົນ​ທີ່​ສົ່ງ​ໄປ​ປິ່ນ​ປົວ​ທີ່​ໂຮງ​ໝໍ​ລັດ​ຖະ​ບານ ​ໃນ​ເມືອງ​ບາ​ລ​ລີ​ອາ (Ballia) ມີ​ການ​ກ່ຽວ​ຂ້ອງ ​ກັບ​ຄື້ນ​ຄວາມ​ຮ້ອນ ​ຫຼື​ບໍ່. ການ​ເສຍ​ຊີ​ວິດ​ແມ່ນ​ມີ​ຂຶ້ນ​ພາຍ​ໃນ​ໄລ​ຍະຫ້າມື້ ແຕ່​ວັນ​ພະ​ຫັດ​ຫາ​ວັນ​ຈັນ.

ທີ່​ລັດ​ພິ​ຫານ (Bihar) ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄວາມ​ຮ້ອນ​ທີ່​ຖີບ​ໂຕ​ສູງ​ຂຶ້ນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 9 ຄົນ ໃນ​ຂະ​ນະ​ທີ່ ​ອີກ​ຈຳ​ນວນ​ຫຼາຍ​ຄົນ ໄດ້​ຖືກ​ສົ່ງ​ໄປ​ຮັກ​ສາ​ປິ່ນ​ປົວ​ຍ້ອນ​ອາ​ການ​ບໍ່​ສະ​ບາຍ​ທີ່​ພົວ​ພັນ​ກັບ​ຄວາມ​ຮ້ອນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ອິນ​ເດຍ ທ່ານ​ມານ​ຊຸກ ມ​າ​ດາ​ວີ​ຢາ ກ່າວ​ໃນ​ວັນ​ອັງ​ຄານ​ແລ້ວນີ້​ວ່າ “ຈະ​ມີ​ການ​ຈັດ​ແຈງ​ໃນ​ທຸກ​ລະ​ດັບ ເພື່ອ​ໃຫ້​ການ​ຄຸ້ມ​ຄອງ​ຕໍ່​ຊີ​ວິດ​ຂອງ​ຄົນ​ທົ່ວໆ​ໄປ. ພວກ​ເຮົາ​ຢາກ​ໃຫ້​ມີ​ການ​ຄ້ຳ​ປະ​ກັນ​ວ່າ ບໍ່​ມີ​ຜູ້​ໃດ​ເສຍ​ຊີ​ວິດ​ຍ້ອນ​ສະ​ພາບ​ອາ​ກາດ​ທີ່​ຮ້ອນ​ເອົ້າ​ຈົນ​ເກີນ​ໄປ.”

ທ່ານ​ກ່າວ​ວ່າ ສະ​ພາ​ຄົ້ນ​ຄວ້າ​ການ​ແພດ​ອິນ​ເດຍ ຫຼື ICMR ຈະ​ຮ່າງ​ແຜນ​ການ​ທັງ​ໃນ​ໄລ​ຍະ​ຍາວ​ແລະ​ໄລ​ຍະ​ສັ້ນ ເພື່ອ​ຫຼຸ​ດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ຄື້​ນ​ຄວາມ​ຮ້ອນ
ໃຫ້​ໜ້ອຍ​ທີ່​ສຸດ. ສະ​ພາ ICMR ແມ່ນ​ອົງ​ການ​ຄົ້ນ​ຄວ້າ​ແຖວ​ໜ້າ​ໃນ​ດ້ານນີ້​ຂອງ​ອິນ​ເດຍ.

ນອກນັ້ນ ຍັງ​ມີ​ການ​ສົ່ງ​ເຈົ້າ​ໜ້າ​ທີ່​ໄປ ​ລັດ​ອຸດ​ຕາ​ ປ​ຣະ​ເດ​ຣ​ສ ແລະ​ພິ​ຫານ ເພື່ອ​ຊ່ວຍ​ລັດ​ທັງ​ສອງ​ດ້ວຍ​ການ​ຮັບ​ມື​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ. ເຈົ້າ​ໜ້າ​ທີ່​ຢູ່​ໃນ​ລັດ​ທັງ​ສອງ ​ກໍ​ໄດ້​ອອກ​ຄຳ​ເຕືອນ​ໃຫ້​ພວກ​ຜູ້​ເຖົ້າ​ຜູ້​ແກ່ແລະ​ພວກ​ທີ່​ມີ​ບັນ​ຫາ​ສຸ​ຂະ​ພາບ
ຢູ່​ແຕ່​ໃນ​ເຮືອນ ລະ​ຫວ່າງ​ຕອນ​ກາງ​ເວັນ.

