ທ່ານມິດ ຣອມນີ ໄດ້ຮັບ ໄຊຊະນະ ທີ່ລັດ New Hampshire (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ຜົນຂອງການເລືອກຕັ້ງຂັ້ນຕົ້ນຂອງພັກ Republican ໃນລັດ New Hampshire. ວັນທີ 11 ມັງກອນ 2012.

ທ່ານ​ມິດຣອມນີ ອະດີດ​ຜູ້​ວ່າການ​ລັດ Massachusetts ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂັ້ນ​ຕົ້ນ​ຂອງ​ພັກ Republican ​ໃນ​ລັດ New Hampshire ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ

ອັນ​ເປັນ​ບາດກ້າວ​ສໍາຄັນ​ອັນ​ນຶ່ງ​ ໄປ​ສູ່​ການ​ໄດ້​ຮັບ​ແຕ່ງ​ຕັ້ງ​ ໃຫ້​ເປັນ​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ສັງກັດ​ພັກ Republican ​ເພື່ອ​ແຂ່ງຂັນ​ກັບ​ປະທາ ນາ​ທິບໍດີ​ບາຣັກ​ໂອ​ບາ​ມາ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ໃນ​ເດືອນ​ພະຈິກ​ປີ​ນີ້.

ຫລັງ​ຈາກ​ມີ​ການ​ນັບ​ບັດ​ຄະ​ແນນ​ສຽງ​ເກືອບ​ໝົດ​ແລ້ວ ທ່ານຣອມນີ​ໄດ້ ຮັບ​ຄະ​ແນນ​ສຽງ 39 ​ເປີ​ເຊັນ ຕໍ່ 23 ​ເປີ​ເຊັນຂອງ​ທ່ານ Ron Paul ສະມາຊິກ​ສະພາ​ຕໍ່າ​ສະຫະລັດ ຜູ້​ຕໍ່ຕ້ານ​ສົງຄາມຈາກ​ລັດ Texas ຊຶ່ງ ມາ​ໃນ​ອັນ​ດັບ​ສອງ ແລະ​ທ່ານ Jon Huntsman ອະດີດ​ເອກອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ປະ​ເທດ​ຈີນ ມາ​ໃນ​ອັນ​ດັບ 3 ​ໄດ້​ຮັບ 17 ​ເປີ​ເຊັນ.

ທ່ານຣອມນີ ກ່າວ​ຕໍ່​ພວກ​ສະໜັບສະໜຸນ​ທ່ານ​ວ່າ ລັດ New Hampshire ​ໄດ້​ສ້າງ​ປະວັດ​ສາດ​ຂຶ້ນ. ທ່ານຣອມນີ​ເປັນ​ຜູ້​ສະມັກສັງກັດ​ພັກ Republican ຄົນ​ທໍາ​ອິດ​ ທີ່​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຂອງ​ພັກ​ ທັງ​ໃນ​ລັດ Iowa ​ແລະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ New Hampshire ​ໃນ​ຮອບ​ຫລາຍ​ກວ່າ 30 ກວ່າ​ປີຜ່ານມາ.

ພວກ​ນັກ​ວີ​ເຄາະ​ດ້ານ​ການ​ເມືອງ​ຫລາຍ​ຄົນ​ໄດ້​ທໍານາຍ​ໄວ້​ກ່ອນໜ້ານີ້​ວ່າ ທ່ານຣອມນີຈະ​ຊະນະ​ການ​ເລືອກ​ຕັ້ງໃນ​ລັດ New Hampshire ​ແຕ່ການ​ແຂ່ງຂັນ​ກັນ​ໃນ​ອັນ​ດັບ​ທີ​ສອງ​ແລະ​ທີ​ສາມ​ກໍ​ສໍາຄັນ​ເຊ່ນ​ກັນ ຊຶ່ງ​ມັນອາດ​ສາມາດ​ຊ່ອຍ​ຕັດສິນ​ໃຈ​ວ່າ ຜູ້​ສະມັກ​ຄົນ​ໃດ​ຍັງຈະ​ສືບ​ຕໍ່​ໃນ​ການ​ແຂ່ງຂັນ​ກັນ​ຢູ່​ນັ້ນ.

ເບິ່ງວີດິໂອລາຍງານຂ່າວກ່ຽວຂ້ອງກັນເປັນພາສາອັງກິດ

http://www.voanews.com/templates/widgetDisplay.html?id=137078283&player=article

ທ່ານ Paul ກ່າວ​ວ່າ ລັດ New Hampshire ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ເປັນ​ໄຊຊະນະ​ສໍາລັບ​ທ່ານ​ເຊ່ນ​ກັນ.

ໃນ​ການ​ກ່າວ​ປາ​ໄສຕໍ່​ພວກ​ສະໜັບ​ສະ​ໜຸນນັ້ນ ທ່ານ Huntsman ​ໃຫ້ຄໍາ​ໜັ້ນສັນຍາ​ວ່າ​ຈະ​ດໍາ​ເນີນ​ການ​ຕໍ່​ໄປ ​ໃນການ​ແຂ່ງຂັນ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນຣັດ Carolinaໃຕ້ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 21 ​ເດືອນ​ນີ້ ​ໂດຍ​ເອີ້ນ​ການ​ຕົກ​ຢູ່​ໃນ​ອັນດັບ 3 ນັ້ນ ​ເປັນ ອັນ​ດັບ​ທີ່​ຄວນ​ຈະ​ດໍາ​ເນີນ​ຕໍ່​ໄປ.

ທ່ານ​ຍັງ​ກ່າວ​ໃຫ້​ຄໍາ​ໝັ້ນ​ສັນຍາ​ເຊ່ນ​ກັນ ​ທີ່​ຈະ​ປົວ​ແປງ​ການ​ຂາດ​ຄວາມໄວ້​ວາງ​ໃຈາຂອງ​ຄົນ​ອາ​ເມຣິກັນ​ໃນ​ການ​ທໍາ​ສົງຄາມ​ຂອງ​ສະຫະລັດ​ໃນ​ຕ່າງປະເທດ​ນັ້ນ.

ທ່ານ Newt Gingrich ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ​ແລະ​ອະດີດ​ສະ ມາ​ຊິກ​ສະພາ​ສູງ​ສະຫະລັດ ທ່ານ Rick Santorum ຊຶ່ງ​ຕ່າງ​ກໍ​ໄດ້​ຮັບ ຄະ​ແນນ​ສຽງ​ເກືອບ​ທໍ່ໆ​ກັນ​ເປັນ​ທີ 4 ນັ້ນ ​ແມ່ນ​ໄດ້​ຮັບ​ຄະ​ແນນ​ຕໍ່າ​ກວ່າ 10% ນ້ອຍ​ນຶ່ງ.

ທ່ານ Gingrich ກ່າວ​ວ່າ ທ່ານ​ກໍຈະ​ເຂົ້າ​ແຂ່ງຂັນ​ໃນ​ລັດ Carolina ​ໃຕ້ເຊ່ນ​ກັນ.