ລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້ ພວກເຮົາໄດ້ສຳພາດ ດຣ. ບຸນລັດ ສຸກສາວົງ ຮານ ຈາກເມືອງ ເຟຣສໂນ, ລັດ ຄາລິຟໍເນຍ ພວກເຮົາໄດ້ລົມກັບທ່ານ ກ່ຽວກັບ ປະຫວັດຄວາມເປັນມາໃນການມາຕັ້ງຖິ່ນຖານຢູ່ ສະຫະລັດ ແລະ ຊີວິດການເປັນຢູ່ຂອງຊາວລາວ ໃນເມືອງດັ່ງກ່າວ. ເຊີນທ່ານຟັງການສໍາພາດກັບ ພຸດທະສອນ ໄດ້.
SEE ALSO:
ຟັງລາຍງານ ວີໂອເອ ລາວ ສຳພາດ ດຣ. ບຸນລັດ ສຸກສາວົງ ຮານ ໃນລາຍການຊຸມຊົນ ລາວ ໃນ ອາເມຣິກາບັນດາທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າໄດ້ຮັບກຽດໂອ້ລົມກັບ ດຣ. ບຸນລັດ ສຸກສາວົງ ຮານ. ທ່ານແມ່ນຄົນລາວ ທີ່ອົບພະຍົບຈາກປະເທດ ລາວ ມາ ສະຫະລັດ ອາເມຣິກາ ແລະ ໄດ້ສູ້ຊົນຈົນໄດ້ກາຍເປັນໝໍທີ່ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນ.
Your browser doesn’t support HTML5
ແນະນຳຕົນເອງ
ດຣ. ບຸນລັດ ຍ້າຍມາ ສະຫະລັດ ແຕ່ປີໃດ?
Your browser doesn’t support HTML5
ຍ້າຍມາ ສະຫະລັດ
ເປັນຫຍັງ ດຣ. ບຸນລັດ ຈຶ່ງຍ້າຍມາຢູ່ ສະຫະລັດ?
Your browser doesn’t support HTML5
ເຫດຜົນທີ່ຍ້າຍມາ ສະຫະລັດ
ດຣ. ບຸນລັດ ໄດ້ອາໄສຢູ່ສູນອົບພະຍົບໜອງຄາຍນຶ່ງປີ, ຕອນນັ້ນທ່ານມີອາຍຸ ປະມານ 27 ປີ ແລະ ໃນລະຫວ່າງການລໍຖ້າມາ ສະຫະລັດ ນັ້ນ, ທ່ານໄດ້ ເປັນໝໍປິ່ນປົວອົບພະຍົບຢູ່ໃນສູນດັ່ງກ່າວ. ທ່ານໄດ້ເຮັດວຽກຮ່ວມກັບບັນດາແພດໝໍຈາກຫຼາຍປະເທດຄື ສະຫະລັດ, ການາດາ, ຟີລິບປິນ, ແບລຈຽມ ແລະ ອື່ນໆ ແລະ ກໍໄດ້ຮັບເງິນເດືອນສຳລັບວຽກງານຂອງທ່ານ. ຫຼັງຈາກຢູ່ໄດ້ນຶ່ງປີ, ພໍ່ແມ່ຂອງທ່ານ ກໍໄດ້ປະກັນເອົາມາ ສະຫະລັດ.
ດຣ. ບຸນລັດ ຕອນເປັນໝໍຢູ່ສູນອົບພະຍົບ.
ຕອນນັ້ນທ່ານມີຄວາມລຳບາກແນວໃດແດ່? ຫຍຸ້ງຍາກຫຼາຍບໍ່?
Your browser doesn’t support HTML5
ຄວາມຫຍຸ້ງຍາກໃນລະຫວ່າງການຕັ້ງຖິ່ນຖານໃໝ່
ເນື່ອງຈາກວ່າ ດຣ. ບຸນລັດ ໄດ້ເປັນໝໍມາແຕ່ລາວ, ທ່ານກໍຢາກສືບຕໍ່ເຮັດວຽກ ເປັນໝໍຢູ່ໃນ ສະຫະ ລັດ ແລະ ທ່ານກໍໄດ້ກັບໄປເຂົ້າໂຮງຮຽນຄືນເພື່ອໃຫ້ໄດ້ໜັງສື ແລະ ໃບປະກາດທີ່ເປັນທີ່ຍອມຮັບຂອງການແພດ ອາເມຣິກາ.
Your browser doesn’t support HTML5
ກັບໄປເຂົ້າໂຮງຮຽນ
ດຣ. ບຸນລັດ ແລະ ລູກສາວ.
