ລາຍການຊຸມຊົນຊາວ ລາວ ໃນທະວີບ ອາເມຣິກາ ສຳພາດທ່ານນາງ ໄຮ່ຄຳ ເອກະສອນ ຈາກເມືອງ ຊິລເວີ ສປຣິງ ລັດ ແມຣີແລນ

ທ່ານນາງ ໄຮ່ຄຳ ກັບ ສາມີ ຖ່າຍຮູບຢູ່ຮ້ານອາຫານແຫ່ງນຶ່ງ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນຄໍ່າຄືນນີ້ທ່ານຈະໄດ້ຮັບຟັງການສຳພາດກັບທ່ານນາງ ໄຮ່ຄຳ ເອກະສອນ ທີ່ອາໄສຢູ່ລັດ ແມຣີແລນ ທາງພາກຕາເວັນອອກສຽງເໜືອຂອງ ສະຫະລັດ, ຊຶ່ງລາວໄດ້ລົມກັບ ພຸດທະສອນ ກ່ຽວກັບ ການດຳລົງຊີວິດຂອງລາວໃນລັດດັ່ງກ່າວ. ເຊີນທ່ານຮັບຟັງການສຳພາດໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ລາຍການຊຸມຊົນຊາວ ລາວ ໃນທະວີບ ອາເມຣິກາ ສຳພາດທ່ານນາງ ໄຮ່ຄຳ ເອກະສອນ ຈາກເມືອງ ຊິລເວີ ສປຣິງ ລັດ ແມຣີແລນ


ທ່ານນາງ ໄຮ່ຄຳ, ແມ່ນຄົນລາວທີ່ອາໄສຢູ່ເມືອງ ຊິລເວີ ສປຣິງ ລັດ ແມຣີແລນ ທາງພາກຕາເວັນອອສຽງເໜືອຂອງ ສະຫະລັດ, ລາວໄດ້ອາໄສຢູ່ປະເທດນີ້ຕັ້ງແຕ່ 1989. ທ່ານນາງ ໄຮ່ຄຳ ບໍ່ໄດ້ເປັນອົບພະຍົບ ແຕ່ໄດ້ຂໍອາໄສຢູ່ໃນ ສະຫະລັດ ຫຼັງຈາກໄດ້ມາຢາມປະເທດນີ້ເປັນຄັ້ງທຳອິດ. ແຕ່ຢູ່ລາວ ນັ້ນ, ທ່ານນາງ ໄຮ່ຄຳ ໄດ້ອາໄສຢູ່ບ້ານທົ່ງຂັນຄຳໃນນະຄອນຫຼວງ ວຽງຈັນ.

Your browser doesn’t support HTML5

ແນະນຳຕົນເອງ

ໃນໄລຍະເວລານັ້ນ, ລັດຖະບານ ສະຫະລັດ ແມ່ນມີນະໂຍບາຍຮັບເອົາອົບພະຍົບ ແລະ ຄົນຕ່າງຊາດຫຼາຍກວ່າດຽວນີ້. ສະນັ້ນຜູ້ໃດທີ່ໄດ້ມາແລ້ວຖ້າບໍ່ຢາກກັບເພິ່ນກໍຈະໃຫ້ຢູ່ງ່າຍກວ່າ. ດັ່ງທີ່ທ່ານນາງ ໄຮ່ຄຳ ໄດ້ອະທິບາຍ ກ່ຽວກັບ ສະຖານະການຂອງທ່ານໃຫ້ເຮົາຟັງດັ່ງນີ້.

ທ່ານນາງ ໄຮ່ຄຳ ຖ່າຍຮູບຢູ່ສະຖານທີ່ທ່ອງທ່ຽວແຫ່ງນຶ່ງ.

Your browser doesn’t support HTML5

ຂໍອາໄສຢູ່ ສະຫະລັດ

ອົບພະຍົບ ຫຼືວ່າຄົນຕ່າງຊາດທີ່ຂໍອາໄສຢູ່ໃນ ສະຫະລັດ ຈະມີໂອກາດໃນການສ້າງອາຊີບຂອງຕົນ. ບາງຄົນແມ່ນໄດ້ຫາວຽກເຮັດ ແລະ ບາງຄົນກໍເຂົ້າໂຮງຮຽນເພື່ອການສຶກສາທີ່ສູງຂຶ້ນ. ແລະ ສຳລັບທ່ານນາງ ໄຮ່ຄຳ ນັ້ນລາວໄດ້ບອກພວກເຮົາວ່າ

Your browser doesn’t support HTML5

ເລີ່ມສ້າງອາຊີບ

ຫຼັງຈາກໄດ້ອາໄສຢູ່ໃນ ສະຫະລັດ 10 ປີຕໍ່ມາທ່ານນາງ ໄຮ່ຄຳ ກໍໄດ້ແຕ່ງງານກັບສາມີຄົນປັດຈຸ ບັນຂອງລາວ. ລາວເວົ້າວ່າໄດ້ພົບກັນໂດຍບັງເອີນຢູ່ງານພົບປະແຫ່ງນຶ່ງຂອງຄົນລາວ.

