ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊົມຊົນຊາວລາວ ໃນທະວີບອາເມຣິກາມື້ນີ້, ພວກເຮົາມີການສຳພາດ ກັບນາງ ເອ ພອນພິມົນ ສຸທໍາມະວົງ, ແມ່ຄົວລາວທີ່ມີຊື່ສຽງໃນລາຍການ Next Level Chef ຂອງທ່ານ ກໍດອນ ແຣມຊີ, ພໍ່ຄົວຄົນດັງຊາວ ອັງກິດ. ໃນການສຳພາດນີ້ພວກເຮົາໄດ້ລົມກັບລາວ ກ່ຽວກັບ ປະສົບການເຂົ້າແຂ່ງຂັນໃນລາຍການດັ່ງກ່າວ ແລະ ການໃຊ້ຊີວິດຂອງລາວໃນ ສະຫະລັດ. ເຊີນທ່ານຮັບຟັງກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.
SEE ALSO:
ຟັງລາຍງານ ວີໂອເອລາວ ສຳພາດ ເອ ພອນພິມົນ ສຸທຳມະວົງ ໃນລາຍການຊຸມຊົນຊາວລາວ ໃນອາເມຣິກາແມ່ຍິງລາວຄົນນີ້ໄດ້ສ້າງຊື່ສຽງໃຫ້ຕົນເອງ ແລະ ປະເທດ ລາວ ໃນລາຍການ Next Level Chef. ລາວເປັນຄົນທີ່ມີຊີວິດຊີວາ, ມັກມ່ວນ, ເວົ້າເກັ່ງ, ແລະ ມັກເວົ້າຕະຫຼົກ, ພ້ອມກັບຮັກໃນຄວາມເປັນລາວ ແລະ ພູມໃຈທີ່ຈະເຜີຍແຜ່ວັດ ທະນະທຳລາວ, ຄວາມເປັນລາວໃຫ້ໂລກໄດ້ຮູ້ຈັກ.
ປັດຈຸບັນນີ້ລາວອາໄສຢູ່ອາໄສຢູ່ ນະຄອນ ແຊນ ດີເອໂກ, ລັດຄາລິຟໍເນຍ.
SEE ALSO:
ສຽງ 1 ແນະນຳຕົວຫຼັງຈາກຮຽນຈົບໂຮງຮຽນມັດທະຍົມ ລາວກໍໄດ້ກັບຄືນມາຮຽນຕໍ່ຢູ່ ສະຫະລັດ ແລ້ວກໍໄດ້ຢູ່ເຮັດວຽກ ມາຈົນເຖິງດຽວນີ້.
SEE ALSO:
ສຽງ 2 ການອາໄສຢູ່ໃນ ສະຫະລັດພໍ່ແມ່ຂອງ ເອ ເປັນນັກທຸລະກິດຢູ່ລາວ. ຕັ້ງແຕ່ຕອນລາວຍັງນ້ອຍແມ່ຂອງລາວໄດ້ຂາຍເສື້ອຜ້າ, ເຄີຍເຮັດປໍ້ານໍ້າມັນ ແລະ ໄດ້ຫັນມາເຮັດທຸລະກິດຫຼາຍຢ່າງຄື ຊື້ບ້ານ ຂາຍບ້ານ. ຊື້ຂາຍດິນ ແລະ ເຊົ່າບ້ານ.
ເອ ພອນພິມົນ ສຸທຳມະວົງ.
ປັດຈຸບັນນີ້ ເອ ໄດ້ອອກການມາເຮັດທຸລະກິດຂອງຕົນເອງແລ້ວ. ເປັນທຸລະກິດອາຫານ.
