ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 23 ມີນາ 2023
ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: ຢູເຄຣນກ່າວວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟຂອງຣັດເຊຍສັງຫານ 7 ຄົນ ຢູ່ສອງຕົວເມືອງ, ຢູເຄຣນ ແລະ ກອງທຶນສາກົນຕົກລົງກັນກ່ຽວກັບໂຄງການກູ້ຢືມເງິນ 15 ພັນ 6 ຮ້ອຍລ້ານໂດລາ ແລະຈີນກໍາລັງເບິ່ງຢ່າງລະມັດລະວັງວ່າໂລກ ຈະຮັບມືກັບການບຸກລຸກຂອງຣັດເຊຍຕໍ່ຢູເຄຣນຄືແນວໃດ.