ພວກ​ນັກ​ຊ່ຽວ​ຊານ​ເຕືອນ​ວ່າ ອຸນ​ຫະ​ພູມ​ທີ່​ຖີບ​ໂຕ​ສູງ​ຂຶ້ນ ຢູ່​ໃນ​ບໍ​ລິ​ເວນ​ສ່ວນ​ໃຫຍ່​ຂອງ​ອິ​ນ​ເດຍ ໃນ​ຊຸມ​ເດືອນ​ລະ​ດູ​ຮ້ອນ ແຕ່​ເດືອນ​ເມ​ສາ ຫາ​ພຶ​ດ​ສະ​ພາ ເປັນ​ອັນ​ຕະ​ລາຍ​ຕໍ່​ສຸ​ຂະ​ພາບ​ສຳ​ລັບ​ຫຼາຍໆ​ລ້ານ​ຄົນຢູ່​ໃນ​ປະ​ເທດ​ທີ່​ມີ​ພົນ​ລະ​ເມືອງ 1 ພັນ
400 ລ້ານ​ຄົນ.

ປະ​ຊາ​ຊົນ​ສ່ວນ​ໃຫຍ່​ຍັງ​ບໍ່​ມີ​ເຄື່ອງ​ປັບ​ອາ​ກາດ. ສ່ວນ​ຢູ່​ຕາມ​ຫົວ​ເມືອງ​ທີ່​ແອ​ອັດ​ນັ້ນ ຕຶກ​ອາ​ຄານ​ທີ່​ເຮັດ​ດ້ວຍ​ຊິ​ເມນ ແລະ​ຖະ​ໜົນ​ຫົນ​ທາງ​ແມ່ນ​ເກັບ​ຄວາມ​ຮ້ອນ​ ຊຶ່ງ​ເຮັດ​ໃຫ້​ສະ​ພາບ​ອຸນ​ຫະ​ພູມ​ສູງ​ຂຶ້ນນັ້ນ ຮ້າຍ​ແຮງກວ່າ​ເກົ່າ.

ພວກ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ຫຼາຍ​ທີ່​ສຸດ​ແມ່ນພວກ​ທີ່​ມີ​ລາຍ​ໄດ້​ຕ່ຳ​ຫຼາຍໆ​ລ້ານ​ຄົນ​ທີ່​ເຮັດ​ວຽກ​ຢູ່​ຂ້າງນອກ ແຮງ​ງານ​ກໍ່​ສ້າງ ຍູ້​ລໍ້​ຂາຍ​ເຄື່ອງ​ກິນຫຼື​ບໍ່​ກໍ​ແກ່​ລໍ້​ໃນ​ເຂດ​ເທດ​ສະ​ບານ ແລະ​ແຮງ​ງານ​ກະ​ສິ​ກຳ ຢູ່​ໃນ​ເຂດ​ຊົນ​ນະ​ບົດ ​ທີ່ກວ້າງ​ໃຫຍ່​ຂອງ​ປະ​ເທດ. ​ອິນ​ເດຍ​ບໍ່​ມີ​ກົດ​ໝາຍ​ທີ່​ຈະ​ຈຳ​ກັດການ​ອອກ​ແຮງ​ງານ​ໃນ​ຍາມ​ຕອນບ​ບ່າຍ.

ພວກ​ນັກ​ຊ່ຽວ​ຊານ​ ກ່າວ​ວ່າ ຄື້ນ​ຄວາມ​ຮ້ອນ​ມີ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ ຕໍ່​ສຸ​ຂະ​ພາບ​ຂອງ​ມະ​ນຸດ. “ປະ​ມານ 400 ລ້ານ​ຄົນ ​ເປັນ​ຖານ​ຕ່ຳ​ສຸດຂອງ​ປີ​ຣາ​ມີດ​ແລະ​ສຸ​ຂະ​ພາບ​ຕະ​ຫຼອດ​ທັງ​ສະ​ພາບ​ອາ​ຫານ​ຂອງ​ພວກ​ເຂົາ​ເຈົ້າ ​ແມ່ນ​ບໍ່​ເໝາະ​ສົມ ທີ່​ຈະ​ຕ້ານ​ທານ​ກັບ​ອີກ​ລະ​ດັບ​ນຶ່ງ​ຂອງ​ສະ​ພາບ​ອາ​ກາດ ທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ສຸ​ຂະ​ພາບ. ພວກ​ເຂົາ​ເຈົ້າ​ເຫຼົ່າ​ນີ້ ​ແມ່ນ​ປະ​ຊາ​ຊົນ​ທີ່​ຕົກ​ຢູ່​ໃນ​ຄວາມ​ຫຼໍ່​ແຫຼມ” ​ອັນ​ຈາ​ລ ປ​ຣາ​ກາ​ສ ຜູ້​ຊ່ວຍ​ສາ​ສະ​ດາ​ຈານດ້ານ​ຄ​ລີ​ນິກ​ ພ້ອມ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ຄົ້ນ​ຄວ້າ ​ທີ່​ສະ​ຖາ​ບັນ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ ​ພາດ​ທີ.