SEE ALSO:
ສຽງ 3 ທຸລະກິດສ່ວນຕົວນອກຈາກເຮັດອາຫານຂາຍໃຫ້ຄົນແລ້ວ ນາງ ເອ ຍັງໄດ້ສອນຄົນເຮັດອາຫານຢູ່ໃນສື່ສັງຄົມ ແລະ ດໍໄດ້ອອກໂທລະພາບຂອງ ອາເມຣິກາ ດ້ວຍ. ເຊິ່ງລາວກໍໄດ້ຮັບຄວາມນິຍົມ ຈາກຜູ້ຕິດຕາມຂອງລາວຫຼາຍ. ແລະ ນັ້ນກໍເປັນທີ່ມາທີ່ເຮັດໃຫ້ລາວຕັດສິນໃຈເຂົ້າແຂ່ງຂັນໃນລາຍການເຮັດອາຫານທີ່ມີຊື່ສຽງຢູ່ໃນ ສະຫະ ລັດ.
SEE ALSO:
ສຽງ 4 ຄວາມເປັນມາໃນການໄດ້ເຂົ້າແຂ່ງຂັນແຕ່ງກິນໃນລາຍການໂທລະພາບລາຍການ Next Level Chef ເປັນລາຍການແຂ່ງຂັນແຕ່ງອາຫານທີ່ມີຫຼາຍຕອນ. ອອກອາກາດຢູ່ໂທລະພາບດິຈິຕອລຂອງ ສະຫະລັດ. ຜູ້ຈັດລາຍການແມ່ນທ່ານ ກໍດອນ ແຣມຊີ, ພໍ່ຄົວທີ່ມີຊື່ສຽງໂດ່ງດັງຊາວ ອັງກິດ. ຜູ້ທີ່ເຄີຍໄດ້ໄປເຮັດລາຍການອາຫານຢູ່ປະເທດລາວເຮົາເຊັ່ນກັນ. ພ້ອມກັບພໍ່ຄົວຮ່ວມຈັດລາຍການອີກສອງຄົນ.
SEE ALSO:
ສຽງ 5 ເວົ້າ ກ່ຽວກັບ ການແຂ່ງຂັນໃນການແຂ່ງຂັນພາກທີ 7 ຂອງລາຍການ, ນາງ ເອ ໄດ້ຕົກໄປຢູ່ການແຂ່ງຂັນຊີ້ຂາດສາມຄົນສຸດທ້າຍ. ລາວໄດ້ສະແດງຄວາມສາມາດ ໃນການເຮັດອາຫານລາວ ຈົນຜູ້ຕັດສິນມັກ ແລະ ໃຫ້ລາວລອດຈາກການຖືກຕັດອອກຈາກການແຂ່ງ ຂັນ.
ເອ ຖ່າຍທຳການແຕ່ງອາຫານ.
SEE ALSO:
ສຽງ 6 ເວົ້າ ກ່ຽວກັບ ການແຂ່ງຂັນຮອບຊີ້ຂາດແມ່ນໃຜກໍເວົ້າວ່າທ່ານ ກໍດອນ ແຣມຊີ ເປັນພໍ່ຄົວທີ່ໃຈຮ້າຍ, ເພາະວ່າລາວມັກໃຊ້ຄຳເວົ້າທີ່ຮຸນແຮງ ແລະ ຮ້າຍຄົນທີ່ຢູ່ໃນລາຍການອາຫານຂອງລາວນັ້ນ, ແຕ່ນາງ ເອ ເວົ້າວ່າ ລາວເປັນຄືກັບພໍ່ຄົນລາວ, ເພິ່ນມັກຮ້າຍກໍຍ້ອນວ່າຢາກໃຫ້ເຮົາເຮັດສິ່ງທີ່ຖືກຕ້ອງ ແລະ ໄດ້ດີ, ເຊິ່ງ ເອ ໄດ້ກ່າວວ່າ
SEE ALSO:
ສຽງ 7 ອະທິບາຍ ກ່ຽວກັບ ທ່ານ ກໍດອນ ແຣມຊີຖ້າທ່ານຢາກຕິດຕາມ ແລະ ຮູ້ຈັກ ເອ ຕື່ມອີກກໍສາມາດເຂົ້າໄປ ເຟສບຸກ ແລະ ອິນສຕາແກຣມຂອງລາວໄດ້. ລາວຈະນຳສະເໜີຫຼາຍຫົວຂໍ້ ທີ່ໜ້າສົນໃຈ ແລະ ອາຫານຕ່າງໆມາສະເໜີທ່ານທຸກໆວັນ.