ທ່ານ ຮູໂກ ຊາເວສ໌ ຊະນະ ການເລືອກຕັ້ງ ອີກສະໄໝນຶ່ງ

ປະທານາທິບໍດີ Venezuela ທ່ານ Hugo Chavez ຈັບທຸງຊາດ ຂະນະທີ່ສະຫລອງໄຊຊະນະ ຢູ່ລະບຽງ ປາສາດ Miraflores ຫລືທໍານຽບປະທານາທິບໍດີ ທີ່ນະຄອນຫລວງ Caracas, ວັນທີ 7 ຕຸລາ 2012.

ປະທານາທິບໍດີ Venezuela ທ່ານ Hugo Chavez  ຍົກມືໃຫ້ບັນດາຜູ້ສະໜັບສະໜຸນທ່ານ ຢູ່ລະບຽງ ທໍານຽບປະທານາທິບໍດີ, ປາສາດ Miraflores, ທີ່ນະຄອນຫລວງ Caracas, ວັນທີ 7 ຕຸລາ 2012.

ທ່ານ Hugo Chavez (C) ຍົກມືສະແດງໄຊຊະນະ ຕໍ່ບັນດາຜູ້ສະໜັບສະໜຸນທ່ານ ຫລັງຈາກໄດ້ຮັບຂ່າວວ່າ ທ່ານໄດ້ຊະນະການເລືອກຕັ້ງ ຢູ່ນະຄອນຫລວງ Caracas.

ບັນດາຜູ້ສະໜັບສະໜຸນ ປະທານາທິບໍດີ Hugo Chavez  ພາກັນສະເຫລີມສະຫລອງ ຢູ່ນະຄອນຫລວງ Caracas.

ບັນດາຜູ້ສະໜັບສະໜຸນ ປະທານາທິບໍດີ Hugo Chavez  ທໍາພິທີສົ່ງສະການຫລອກໆ ເຍາະເຍີ້ຍຜູ້ສະມັກ ຝ່າຍຄ້ານ ທ່ານ Henrique Capriles ຂະນະທີ່ພວກເຂົາເຈົ້າສະເຫລີມສະຫລອງ ຢູ່ນະຄອນຫລວງ Caracas.

ປະທານາທິບໍດີ Hugo Chavez ປ່ອນບັດ ຢູ່ນະຄອນຫລວງ Caracas, ວັນທີ 7 ຕຸລາ 2012.

ພວກຕິດຕາມເບິ່ງການເລືອກຕັ້ງ ເບິ່ງການນັບບັດຄະອນນສຽງ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງ ທີ່ກໍາລັງອັດລົງ ຢູ່ນະຄອນຫລວງ Caracas.