ທ່ານນາງ ໄຮ່ຄຳ ໄປທ່ຽວເກາະ ບາຮາມາສ ກັບສາມີ.

Your browser doesn’t support HTML5

ພົບກັບສາມີ ແລະ ເລີ່ມຄົບກັນ

ປົກກະຕິແລ້ວຄອບຄົວຄົນລາວກໍຈະມັກກິນອາຫານລາວນຳກັນ, ແລະ ຄົນຕ່າງປະເທດເອງກໍມັກກິນອາຫານ ລາວ ເຊັ່ນກັນ. ສຳລັບຄອບຄົວທ່ານນາງ ໄຮ່ຄຳ ນັ້ນພວກເຮົາກໍໄດ້ຖາມວ່າລາວມັກກິນຫຍັງ ໂດຍສະເພາະແມ່ນສາມີຂອງລາວ.

Your browser doesn’t support HTML5

ກິນອາຫານຫຼາຍຊະນິດ

ບ້ານຂອງທ່ານນາງ ໄຮ່ຄຳ ຢູ່ເມືອງ ຊິລເວີ ສປຣິງ ຂອລັດ ແມຣີແລນ ເປັນ ເມືອງທີ່ບໍ່ໃຫຍ່, ມີປະ ຊາກອນປະມານ 80,000 ພັນກວ່າຄົນ. ເປັນເມືອງທີ່ສະຫງົບ ແລະ ມີອັດຕາທີ່ເປັນຕາຢູ່ໃນລະດັບທີ່ສູງຫຼາຍ.

Your browser doesn’t support HTML5

ເວົ້າເຖິງເມືອງ ຊິລເວີ ສປຣິງ

ເມືອງ ຊິລເວີ ສປຣິງ ກໍມີຄົນເອເຊຍ ແລະ ຄົນ ລາວ ອາໄສຢູ່ຫຼາຍເຊັ່ນກັນ. ມີທັງວັດ ແລະ ໂບດຫຼາຍແຫ່ງ.

Your browser doesn’t support HTML5

ໄປວັດ ແລະ ການເຂົ້າສັງຄົມ

ນອກຈາກເຂົ້າສັງຄົມ ລາວ ແລ້ວທ່ານນາງ ໄຮ່ຄຳ ຂອງໄດ້ເຂົ້າສັງຄົມຄົນ ເອເມຣິກັນ ເຊັ່ນກັນ. ເຊິ່ງທ່ານນາງເວົ້າວ່າແຕກຕ່າງຈາກສັງຄົມລາວ.

ສາມີຂອງທ່ານນາງ ໄຮ່ຄຳ ນຸ່ມເສື້ອລາວຖ່າຍຮູບຢູ່ນະຄອນ ນິວຢອກ.

ເມືອງ ຊິລເວີ ສປຣິງ ຂອງລັດແມຣີແລນ ນັ້ນໃນລະດູໜາວຈະມີອຸນຫະພູມທີ່ ໜາວຫຼາຍ, ແລະ ສາ ມີຂອງທ່ານນາງ ໄຮ່ຄຳ ກໍເປັນຄົນທີ່ບໍ່ມັກອາກາດໜາວ. ເຂົາເຈົ້າໄດ້ເຄີຍຄິດທີ່ຈະຍ້າຍໄປຢູ່ລັດໃໝ່ ແຕ່ແຜນການຂອງເຂົາເຈົ້າແມ່ນໄດ້ ປ່ຽນໄປ ແລະ ວ່າອາດຈະຍ້າຍໄປຢູ່ປະເທດ ລາວ.

Your browser doesn’t support HTML5

ໃຊ້ຊີວິດບຳນານຢູ່ລາວ

ສະຫຼຸບແລ້ວເມືອງ ຊິລເວີ ສປຣິງ ເປັນເມືອງທີ່ໜ້າຢູ່ທີ່ສຸດສຳລັບຄົນເຮັດວຽກໄວໜຸ່ມ. ເໝາະສົມສຳລັບຄົນທີ່ມັກໃຊ້ຊີວິດທີ່ຫ້າວຫັນ ແລະ ກໍງ່າຍໃນການສັນຈອນໄປນະຄອນຫຼວງ ວໍຊິງຕັນ. ແຕ່ສຳລັບຄົນທີ່ມີອາຍຸສູງແດ່ນັ້ນ ເຂົາເຈົ້າກໍສາມາດໄປທ່ຽວຊົມທຳມະຊາດທີ່ຢູ່ອ້ອມແອ້ມໄດ້ເຊັ່ນກັນ.