ດຣ. ບຸນລັດ ໄດ້ສ້າງຄອບຄົວໃນປີ 1986, ແລະ ມີລູກສາວສາມຄົນ. ຕອນນີ້ລູກສາວຂອງທ່ານກໍໄດ້ເດີນຕາມຮອຍອາຊີບຂອງທ່ານ. ປັດຈຸບັນນີ້ລູກຂອງທ່ານທັງສາມກໍໄດ້ອອກໄປຢູ່ບ້ານຂອງຕົນເອງ ແລະ ທ່ານເອງກໍໄດ້ອອກບຳນານແລ້ວ.
Your browser doesn’t support HTML5
ກ່ຽວກັບ ເມືອງ ເຟຣສໂນ
ດຣ. ບຸນລັດ ເວົ້າວ່າເມືອງ ເຟຣສໂນ ທີ່ທ່ານກຳລັງອາໄສຢູ່ນີ້ເປັນເມືອງທີ່ເປັນຕາຢູ່ຫຼາຍ. ບໍ່ມີໄພທຳມະຊາດ, ອາກາດຖ້າຮ້ອນກໍຮ້ອນຫຼາຍ, ແລະ ໜາວກໍໜາວແຕ່ບໍ່ມີຫິມະ.
ເມືອງດັ່ງກ່າວກໍມີຄົນລາວອາໄສຢູ່ຫຼາຍເຊັ່ນກັນ, ເຊິ່ງສ່ວນຫຼາຍມີອາຊີບເປັນຊາວກະສິກຳ.
Your browser doesn’t support HTML5
ຊຸມຊົນຄົນລາວ
ຄົນລາວໃນເມືອງ ເຟຣສໂນ ແມ່ນອາໄສຢູ່ໃກ້ໆກັນ, ດຣ. ບຸນລັດ ເວົ້າວ່າຂີ່ລົດໄປຫາກັນກໍປະ ມານ 20 ນາທີ ຫາ 45 ນາທີ.
ການຢູ່ການກິນໃນເມືອງດັ່ງກ່າວ ໂດຍສະເພາະແມ່ນອາຫານລາວແມ່ນມີຫຼາຍ, ແລະ ຊອກຫາໄດ້ງ່າຍ.
Your browser doesn’t support HTML5
ອາຫານ ລາວ
ຄົນລາວໃນເມືອງ ເຟຣສໂນ ແມ່ນຍັງຮັກສາວັດທະນະທຳ ລາວ ໄວ້ເປັນຢ່າງດີ. ເຂົາເຈົ້າມັກຈັດງານຕ່າງໆຢູ່ວັດ ແລະ ບຸນປະເພນີ ລາວ ກໍຖືກປະຕິບັດຄືກັບຢູ່ ລາວ ຕະຫຼອດມາ.
ຕົ້ນໄມ້ໃຫຍ່ ຊີໂກຢາ ທີ່ຖືກເອີ້ນວ່າ Pioneer Cabin ຢູ່ສວນອຸດທະຍານຕົ້ນໄມ້ໃຫຍ່ ຄາວາເລຣາສ, ລັດຄາລິຟໍເນຍ.
Your browser doesn’t support HTML5
ວັດ ລາວ
ເມືອງ ເຟຣສໂນ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ດຣ. ບຸນລັດ ເວົ້າວ່າທ່ານສາມາດໄປທ່ຽວພູສູງ ໂຢເຊມິຕີ ແລະ ຕົ້ນໄມ້ໃຫຍ່ ຊີໂກຢາ ຢູ່ປ່າສະຫງວນແຫ່ງຊາດ ແລະ ກໍມີທະເລສາບໃຫຍ່ ທີ່ທ່ານສາມາດໄປພັກຜ່ອນຊົມທຳມະຊາດໄດ້.
ດຽວນີ້ ດຣ. ບຸນລັດ ໄດ້ໃຊ້ຊີວິດບຳນານຂອງທ່ານ ພັກຜ່ອນຢູ່ບ້ານ, ປູກຕົ້ນໝາກໄມ້ຫຼາຍຊະນິດ ແລະ ໄປຢ້ຽມຢາມລູກສາວຂອງທ່ານຢູ່ຕ່າງເມືອງ. ນອກຈາກນັ້ນທ່ານກໍໄດ້ໄປວັດ, ເພາະວ່າທ່ານເອງກໍເປັນສະມາຊິກອຸປະຖຳວັດ ແລະ ເປັນຄະນະກຳມະການກໍ່ສ້າງວັດທຳມະສັດຈະ.