ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 16 ມີນາ 2023

Your browser doesn’t support HTML5

ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: ຫົວໜ້າດ້ານປ້ອງກັນປະເທດຂອງສະຫະລັດ ແລະຣັດເຊຍ ໂອ້ລົມກັນເປັນຄັ້ງທຳອິດ ນັບແຕ່ເດືອນຕຸລາເປັນຕົ້ນມາ, ອັງກິດພະຍາຍາມທີ່ຈະຕອບໂຕ້ໄພຂົ່ມຂູ່ຈາກຣັດເຊຍ ແລະຈີນ ທ່າມກາງພາວະເສດຖະກິດຕົກຕ່ຳ ແລະ ຄວາມຂັດແຍ້ງກຳລັງເພີ່ມຂຶ້ນຢູ່ພາຍໃນພັກຣີພັບບລີກັນ ກ່ຽວກັບການສະໜັບສະໜຸນຢູເຄຣນ.

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ ເປັນເວລາ 30 ນາທີ. ພວກເຮົາສະເໜີຂໍ້ມູນຂ່າວສານ ແລະລາຍງານທີ່ໜ້າສົນໃຈ ກ່ຽວກັບເຫດການທີ່ເກີດຂຶ້ນໃນປະເທດລາວ ສະຫະລັດອາເມຣິກາ ເອເຊຍ ແລະຂົງເຂດອື່ນໆຂອງໂລກ ຕະຫລອດທັງບົດຮຽນພາສາອັງກິດ ແລະລາຍການເພງລາວສະໄໝ.