ທ່ານ​ຊີ້​ໃຫ້​ເຫັນ​ວ່າ ການ​ຖິ້ມ​ໂທດ​ໃສ່​ຄວາມ​ຮ້ອຍໃນ​ການ​ເສຍ​ຊີ​ວິດ ບໍ່​ແມ່ນ​ເລື້ອງ​ງ່າຍ​ເລີຍ ຍ້ອນ​ອຸນ​ຫະ​ພູມ​ທີ່​ສູງ​ຂຶ້ນ​ມັກ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ພວກ​ຜູ້​ຄົນ​ທີ່​ມີ​ບັນ​ຫາ​ສຸ

​ຂະ​ພາບ​ຢູ່​ແລ້ວ.

ຍັງ​ມີ​ຄຳ​ຖາມ​ຢູ່​ກ່ຽວ​ກັບ​ສາ​ເຫດ​ທີ່​ພາ​ໃຫ້​ມີ​ການ​ເສຍ​ຊີ​ວິດ​ພາຍ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມານີ້. ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ ໃນ​ລັດອຸດ​ຕາ​ ປ​ຣ​ະ​ເດ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ສຸກ​ອາ​ທິ​ດ​ແລ້ວນີ້​ວ່າ ຄວາມ​ຮ້ອນ​ອາດຈະມີ​ສ່ວນ​ໃນ​ການ​ເສຍ​ຊີ​ວິດ​ຂອງ 25 ຄົນ ແຕ່​ຕໍ່​ມາ ຫົວ​ໜ້າ​ສາ​ທາ​ລະ​ນະ​ສຸກ​ຂອງ​ລັດ ທ່ານ ບ​ຣາເຈ​ສ ປາ​ທັກ ເອີ້ນ​ວ່າ “ມັນ​ເປັນ​ຄຳ​ເວົ້າ​ທີ່​ຂາດ​ຄວາມ​ລະ​ມັດ​ລະ​ວັງ” ແລະ​ເວົ້າ​ໄປ​ໂດຍ “ບໍ່​ມີ​ຂໍ້​ມູນ​ພຽງ​ພໍ ແລະ​ທ່ານ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ກຳ​ລັງ​ສືບ​ສວນ​ກ່ຽວ​ກັບ​ສາ​ເຫດ​ຂອງ​ການ​ເສຍ​ຊີ​ວິດ​ຢູ່. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສ່ວນ​ໃຫຍ່​ຂອງ​ຜູ້​ເສຍ​ຊີ​ວິດ ແມ່ນ​ພວກ​ຜູ້​ເຖົ້າ ທີ່​ມີ​ບັນ​ຫາ​ດ້ານ​ສຸ​ຂະ​ພາບ​ຢູ່​ແລ້ວ.

ໃນ​ເດືອນ​ເມ​ສາ​ຜ່ານ​ມາ ມີ ໑໑ ຄົນ​ເສຍ​ຊີ​ວິດ​ຍ້ອນ Heatstroke ຫຼັງ​ຈາກ​ໄປ​ຮ່ວມ​ພິ​ທີ​ທີ່​ຈັດ​ຂຶ້ນ​ຢູ່​ຂ້າງນອກ ທ່າມ​ກາງ​ແສງ​ແດດ​ທີ່​ຮ້ອນ​ຈັດ​ໃນ​ລັດ​ມະ​ຫາ​ຣາ​ສ​ຕ​ຣາ.

ພວກ​ນັກ​ຊ່ຽວ​ຊານ​ກ່າວ​ວ່າ ອຸນ​ຫະ​ພູມ​ທີ​ຮ້ອນ​ເອົ້າ ອາດ​ຮ້າຍ​ແຮງ​ຂຶ້ນ​ຕື່ມ ໃນ​ອີກ​ສອງ​ສາມ​ປີ​ຕໍ່​ໜ້າ ຂະ​ນະ​ທີ່​ສະ​ພາບ​ໂລກ​ຮ້ອນ ​ໄດ້​ຂັບ​ດັນ​ໃຫ້​ເກີດ​ໄພ​ພິ​ບັດ​ຕ່າງໆ ນັບ​ແຕ່​ລົມ​ພາ​ຍຸ​ໄຊ​ໂຄ​ຣນ ຄື້ນ​ຄວາມ​ຮ້ອນ ໄປ​ຫາ​ໄພ​ນ້ຳ​ຖ້ວມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG