ຂະບວນຂີ່ລົດຈັກ Rolling Thunder ໃຫ້ກຽດແກ່ ທະຫານທີ່ສະລະຊີບ ເພື່ອຊາດ (ວີດິໂອ/ສະໄລດ໌)

ທະຫານທໍາຄວາມເຄົາລົບ ພວກຂີ່ລົດຈັກນຸ່ງເສື້ອໜັງຫລາຍ ທີ່ພາກັນຂີ່ຂ້າມຂົວ Memorial Bridge ຈາກລັດເວີຈີເນຍ ຜ່ານນະຄອນຫລວງວໍຊິງຕັນ, ວັນທີ 26 ພືດສະພາ 2013, ເພື່ອເປັນການໃຫ້ກຽດແກ່ບັນດານັກລົບເກົ່າທັງຫລາຍ. ອາຄານທີ່ມີຫລາຍໆເສົາ ຢູ່ເບື້ອງຫລັງແມ່ນອະນຸສາວະລີ ລິງຄອນ ກໍຄືອະນຸສອນສະຖານ ສໍາລັບປະທານາທິບໍດີ ເອບຣາແຮມ ລິງຄອນ ຂອງສະຫະລັດ.

ໃນວັນອາທິດວານນີ້ ພວກຂີ່ລົດຈັກທີ່ນຸ່ງເສື້ອໜັງຫລາຍໆ
ພັນຄົນ ໄດ້ພາກັນຂີ່ລົດຈັກເຂົ້າໄປຍັງນະຄອນຫລວງຂອງ
ສະຫະລັດ ເພື່ອສະແດງຄວາມເຄົາລົບຕໍ່​ບັນດານັກລົບເກົ່າ
ຂອງສະຫະລັດ ຢູ່ໃນຂະບວນຂີ່ລົດຈັກປະ​ຈໍາປີ​ ທີ່​ເອີ້ນ​ວ່າ
Rolling Thunder ຫລື ຟ້າຮ້ອງລັ່ນ.

ໃນອັນ​ທີ່​ເປັນສ່ວນນຶ່ງຂອງການສະເຫລີມສະຫລອງວັນ
Memorial Day ຫລື ວັນລະນຶກ​ເຖິງ​ດວງ​ວິນ​ຍານ​ຂອງ
ນັກລົບເກົ່າ ໃນຊ່ວງທ້າຍອາທິດທີ່​ສີ່​ຂອງ​ເດືອນພຶດສະພາ
ນັ້ນ ພວກຂີ່ລົດຈັກດັ່ງກ່າວ ທີ່​ມາຈາກທົ່ວສະຫະລັດ ​ໄດ້ພາ
ກັນຂີ່ຂ້າມຂົວ MemorialBridge ຜ່ານນະຄອນຫລວງ
ວໍຊິງຕັນ ມຸ້ງໜ້າໄປຍັງອະນຸສອນສະຖານ ທີ່ລະນຶກເຖິງ
ນັກລົບເກົ່າສົງຄາມຫວຽດນາມ ຫລື Vietnam Veterans Memorial.

ການຂີ່ລົດດັ່ງກ່າວໄດ້ກາຍເປັນງານບຸນປະຈໍາປີນັບແຕ່ປີ 1988 ເປັນຕົ້ນມາແລະແນ
ໃສ່ເພື່ອສະແດງຄວາມເຄົາລົບແກ່ທະຫານທີ່ເສຍຊີວິດໄປ ແລະເພື່ອເປັນການລະນຶກ
ເຖິງພວກຊະເລີຍເສິກ ແລະພວກທີ່ຫາຍສາບສູນໃນສົງຄາມ.

ທ່ານ Barnie Ferguson ຜູ້ຊົມມາຈາກເມືອງ Harrisonburg ລັດເວີຈີເນຍເວົ້າວ່າ:

“ນີ້ເປັນວິທີນຶ່ງທີ່ຂ້ອຍສາມາດສະແດງຄວາມຮູ້ບຸນຄຸນ ແລະຄວາມຮັກ
ຕໍ່ປະເທດຊາດ ແລະເພື່ອນທະຫານຮັບໃຊ້ຊາດຂອງຂ້ອຍ. ລູກຊາຍ
ຂ້ອຍກໍາລັງຮັບໃຊ້ຊາດຢູ່ດຽວນີ້ ແລະຂ້ອຍກໍໃຫ້ກຽດລາວໂດຍການມາ
ທີ່ນີ້ອີກດ້ວຍ.”


ເບິ່ງອີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ພວກຂີ່ລົດຈັກ ຟ້າຮ້ອງລັ່ນ ສະຫລອງ Memorial Day


ຂະບວນການຂີ່ລົດຈັກດັ່ງກ່າວ ໄດ້ເລີ້ມຕົ້ນຂຶ້ນໃນຊຸມປີ 1980 ໂດຍທະຫານມາຣິນກຸ່ມ
ນຶ່ງ ທີ່ຢາກດຶງດູດຄວາມສົນໃຈໃຫ້ແກ່ພວກນັກລົບເກົ່າທີ່ຫາຍສາບສູນຢູ່ໃນຫວຽດນາມ.

ຍ້ອນສຽງດັງຟົດສະນັ່ນບໍ່​ຂາດ​ສາຍຂອງລົດຈັກ, ການຂີ່ລົດຈັກຈຶ່ງໄດ້ຖືກຕັ້ງຊື່ຕາມການ
ປະຕິບັດ​ງານຟ້າຮ້ອງລັ່ນ ຫລື Operation Rolling Thunder ຊຶ່ງເປັນການລະດົມຖິ້ມ ​
ລະ​ເບີດ ຖະຫລົ່ມຫວຽດນາມເໜືອ ໃນປີ 1965 ນັ້ນ.

ເບິ່ງພາບການສະເຫລີມສະຫລອງ ວັນ Memorial Day: