ສຫລ ຈະຊ່ວຍເຫລືອລາວ ໃນ 6 ໂຄງການດ້ວຍກັນ

A Sri Lankan Catholic touches the glass near an idol during a mass at a church in Colombo.

ເອກ​ອັກຄະ​ລັດຖະທູດ​ສະຫະລັດປະ​ຈໍາ​ລາວ​ຄົນ​ໃໝ່ຢຶນຢັນ​ວ່າ ​ທາງ​ການ​ສະຫະລັດ​ຈະ​ໃຫ້ ການ​ຊ່ວຍ​ເຫລືອ​ລາວ ຈໍານວນ 6 ​ໂຄງການ​ເປັນ​ຢ່າງ​ໜ້ອຍ ​ສໍາລັບ​ໃນ​ໄລຍະ​ແຜນການ​ປະ ​ຈໍາປີ 2010-2011 ນີ້.

ທ່ານ​ນາງ Karen Bevard Stewart ​ເອກ​ອັກຄະ​ລັດ
ຖະທູດ​ສະຫະລັດ​ປະ​ຈໍາ​ປະ​ເທດ​ລາວ​ຄົນ​ໃໝ່ ​ໄດ້​ໃຫ້ການ
ຢືນຢັນ​ຫລັງຈາກ​ການ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ຈູມ​ມະລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ​ຢ່າງ​ເປັນ​ທາງການ ​ໃນ​ຕອນ​ແລງ​ຂອງ
ວັນ​ທີ່ 16 ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ​ນີ້ຢູ່​ຫໍ​ຄໍາ ວ່າ​ທາງ​ການ​ສະຫະລັດ​ຈະ​ໃຫ້ການ​ຊ່ວຍ​ເຫລືອ
ແກ່​ລາວ​ຈໍານວນ 6 ​ໂຄງການ​ເປັນ​ຢ່າງ​ໜ້ອຍ​ໃນ​ໄລຍະ​ແຜນການ​ປີ 2010-2011ນີ້. ​ໂດ​ຍ
ທັງໝົດ 6 ​ໂຄງການ​ດັ່ງກ່າວ​ຈະ​ເປັນ​ການ​ເນັ້ນໜັກ​ໃນ​ດ້ານ​ສຸຂະພາບ​ອະນາ​ໄມ​ ແລະ​ກາ​ນ
ພັດທະນາທາງ​ດ້ານ​ການ​ສຶກສາ​ໃນ​ເຂດຊົນ​ນະ​ບົດ​ເປັນ​ສໍາຄັນ ກໍ​ຄື​ໂຄງການ​ກໍ່ສ້າງ​ຫ້ອງ​ສຸກ
ເສີນ​ໃຫ້​ແກ່ໂຮງໝໍ​ມິດຕະພາບລາວ-ມົງ​ໂກ​ເລຍຢູ່​ແຂວງຊຽງ​ຂວາງ.​ ສ່ວນ​ທີ່​ເຫລືອ​ນັ້ນ​ກໍ​
ເປັນ​ໂຄງການກໍ່ສ້າງໂຮງ​ຮຽນມັດທະຍົມ​ສົມບູນ 4 ​ແຫ່ງ​ໃນ​ແຂວງ​ສາລະ​ວັນ, ສະຫວັນນະ
ເຂດ, ​ເຊ​ກອງ, ຊຽງ​ຂວາງ ​ແລະໂຄງການ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ບໍ​ລິ​ບູນອີກ 1 ​ແຫ່ງ​ຢູ່​ໃນ
ແຂວງ​ອັດຕະປື.

ພ້ອມ​ກັນ​ນີ້ ທ່ານ​ນາງ​ Stewart ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ປະ​ເທດ​ລາວ​ຄົນ​ໃໝ່
ຍັງ​ຢືນຢັນ​ອີກດ້ວຍ​ວ່າ ການພັດທະນາ​ຄວາມ​ຮ່ວມ​ມື​ລະຫວ່າງ​ສະຫະລັດ​ກັບ​ລາວໃນ​ໄລຍະ​ຕໍ່​
ໄປ​ນີ້ຈະ​ມີ​ການ​ຂະຫຍາຍ​ກວ້າງ​ອອກ​ໄປ​ໃນ​ທຸກດ້ານ. ສ່ວນ​ທີ່​ໄດ້​ປະຕິບັດ​ການ​ຮ່ວມ​ມື​ລະຫວ່າງ​
ກັນ​ມາ ໃນ​ໄລຍະ​ທີ່​ຜ່ານ​ມາ​ນັ້ນ ​ກໍ​ຍັງ​ຄົງ​ດໍາ​ເນີນ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ​ກັບ ທັງ​ຍັງ​ຈະ​ປະຕິບັດ​ການ
ຮ່ວມ​ມື​ລະຫວ່າງ​ກັນ​ໃຫ້​ມີ​ປະສິດທິ​ຜົນ​ຫລາຍ​ຂຶ້ນນັບ​ມື້​ອີກ​ດ້ວຍ.

ລມຕ ການຕ່າງປະເທດລາວ ທ່ານ ທອງລຸນ ສີສຸລິດ ຈັບມືກັບທ່ານນາງ ຮີລເລີຣີ ຄລິນຕັນ ລມຕ ການຕ່າງປະເທດ ສະຫະລັດ ທີ່ກະຊວງ ຕ່າງປະເທດສະຫະລັດ ໃນລະວ່າງການມາຢ້ຽມ ຢາມວໍຊິງຕັນ ເມື່ອເດືອນກໍລະກົດ 2010.

ກ່ອນ​ໜ້າ​ນີ້ ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ລາວ ​ທີ່​ໄດ້​ເດີນທາ​ງ​ໄປ​ຢ້ຽມຢາມ​ສະຫະລັດ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ນານ​ມາ​ນີ້ ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຄວາມ ສໍາພັນ​ແລະ​ຄວາມ​ຮ່ວມ​ມື​ລະ ຫວ່າງ​ລາວ​ກັບສະຫະລັດ​ຈະ​ມີ ​ການ​ຂະຫຍາຍຕົວ​ຫລາຍ​ຂຶ້ນ​ໃນ​ທຸກ​ດ້ານເຊັ່ນ​ກັນ ​ໂດຍທ່ານ​ໄດ້​ສະ​ແດງ​ເຖິງ​ຄວມ​ເຊື່ອ​ໝັ້ນ​ດັ່ງ ກ່າວ ​ໃນ​ຕອນ​ນຶ່ງ​ວ່າ:

“ປີ​ນີ້​ກໍ​ເປັນ​ປີ​ທີ່ 55​ ທີ່​ລາວ​ກັບ​ສະຫະລັດ ​ໄດ້​ສ້າງສາ​ຍ ພົວພັນ​ທາງ​ການ​ທູດ​ລະ ຫວ່າງ​ກັນ ຈຶ່ງ​ຄິດ​ວ່າ​ເປັນ​ໂອກາດ​ດີ​ທີ່​ຈະ​ສົ່ງ​ເສີມ​ແລະ​ເສີມ​ສ້າງສາ​ຍພົວພັນ​ທີ່​ມີ​ມູນ​ເຊື້ອ​ມາ​ຕັ້ງ 55 ​ປີ​ນັ້ນ ​ໃຫ້​ສືບ​ຕໍ່​ມີ​ໝາກ​ມີ​ຜົນ​ແລະ​ມີ​ຄວາມຮັດ​ແໜ້ນ​ໃຫ້​ຫລາຍ​ກວ່າເກົ່າ”

ທາງ​ດ້ານ​ທ່ານ Ralph Cossa ປະທານ​ສູນ​ສຶກສາ​ຍຸດ​ທະ​ສາດ​ລະຫວ່າງ​ຊາດ​ແຫ່ງ​ສະຫະ
ລັດ ກໍ​ໄດ້​ຢືນຢັນ​ໃນ​ລະຫວ່າງ​ການ​ບັນ​ລະ​ຍາຍ​ພິ​ເສດ​ ໃນ​ຫົວ​ຂໍ້​ວ່າ​ດ້ວຍ​ການ​ວິວັດທະນາ
ການ​ຂອງ​ພູມິ​ພາກ​ນິຍົມ​ແລະ​ບົດບາດ​ຂອງ​ສະຫະລັດ​ໃນ​ພູມິ​ພາກ​ເອ​ເຊຍ-​ແປ​ຊິ​ຟິກ ຊຶ່ງ​ໄດ້
ຈັດ​ຂຶ້ນຢູ່​ທີ່​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຂອງ​ກະຊວງ​ຕ່າງປະ​ເທດລາວ​ເມື່ອ​ບໍ່​ນານ​ມາ​ນີ້ ວ່າ
ການ​ຮ່ວມ​ມື​ລະຫວ່າງ​ສະຫະລັດກັບ​ລາວ​ໄດ້​ມີ​ການ​ຂະຫຍາຍຕົວ​ຫລາຍ​ຂຶ້ນ ​ແລະ​ມີ​ພັດທະ
ນາການ​ທີ່​ດີ​ຂຶ້ນ​ໃນ​ທຸກໆ​ດ້ານ​ອີກ​ດ້ວຍ.

ນອກຈາກ​ນີ້ ທາງ​ການ​ສະຫະລັ ກໍ​ຍັງ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ລາວ​ໃນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ຫລື UXO ມາ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ນັບ​ແຕ່​ປີ 1996 ​ເປັນ​ຕົ້ນ​ມາ ​ຈົນ​ເຖິງ​ປັດຈຸບັນ​ ກໍ​ປາກົດ​ວ່າ​ທາງ​ການ​ສະຫະລັດໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ລາວ​ແລ້ວ​ຫລາຍ​ກວ່າ 30 ລ້ານ​ໂດ​ລາ ​ແລະ​ກໍ​ຍັງ​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ຕໍ່​ໄປ​ ຊຶ່ງ​ລວມ​ເຖິງ​ກາ​ນຊ່ວຍ​ເຫລືອ​ໃນ​ການ​ພັດ ທະນາ​ຊົນນະບົດ​ ເພື່ອ​ຫລຸດຜ່ອນ​ບັນຫາ​ຄວາມ​ຍາກ​ຈົນ​ຂອງ​ປະຊາຊົນ​ລາວ ​ແລະການ​ລົບ​ລ້າງ​ການ​ປູກ​ຢາຝິ່ນ​ຢ່າງ​ສິ້ນ​ເຊີງ​ໃນ​ລາ​ວ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ດ້ວຍ.