ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Hugo Chavez ໄດ້ຊະນະ ການເລືອກຕັ້ງ ເປັນ 4 ສະໄໝ ລຽນຕິດ (ສະໄລດ໌ກັບວີດີໂອ 2 ອັນ)


Venezuelan President Hugo Chavez Wins Re-Election Bid
please wait

No media source currently available

0:00 0:01:50 0:00
ລິງໂດຍກົງ

ເບິ່ງ ວິດີໂອ ກ່ຽວກັບ ຜົນການເລືອກຕັ້ງ ໃນເວເນຊູເອລາ

ເຈົ້າໜ້າທີ່ເລືອກຕັ້ງຂອງ Venezuela ກ່າວວ່າ
ປະທານາທິບໍດີ Hugo Chavez ໄດ້ຊະນະການເລືອກຕັ້ງ
ໂດຍໄດ້ຮັບຄະແນນຫຼາຍກວ່າ 54% ຂອງຄະແນນສຽງທັງ
ໝົດໃນການປ່ອນບັດ ເມື່ອວັນອາທິດວານນີ້.

ຜູ້ສະມັກຝ່າຍຄ້ານ ທ່ານ Henrigue Capriles ໄດ້ສະແດງ
ຄວາມຍິນດີ ຕໍ່ທ່ານ Chavezໃນແລງວັນອາທິດວານນີ້.

ສະພາເລືອກຕັ້ງກ່າວວ່າ 81% ຂອງພວກທີ່ລົງທະບຽນເລືອກ
ຕັ້ງເກືອບວ່າ 19 ລ້ານຄົນ ໄດ້ໄປປ່ອນບັດ ແລະມອບຄະແນນ
ສຽງ ໃຫ້ທ່ານ Chavez ຫຼາຍກວ່າ 7 ລ້ານ 4 ແສນສຽງ ລື່ນ
ທ່ານ Capriles ຫລາຍກ່ວາ 1 ລ້ານ 2 ແສນສຽງ.

ໄດ້ມີການຈູດບັ້ງໄຟດອກຢ່າງຟົດສະນັ່ນຂຶ້ນໃນນະຄອນຫລວງ
Caracas ຂ້າງນອກທໍານຽບປະທານາທິບໍດີ ບ່ອນທີ່ພວກທີ່
ສະໜັບສະໜູນທ່ານ Chavez ພາກັນສະເຫຼີມສະຫຼອງ ຫຼັງຈາກ
ທີ່ມີການປະກາດຜົນຂອງການເລືອກຕັ້ງແລ້ວ.

ນັກວິຈາກກ່າວວ່າ ການເລືອກຕັ້ງໃນວັນອາທິດວານນີ້ ແມ່ນ
ເປັນການຫາສຽງທີ່ລໍາບາກຍາກເຢັນທີ່ສຸດ ທີ່ທ່ານ Chavez
ໄດ້ປະສົບມາ ຫລັງຈາກທີ່ຄອງອໍານາດມາໄດ້ເກືອບ 14 ປີ.


ໃນຂະນະທີ່ພື້ນຖານການສະໜັບສຸໜຸນຂອງທ່ານ Chavez ຍັງໝັ້ນຄົງແໜ້ນໜາຢູ່ໃນໝູ່
ພວກຄົນທຸກຈົນນັ້ນ ທ່ານ Capriles ກໍໄດ້ສ້າງຄວາມກະຕືລືລົ້ນໃຫ້ພວກຝ່າຍຄ້ານ.
ທ່ານ Capriles ຊຶ່ງເປັນທະນາຍຄວາມແລະມີອາຍຸ 40 ປີ ນັ້ນ ໄດ້ລົງຫາສຽງດ້ວຍການໄປ
ເຄາະປະຕູ ບ້ານຕໍ່ບ້ານ ແລະຕິຕຽນທ່ານ Chavez ກ່ຽວກັບບັນຫາໄຟຟ້າມອດຢູ່ເລື້ອຍໆ
ການຂາດແຄນເຂົ້າປາອາຫານ ແລະອັດຕາການຄາດຕະກໍາທີ່ສູງ ຂອງເວເນຊູເອລານັ້ນ.

ຄໍາຖາມທີ່ຍັງມີມາຢູ່ຕໍ່ເນື່ອງນັ້ນ ກໍແມ່ນກ່ຽວກັບສຸຂະພາບຂອງປະທານາທິບໍດີ.
ທ່ານ Chavez ກ່າວວ່າ ທ່ານໄດ້ຫາຍຈາກການເປັນໂຣກມະເຮງ ທີ່ມີການກວດພົບ
ເມື່ອປີກວ່າໆນັ້ນແລ້ວ. ລາຍລະອຽດຂອງໂຣກມະເຮຂອງທ່ານ ຍັງບໍ່ເຄີຍຖືກເປີດເຜີຍເລີຍ.

ໃນການໄດ້ຊະນະການເລືອກຕັ້ງເປັນສະໄໝທີ 4 ນີ້ ທ່ານ Chavez ທີ່ມີອາຍຸໄດ້ 57 ປີ
ກໍແມ່ນຈະໄດ້ຄອງອໍານາດ ໄປຈົນຮອດປີ 2019 ຊຶ່ງຈະເປັນຂີດໝາຍຄົບຮອບ 20 ປີ
ຂອງການດໍາລົງຕໍາແໜ່ງປະທານາທິບໍດີຂອງ Venezuela.

ທ່ານ Chavez ໄດ້ກ່າວວິຈານໂຈມຕີສະຫະລັດຢ່າງເປີດເຜີຍ ແລະໃຫ້ການສະໜັບ
ສະໜູນແກ່ບັນດາລັດຖະບານທີ່ຕໍ່ຕ້ານສະຫະລັດ ຢູ່ໃນທົ່ວໂລກ. ທ່ານໄດ້ໃຊ້ເງິນຈໍານວນ
ພັນໆລ້ານໂດລາ ຈາກລາຍຮັບຈາກການຂາຍນໍ້າມັນຂອງປະເທດ ໃສ່ໂຄງການແກ້ໄຂ
ບັນຫາສັງຄົມ ຈຶ່ງໄດ້ຮັບຄວາມນິຍົມສູງ ຈາກພວກຄົນທຸກຍາກ.

ເບິ່ງວິດີໂອ ຊາວເວເນຊູເອລາ ໄປປ່ອນບັດເລືອກຕັ້ງເອົາປະທານາທິບໍດີ:

Venezuelan Voters Wait in Long Lines for Presidential Election
please wait

No media source currently available

0:00 0:01:43 0:00
ລິງໂດຍກົງ
XS
SM
MD
LG