ລາຍການກະຈາຍສຽງຂອງວີໂອເອລາວ: ນັກອຸຕຸນິຍົມເຕືອນກ່ຽວກັບ ‘ການແຜ່ລາມຂອງໄຟໄໝ້’ ທ່າມກາງໄຟປ່າທີ່ຮ້າຍແຮງໃນລັດຄາລິຟໍເນຍ
ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ນັກອຸຕຸນິຍົມເຕືອນກ່ຽວກັບ ‘ການແຜ່ລາມຂອງໄຟໄໝ້’ ໃນລັດຄາລິຟໍເນຍ, ຄະນະລັດຖະມົນຕີໄທ ອະນຸມັດກົດໝາຍ ກາສິໂນ ຈົນກໍ່ໃຫ້ເກີດການໂຕ້ຖຽງກັນ, ແລະ ເກົາຫຼີໃຕ້ ວາງແຜນປັບປຸງໂຄງສ້າງສະໜາມບິນຄືນໃໝ່ ພາຍຫຼັງອຸບັດຕິເຫດຮ້າຍແຮງ.